Stories by Jung Soumina on Medium
ສະບາຍດີທຸກຄົນ ຂ້ອຍ ສຸມີນາ ສຸວິມົນ ຫຼື ເອີ້ນ ຈັ່ງ ກະໄດ້ເດີ້👋🏻ມື້ນີ້ຂ້ອຍຢາກມາແບ່ງປັນປະສົບການປີຜ່ານມາຂອງຂ້ອຍ ທີ່ໄດ້ດຳລົງຊີວິດຢູ່ ສສ ຫວຽດນາມ🇻🇳
ສຳລັບຂ້ອຍ, ຫລັງຈາກຮູ້ວ່າໄດ້ທຶນໄປສຶກສາຕໍ່ທີ່ ສສ ຫວຽດນາມ ຂ້ອຍໄດ້ຊອກຮຽນພາສາຫວຽດລະກະຊອກຂໍ້ມູນກ່ຽວກັບບ່ອນທີ່ເຮົາຊິໄປຢູ່ຫັນເປັນແນວໃດ ສິ່ງສຳຄັນທີ່ສຸດແມ່ນກຽມພວກເອກະສານ ( ຫນັງສືນຳສົ່ງ, ໃບຍົກຍ້າຍແມ່ຍິງຊາວຫນຸ່ມ ) ສ່ວນຈຳພວກເຄື່ອງໃຊ້ຄື: ສະບູ,ຢາສະຫົວຕ່າງໆ ແນະນຳໃຫ້ໄປຊື້ຢູ່ພຸ້ນເລີຍ ຈຶ່ງບໍ່ຫນັກເຮົາ😁
ນີ້ແມ່ນໂຮງຮຽນມິດຕະພາບ 80 ເປັນໂຮງຮຽນທີ່ຂ້ອຍໄດ້ຮຽນກຽມພາສາຫວຽດ ທຳອິດໄປກະຄິດວ່າຊິມີແຕ່ຄົນລາວ ແຕ່ຄວາມຈິງແມ່ນຍັງມີຄົນຫວຽດ, ຄົນກຳປູເຈຍນຳ
ພາສາຫວຽດຍາກບໍ່?
ສຳລັບຂ້ອຍພາສາຫວຽດຍາກຫລາຍ ໂດຍສະເພາະຊ່ວງທຳອິດທີ່ໄປ ເພາະພື້ນຖານຍັງບໍ່ແຫນ້ນພໍ ລະອາຈານສອນພັດເປັນຄົນຫວຽດອີກ😱 ແຕ່ໂຊກດີທີ່ຢູ່ຫ້ອງມີລູກຊອດຫວຽດເລີຍມີຄົນແປໃຫ້ຟັງ ແລະ ເຮົາກະຍັງຖາມເຂົາເຈົ້າໄດ້ເວລາບໍ່ເຂົ້າໃຈ ສຳຄັນອາຈານກະເບິ່ງນັກຮຽນທຸກຄົນດີຫລາຍ. ຄືເວົ້າຢູ່ທາງເທິງ ເຮົາໂຮງຮຽນດຽວກັບນັກຮຽນຫວຽດ ສະນັ້ນ ເຂົາເຈົ້າຈະຊ່ວຍເຮົາຮຽນເຕັມທີ່ ບໍ່ຕ້ອງຫ່ວງວ່າຊິຮຽນບໍ່ໄດ້ເດີ້ 🤩
ແນະນຳ: ຊ່ວງທຳອິດທີ່ໄປຮຽນຢາກໃຫ້ເອົາໃຈໃສ່ເປັນພິເສດເພາະວ່າຖ້າເຮົາກຳພື້ນຖານໄດ້ດີ ມັນຊິຊ່ວຍເຮົາຫລາຍໃນການຮຽນຂັ້ນຕໍ່ໄປ
^ ຫ້ອງ A9 ^
ກິນຢູ່ແນວໃດ?!?
ໃນເວລາຮຽນກຽມພາສາ ຂ້ອຍຢູ່ຫໍພັກຂອງໂຮງຮຽນ ຫ້ອງລະ 4 ຄົນ ສ່ວນກິນເຂົ້າແມ່ນກິນຢູ່ ໂຮງອາຫານໂຮງຮຽນ ອາຫານອາດຈະລົດຊາດບໍ່ຄືຢູ່ລາວ ມີແຕ່ບາງມື້ຢາກປ່ຽນບັນຍາກາດກະອອກໄປກິນຢູ່ນອກຫໍກະໄດ້😋 ຖ້າໃຜຢາກກິນອາຫານລາວຂໍບອກເລີຍວ່າໄດ້ກິນຕະຫຼອດ ເພາະເຮົາຢູ່ນຳຄົນລາວ ອ້າຍເອື້ອຍເພິ່ນກະຊິເຮັດໃຫ້ກິນຕະຫລອດ ( ຫາກລັກເຮັດຖ້າຢູ່ໃນຫໍ🤫 ) …ຂໍບອກເລີຍວ່າຊ່ວງເວລາຢູ່ນີ້ສະບາຍຫລາຍ ຖ້າເຂົ້າສາຍຫນ້າຈະບໍ່ສະບາຍແບບນີ້ (ແລ້ວຈະມາອັບເດດຕື່ມເດີ້ ຝາກກົດຕິດຕາມເຮົາແນ່😻)
^ ຫ້ອງນອນກະຈະປະມານນີ້ ພໍດີຊອກຮູບບໍ່ເຫັນ ຮ່າາາ ໃຜມີສົ່ງໃຫ້ແນ່ເດີ້ ^
^ໄດ້ແລ້ວຮູບຫ້ອງນອນ ຂອບໃຈຜູ້ຈັບເຄັກທາງເທິງເດີ້ທີ່ສົ່ງໃຫ້^
^ອາຫານ^
ໂຕອັນຕະລາຍ!!!
ແມງກົ້ນກະດົກ ຫຼື ພາສາຫວຽດເອີ້ນວ່າ kiến ba khoang ເປັນແມງໄມ້ທີ່ອັນຕະລາຍຫລາຍ ຖ້າຖືກມັນກັດ ຜິວເຮົາຊິເປື່ອຍ ແຕ່ກະບໍ່ໄດ້ເວົ້າໃຫ້ຢ້ານເດີ້ ຫາກຢາກໃຫ້ລະວັງເປັນພິເສດຄື ເວລານອນໃຫ້ກາງມຸ້ງ ຫລື ຊີດຢາຂ້າແມງໄມ້ຕະຫລອດ ( ຢູ່ຫໍພັກຍັງມີຫ້ອງພະຍາບານ ຖ້າເປັນຫຍັງເຮົາໄປຫັນໂລດ ຄູອາຈານເພິ່ນເບິ່ງແຍງດີຫລາຍ )
^ kiến ba khoang ^
ການແບ່ງເວລາ
ການແບ່ງເວລາເປັນສິ່ງຫນຶ່ງທີ່ສຳຄັນຫລາຍໃນເວລາຫນຶ່ງປີທີ່ຮຽນຢູ່ນີ້ ເພາະວ່າ ຂ້ອຍກະເປັນຄົນຫນຶ່ງທີ່ໄປຫລິ້ນ ໄປທ່ຽວ ຫລື ເຂົ້າຮ່ວມກິດຈະກຳຕ່າງໆ ແລະ ການແບ່ງເວລາໄດ້ຊ່ວຍໃຫ້ຂ້ອຍສາມາດເຮັດຫລາຍຢ່າງໄດ້ຫລາຍຂຶ້ນ😉
ກິດຈະກຳນອກຫຼັກສູດ
ຮຽນຢູ່ນີ້ຂໍບອກເລີຍວ່າກິດຈະກຳຫລາຍໂຄດ ບາງກິດຈະກຳກະບັງຄັບໃຫ້ເຂົ້າຮ່ວມ ແຕ່ບາງກິດຈະກຳກະບໍ່ບັງຄັບ ສຳລັບຂ້ອຍເອງແມ່ນເຂົ້າເກືອບທຸກກິດຈະກຳ ເພາະຄິດວ່າມັນຊ່ວຍໃຫ້ເຮົາບໍ່ຄຽດເລື້ອງຮຽນຫລາຍ ນອກນັ້ນ ຍັງຊ່ວຍພັດທະນາຄວາມຄິດ ແລະ ຮູ້ຈັກຫມູ່ຫລາຍຂຶ້ນ…
^ ງານມື້ເປີດສົກຮຽນໃຫມ່ ^
^ ສະມາຄົມພາສາຫວຽດ ^
^ ແຂ່ງສິລະປະຫ້ອງ ^
^ ແຂ່ງສິລະປະໂຮງຮຽນ ^
ຫນຶ່ງປີທີ່ຮຽນຢູ່ນີ້ ຂ້ອຍບໍ່ພຽງແຕ່ໄດ້ຄວາມຮູ້ ຫາກຂ້ອຍຍັງໄດ້ເປິດໂລກະທັດຂອງໂຕເອງ ໃຫ້ໂອກາດໂຕເອງມີຄວາມກ້າເຮັດສິ່ງໃຫມ່ໆຫລາຍຢ່າງ ໄດ້ຮູ້ຈັກຄົນຫລາຍແບບທີ່ມາຈາກຫລາຍບ່ອນແຕກຕ່າງກັນ. ຫວັງວ່າບົດຄວາມນີ້ຈະເປັນປະໂຫຍດໃຫ້ແກ່ຫລາຍຄົນ ໂດຍສະເພາະນ້ອງໆທີ່ກຳລັງຈະຈົບມໍ 7 🎊 ໃຜມີຫຍັງເພີ່ມຕື່ມກະອິນບັອກມາໄດ້ເດີ້🔥