Stories by Ocean Blue on Medium
ສິ່ງມີຊິວິດນ້ອຍໆທີ່ເຮົາບໍ່ເຄີຍສັງເກດດ້ວຍຊ້ຳວ່າແທ້ຈິງແລ້ວ ມັນງົດງາມພຽງໃດ ເປັນດວງດາວທີ່ມີຊີວິດ ແລະ ຈັບຕ້ອງໄດ້.
ຖ້າເວົ້າເຖິງແມງໄມ້ທີ່ເປັ່ງແສງຍາມຄ່ຳຄືນແລ້ວ ເຮົາຄົງຄິດເຖິງສິ່ງມີຊີວິດໂຕນ້ອຍໆ ທີ່ອາໄສຢູ່ຕາມແຫຼ່ງນ້ຳ ເພື່ອສະທ້ອນເຖິງຄວາມອຸດົມສົມບູນຂອງລະບົບນິເວດໃນບ່ອນທີ່ມັນອາໄສຢູ່ ແມງໄມ້ທີ່ເຮົາເອີ້ນວ່າ “ຫິງຫ້ອຍ” ນັ້ນເອງ.
ໂດຍທົ່ວໄປແລ້ວ ຫິງຫ້ອຍຈະມີໂມງຢູ່ໃນໂຕຂອງມັນຄື ມັນຈະເຮືອງແສງທຸກໆ 24 ຊົ່ວໂມງ ໝາຍຄວາມວ່າຖ້າເຮົາຈັບຫິງຫ້ອຍໄປຂັງໄວ້ ຖ້າບໍ່ຮອດໂມງຂອງມັນ ມັນກໍຈະບໍ່ເຮືອງແສງ.
ຫິງຫ້ອຍໂຕຜູ້ຈະບິນໄດ້ ສ່ວນໂຕແມ່ແມ່ນບິນບໍ່ໄດ້ ຈະອາໄສຢູ່ຕາມຕົ້ນໄມ້ ເຮົາເອີ້ນມັນວ່າ ໜອນຜີເສື້ອ ນັ້ນລະ. ຫິງຫ້ອຍມີວົງຈອນຊີວິດອັນແສນສັ້ນ ແຕ່ນັ້ນມັນຊ້ຳພັດກາຍເປັນຄວາມໂຣແມນຕິກຢ່າງບໍ່ໜ້າເຊື່ອ, ມັນເລີ່ມມີຊີວິດຕັ້ງແຕ່ມັນເປັນຕົວອ່ອນ ໃນຊ່ວງໄລຍະເວລາ 6–12 ເດືອນ ນັ້ນເປັນຊ່ວງເວລາທີ່ຍາວນານທີ່ສຸດໃນຊີວິດ, ຫຼັງຈາກນັ້ນກໍກາຍເປັນດັກແດ້ ໄລຍະ 1–2 ອາທິດ ແລ້ວຈຶ່ງກາຍເປັນຫິງຫ້ອຍເຕັມໂຕທີ່ບິນ ແລະ ເຮືອງແສງໄດ້ ມັນຈະບໍ່ກິນຫຍັງນອກຈາກນ້ຳຄ້າງທີ່ຢູ່ຍອດໃບໄມ້ເທົ່ານັ້ນ ເປັນເຫດຜົນທີ່ເປັນຫຍັງຫິງຫ້ອຍຈຶ່ງມັກອາໄສຢູ່ຕາມຕົ້ນໄມ້ ແຕ່ມັນຈະຢູ່ສະເພາະຕົ້ນທີ່ໃບໄມ້ມີຂົນເທົ່ານັ້ນ ເພາະນ້ຳຈະຄ້າງຢູ່ຂົນຂອງໃບໄມ້. ຕອນນີ້ລະ!ເປັນຕອນທີ່ມັນຈະໄດ້ອອກໄປໃຊ້ຊີວິດຈັກເທື່ອໜຶ່ງ! ແຕ່ວ່າ… ຫຼັງຈາກທີ່ກາຍເປັນຫິງຫ້ອຍແລ້ວ ພວກມັນຈະເຫຼືອອາຍຸໄຂພຽງແຕ່ 14 ວັນເທົ່ານັ້ນ, ດັ່ງນັ້ນ ພວກມັນຈຶ່ງໃຊ້ 14 ວັນທີ່ເຫຼືອອອກຕາມຫາຄູ່ຊີວິດ ໂດຍໃຊ້ແສງໃນໂຕມັນເພື່ອເປັນສັນຍານ ແລະ ຕົ້ນໄມ້ກໍຄືວິມານຮັກຂອງພວກມັນ, ຫຼັງຈາກນັ້ນຕົວເມຍຈະວາງໄຂ່ ແລ້ວພວກມັນກໍໝົດອາຍຸໄຂ ແລະ ຕາຍໄປ ຖິ້ມໄວ້ພຽງໄຂ່ໃຫ້ເປັນສິ່ງທີ່ຍັງເຫຼືອຢູ່ ເພື່ອຈະເປັນຫິງຫ້ອຍໃນອະນາຄົດ.
ແຕ່ໃນຄວາມເປັນຈິງຜູ້ຄົນມັກຈະເວົ້າວ່າ “ຕອນນີ້ຍັງບໍ່ມີເວລາ…” ຍອມຮັບວ່າຜູ້ຂຽນກໍເປັນຄົນໜຶ່ງທີ່ມັກເວົ້າແບບນັ້ນ555 ເຊັ່ນວ່າເລື່ອງດູແລສຸຂະພາບ ທຸກຄັ້ງທີ່ຖືກທັກວ່າ ຢ່າລືມດູແລຕົວເອງແດ່ ຜູ້ຂຽນກໍມັກຈະຕອບວ່າ “ກໍຕັ້ງໃຈວ່າຈະເຮັດແບບນັ້ນຢູ່ ແຕ່ຊ່ວງນີ້ບໍ່ຄ່ອຍມີເວລາ” ກໍຫຍຸ້ງແທ້ໆຕອນນັ້ນ ແຕ່ຕອນທີ່ມີເວລາຫວ່າງນິດໜຶ່ງກໍເອົາໄປເຮັດອັນອື່ນ ທັງທີ່ຍັງມີສິ່ງທີ່ເຮົາຢາກຈະເຮັດໄປຕັ້ງແຕ່ດົນແລ້ວ… ຫຶມ~ ເປັນຫຍັງຄົນເຮົາຄືມັກເວົ້າວ່າບໍ່ມີເວລາ, ເຮົາມັກຈະໃຊ້ເວລາໄປກັບການຫຼິ້ນອິນເຕີເນັດ, ກິນດື່ມ, ທ່ຽວຫຼິ້ນ… ສິ່ງທີ່ເປັນການເຮັດຕອນໃດກໍໄດ້ ແຕ່ສິ່ງເຫຼົ່ານັ້ນເປັນສິ່ງທີ່ເຮັດແລ້ວເພີດເພີນໃຈ ທີ່ເຮັດແລ້ວມ່ວນ ເຊິ່ງອາດຈະບໍ່ໄດ້ມີປະໂຫຍດກັບຊີວິດເຮົາປານໃດ ແລະ ສິ່ງດັ່ງກ່າວນັ້ນເອີ້ນວ່າ “ໂຈນຂະໂມຍເວລາ” . ມີຄົນເຄີຍເວົ້າໄວ້ວ່າ “ຄົນປະສົບຄວາມສຳເລັດ ຊີວິດໜຶ່ງມີເວລາ 25 ຊົ່ວໂມງ ສ່ວນຄົນຫຼົ້ມເຫຼວມີເວລາ 23 ຊົ່ວໂມງ” ບໍ່ວ່ຈະໃຊ້ຊີວິດແບບໃດ ແຕ່ບັນຫາຄືຈະໃຊ້ເລາ 24 ຊົ່ວໂມງໃນໜຶ່ງວັນແບບໃດ.
ບງເທື່ອປະເດັນການຈັດການເວລາບໍ່ໄດ້ຢູ່ບ່ອນທີ່ວ່າ ເຮົາມີ ຫຼື ບໍ່ມີເວລາ ແຕ່ເປັນການໃຊ້ ຫຼື ບໍ່ໃຊ້ເວລາຕ່າງຫາກ.
ເວລາທີ່ເຮົາໄດ້ໃຊ້ຊີວິດແທ້ຈິງບໍ່ຮູ້ວ່າມັນມີຫຼາຍເທົ່າໃດ ຖ້າສົມມຸດວ່າເຮົາເປັນຫິງຫ້ອຍ ເຮົາຈະໃຊ້ເວລາທີ່ເຫຼືອຢູ່ແບບໃດໃຫ້ມີຄວາມໝາຍທີ່ສຸດ?.
ເວລາບໍ່ມີຈຸດເລີ່ມຕົ້ນ ເມື່ອເຮົາບອກວ່າຫວ່າງ ນັ້ນໝາຍເຖິງບໍ່ມີສິ່ງຮີບດ່ວນຕ້ອງເຮັດຕອນນີ້ເທົ່ານັ້ນ ແຕ່ທຸກຄົນທຸກຊີວິດບົນໂລກກໍລ້ນແຕ່ມີໂຈນຂະໂມຍເວລາຢູ່ໃນຕົວເອງ ຖ້າບໍ່ຈັບໂຈນຂະໂມຍເວລາໃຫ້ໄດ້ເສຍກ່ອນ ກໍເປັນໄປໄດ້ຍາກທີ່ເຮົາຈະຈັດການເວລາໄດ້ຢ່າງມີປະສິດທິພາບ ເພາະຖ້າຍັງຈັບໂຈນບໍ່ໄດ້ ເຖິງຈະມີເວລາຫຼາຍເທົ່າໃດ ກໍບໍ່ມີທາງເຮັດຫຍັງໄດ້ສຳເລັດ.
ໃນຊ່ວງຫຍຸ້ງນີ້ລະ! ເໝາະເຈາະທີ່ຈະເຮັດສິ່ງຕ່່າງໆຫຼາຍທີ່ສຸດ ຖ້າຫາກຄິດແຕ່ວ່າຖ້າມີເວລາແລ້ວຈຶ່ງລົງມືເຮັດ ສຸດທ້າຍກໍຄົງຈະບໍ່ໄດ້ເຮັດອິຫຍັງເລີຍ.
ນອກເໜືອຈາກເວລາແລ້ວຊີວິດຂອງມະນຸດຈະເຫຼືອອິຫຍັງອີກ, ເວລາເປັນວັດຖຸດິບຂອງວິນຍານ ເວລາຄືທຸກສິ່ງທຸກຢ່າງ ມື້ອື່ນຂອງເຮົາແມ່ນຂຶ້ນຢູ່ກັບ 24 ຊົ່ວໂມງຂອງມື້ນີ້ ເວລາຂອງເຮົາມີຄ່າຫຼາຍກວ່າທີ່ຄິດ.
ຜູ້ຂຽນກໍບໍ່ຕ່າງຈາກຫຼາຍໆຄົນປານໃດ ບໍ່ໄດ້ມືອາຊີບໃນການຈັດການເວລາຂອງຕົວເອງ ແຕ່ກໍກຳລັງພະຍາມທີ່ຈະໃຊ້ເວລາທີ່ມີຢູ່ໃຫ້ມີຄວາມໝາຍຫຼາຍທີ່ສຸດ ແລະ ກຳລັງເຮັດສິ່ງທີ່ຕົວເອງຢາກເຮັດ ພ້ອມກັນນັ້ນກໍຍັງຈະສາມາດພັດທະນາຕົວເອງໃນອະນາຄົດ ເຖິງຕອນນີ້ຈະຫຍຸ້ງສຸດຂີດ555 ເຊັ່ນບົດຄວາມນີ້ລະ ຜູ້ຂຽນໄດ້ໄປອ່ານປຶ້ມຂອງອາຈານ ຄິມ ຣັນໂດ ເຊິ່ງເປັນຄົນເກົາຫຼີ ເພິ່ນຝາກແງ່ຄິດກ່ຽວກັບການໃຊ້ເວລາຕອນທີ່ຍັງມີໂອກາດໄວ້ໄດ້ດີຫຼາຍ ຈຶ່ງຢາກມາແລກປ່ຽນ ແລະ ຢາກຜູ້ອ່ານໄດ້ຄິດນຳກັນ.
ຫັ້ນລະເນາະ! ເຮົາບໍ່ຮູ້ດອກວ່າເວລາໃນການໃຊ້ຊີວິດວິດສຳຫຼັບເຮົາຖືກກຳນົດມາເທົ່າໃດ ຖ້າຢາກເຮັດຫຍັງ ລຸຍໄປເລີຍເທາະ ເພາະຖ້າເຮົາບໍ່ເຮັດຕອນນີ້ ເຮົາອາດຈະເຮັດບໍ່ໄດ້ອີກແລ້ວໃນຊີວິດນີ້.
ໃນໂລກນີ້ມີຢູ່ຫຼາຍລະດູທີ່ຂຶ້ນຢູ່ກັບແຕ່ລະເຂດໃນໂລກ ເຂດພູມອາກາດອົບອຸ່ນມີຢູ່ 4 ລະດູ ເຂດທີ່ອາກາດຮ້ອນມີ 2 ຫຼື 3 ລະດູ… ເຊິ່ງແຕ່ລະຊ່ວງເວລາຂອງລະດູການ ຕ່າງກໍລ້ວນແຕ່ມີຄວາມງົດງາມຢູ່ພາຍໃນໂຕຂອງມັນ. ຄໍລັ້ມນີ້ Ocean Blue ມາໃນຫົວຂໍ້ ຜູ້ຍິງລະດູໃບໄມ້ຫຼົ່ນ ມາລົມ(ຈົ່ມ) ມາແຊຣ໌ສັ້ນໆກັບມຸມມອງຂອງຜູ້ຂຽນໃຫ້ໝູ່ເພື່ອນຜູ້ອ່ານທຸກຄົນໄດ້ຄິດໄປນຳກັນ.
… ຫຼາຍຄົນຄົງຈະເຄີຍຖືກຖາມວ່າ “ ລະດູໃດເປັນລະດູທີ່ເຈົ້າມັກທີ່ສຸດ’’ ແລ້ວຄຳຕອບຂອງແຕ່ລະຄົນກໍຄົງຈະແຕກຕ່າງກັນໄປຕາມຄວາມມັກສ່ວນໂຕ, ແນ່ນອນວ່າຜູ້ຂຽນກໍເຄີຍຖືກຖາມຄຳຖາມທຳນອງນີ້ບໍ່ຕ່ຳກວ່າ 3 ຄັ້ງໄດ້ ເມື່ອກ່ອນຜູ້ຂຽນກໍຕອບໄປຢ່່າງໄວວາເລີຍວ່າ ລະດູຮ້ອນ 555 ຈາກຄວາມທີ່ມັກເດີນທາງມັັກທະເລມັກນ້ຳຕົກ ເລີຍມັກລະດູຮ້ອນ. ຖ້າທຽບຕາມລະດູການຂອງປະເທດລາວແລ້ວມີພຽງແຕ່ 2 ລະດູເທົ່ານັ້ນຄື ລະດູແລ້ງ ແລະ ລະດູຝົນ ຜູ່ຂຽນທີ່ບໍ່ຄ່ອຍມັກຝົນຊ້ຳພັດຖືກກັບຊ່ວງທີ່ເປັນລະດູຮ້ອນຕາມລະດູການຂອງສາກົນ (ໂອ້ຍຍຍ555). ນັ້ນກໍເປັນຄວາມມັກແບບຜິວເຜີນເທົ່ານັ້ນ ຄວາມຈິງແລ້ວຜູ້ຂຽນມີຄວາມຫຼົງໄຫຼໃນລະດູໃບໄມ້ຫຼົ່ນຕັ້ງແຕ່ນ້ອຍ ແຕ່ຍ້ອນຢູ່ປະເທດເຮົາບໍ່ໄດ້ມີລະດູດັງກ່າວທີ່ແນ່ຊັດ ເວລາຄົນອື່ນຖາມກໍຢາກຕອບຍາກແດ່ໜ້ອຍໜຶ່ງ.
ລະດູໃບໄມ້ຫຼົ່ນເລີ່ມແຕ່ຊ່ວງເດືອນໃດ?
ໂດຍທົ່ວໄປທາງຊີກໂລກເໜືອ ລະດູໃບໄມ້ຫຼົ່ນໃນເຂດອາກາດອົບອຸ່ນ ແລະ ເຂດໜາວເລີ່ມແຕ່ວັນທີ 22 ເດືອນກັນຍາ ເຖິງ 21 ເດືອນທັນວາ ນັ້ນກໍຄືເດືອນໜ້ານີ້ເອງງງງງງ ສະພາບອາກາດກໍຈະເຢັນໆ(ສຳຫຼັບເຮົາແມ່ນໜາວແລ້ວ55)ມີລົມ ໃບໄມ້ຈະປ່ຽນສີເປັນສີແດງ, ເຫຼືອງ,​ ສົ້ມ… ຕາມຊະນິດຂອງພັນໄມ້.
ເຄີຍຄິດບໍ່ວ່າຊີວິດກໍຄ້າຍຄືກັບລະດູການ ໃນທີ່ນີ້ຄືລະດູໃບໄມ້ຫຼົ່ນ ເມື່ອລະດູທີ່ເຮົາເບັ່ງບານຜ່ານໄປແລ້ວ ແນ່ນອນວ່າມີຊ່ວງເວລາທີ່ເຮົາຣ່ວງໂຣຍ ເປັນລະດູການສຸດທ້າຍຂອງປີ ຊີວິດກໍເຊັ່ນກັນມີຊ່ວງເວລາທີ່ດີ ແລະ ຍາກລຳບາກ ມື້ນີ້ບໍ່ແມ່ນຂອງເຮົາແຕ່ພໍເຖິງລະດູການຂອງເຮົາ ເຮົາກໍຈະເບັ່ງບານແລະງົດງາມ. ບໍ່ຮູ້ວ່າມີຄົນເບິ່ງໃນມຸມນີ້ຄືກັນບໍ່ ສຳຫຼັບຜູ້ຂຽນຮູ້ສຶກວ່າ ຈຸດປະສົງລຶກໆທີ່ທັບຊ້ອນຢູ່ໃນຈຸດປະສົງຫຼັກຫຼາຍໆອັນຂອງການໃຊ້ຊີວິດ ກໍຄືການສ້າງ ແລະ ເກັບຄວາມຊົງຈຳເອົາໄວ້ ຄ້າຍໆກັບວ່າເຮົາກຳລັງບັນທຶກການເດີນທາງແຫ່ງຊີວິດຂອງເຮົາທັງໝົດດ້ວຍຄວາມຊົງຈຳ ເປັນສົມບັດອັນລ້ຳຄ່າໃນຮູບແບບນາມມະທຳທີ່ຈັບຕ້ອງບໍ່ໄດ້ .
ຜູ້ຂຽນໄດ້ມີໂອກາດນັ່ງລົມກັບອະດີດອາຈານທ່ານໜຶ່ງທີ່ເພິ່ນແກ່ຊະຣາໄປຈົນເລີກສອນແລ້ວ ເພິ່ນເວົ້າວ່າ “…ຊີວິດເຮົາພໍເຖິງໄວທີ່ແກ່ໂຕລົງຈຶ່ງເຫັນຄວາມສຳຄັນຂອງເວລາໄວໜຸ່ມສາວ ເປັນຕອນທີ່ຍັງມີແຮງ ສາມາດເຮັດສິ່ງທີ່ມັກ ສິ່ງທີ່ຢາກເຮັດປະໄວ້ໃຫ້ໂຕເອງຕອນເຖົ້າ ຮອດຕອນນີ້ໄດ້ແຕ່ຄິດເສຍດາຍວ່າ ໜ້າຈະເຮັດອິຫຍັງໄວ້ຫຼາຍກວ່ານີ້ ’’
ຕອນນັ້ນຜູ້ຂຽນຄິດສະທ້ອນກັບໂຕເອງວ່າ ແທ້ຈິງແລ້ວ ໃນຊ່ວງເວລາສຸດທ້າຍຂອງຊີວິດມະນຸດເຮົາຕ້ອງການສິ່ງໃດກັນແທ້ ແລະ ຄຳຕອບທີ່ຜູ້ຂຽນວາດພາບໃຫ້ໂຕເອງກໍຄື “ ການທັບຊ້ອນໂຕຕົນຂອງເຮົາໄວ້ໃນບ່ອນທີ່ເຮົາຢາກຢູ່ ບ່ອນທີ່ມີຄວາມໝາຍກັບເຮົາ ແລະ ຄົນທີ່ເຮົາສຳພັນ’’ ຄ້າຍຄືກັບລະດູໃບໄມ້ຫຼົ່ນທີ່ເຊື່ອງຊ້າ ເໝືອນກັບການຖ່າຍທອດຄວາມງົດງາມໃນໂຕເຮົາໄປສູ່ອີກຄົນ ກ່ອນທີ່ມັນຈະຫາຍໄປລ້າໆພ້ອມກັບການເວລາທີ່ໝຸນປ່ຽນຄືກັບໃບໄມ້ທີ່ຫຼົ່ນລົງໄປ. ການສ້າງ ແລະ ເກັບຄວາມຊົງຈຳດີໆໄວ້ກໍເລີຍກາຍເປັນເລື່ອງທີ່ສຳຄັນ ເພາະມັນເປັນສິ່ງໜຶ່ງທີ່ບໍ່ວ່າຈະຜ່ານໄປດົນເທົ່າໃດ ເຮົາຍັງສາມາດເຫັນພາບຊີວິດຂອງເຮົາໃນຊ່ວງເວລາຕ່າງໆໄດ້.
ອ່ານບົດຄວາມນີ້ແລ້ວຮູ້ສຶກເຖິງບັນຍາກາດສີສົ້ມແດງ ແລະ ໃບໄມ້ກຳລັງຫຼົ່ນພ້ອມກັບລົມໜາວພັດອ່ອນໆຢູ່ບໍ່? (ເວີ້555). ບໍ່ໄດ້ໝາຍຄວາມວ່າລະດູໃບໄມ້ຫຼົ່ນຈະເປັນຊ່ວງເວລາທີ່ໜ້າເສົ້າເດີ້ທຸກຄົນ ເຖິງວ່າຄວາມງົດງາມຂອງມັນບໍ່ໄດ້ສົດໄສຄືກັບລະດູອື່ນ ແຕ່ໃນຂະນະດຽວກັນຄວາມງົດງາມມັນຢູ່ທີ່ຄວາມໝາຍແຫ່ງຊີວິດ.
ຢາກໃຫ້ຄິດສະເໝີວ່າຊີວິດເຮົາກໍຄ້າຍຄືກັບລະດູການນີ້ລະ ມີຊ່ວງເວລາທີ່ເຮົາເບັ່ງບານ ແລະ ມື້ທຳອິດຫຼັງຈາກເຮົາເບັ່ງບານເຕັມທີ່ແລ້ວ ກໍແມ່ນມື້ທຳອິດທີ່ເຮົາຣ່ວງຫຼົ່ນເຊັ່ນກັນ ແຕ່ເຮົາບໍ່ໄດ້ຫຼົ່ນແລ້ວແຫ່ວຕາຍໄປ ເຮົາຫຼົ່ນເພື່ອລໍເວລາທີ່ຈະກັບມາບານອີກຄັ້ງ, ສະນັ້ນ ໃນຂະນະທີ່ລໍຖ້າລະດູທີ່ເຮົາຈະເບັ່ງບານ ຈົ່ງກຽມໂຕໃຫ້ພ້ອມ ເຮັດໃນສິ່ງທີ່ໂຕເອງໃນອະນາຄົດຈະບໍ່ເສຍໃຈກັບປັດຈຸບັນ.
ເອົາລະ! ມາຮອດນີ້ກໍຫວັງວ່າຜູ້ອ່ານຈະເຂົ້າໃຈໃນສິ່ງທີ່ຜູ້ຂຽນຢາກສື່ (ເຖິງຈະສັບສົນໄປນິດ…) ວ່າ: ຈົ່ງໃຫ້ຄວາມສຳຄັນກັບເວລາທີ່ກຳລັງລົດລົງເລື້ອຍໆ ສ້າງຕົວຕົນຂອງຕົນເອງປະໄວ້ໃນສະຖານທີ່ໃດໜຶ່ງ ແລະ ຫວັງພ້ອມວ່າທ່ານຈະມີຄຳຕອບຂອງຄຳຖາມ:
ລະດູທີ່່ເຈົ້າມັກທີ່ສຸດແມ່ນລະດູຫຍັງ?…
ເຮົາທຸກຄົນຕ່າງກໍເປັນ ນັກເດີນທາງ ບົນເສັ້ນທາງແຫ່ງຊີວິດ ເພື່ຶອຕາມຫາບາງສິ່ງທີ່ມີຄວາມໝາຍຫຼາຍພໍ ທີ່ຈະເຮັດໃຫ້ເຮົາຍອມຫຼົງທາງໄປກັບມັນ
ຫົວຂໍ້ອາດຈະເຮັດໃຫ້ຜູ້ອ່ານງົງ ມື້ນີ້ຜູ້ຂຽນພຽງຢາກມາຖ່າຍທອດຄວາມງາມຂອງເສັ້ນທາງຊີວິດ ໃນມຸມ ຄວາມຮັກ ນ້ອຍໆຂອງຜູ້ຍິງຄົນໜຶຶ່ງ ທີ່ຕອນນີ້ກໍຮຽນຢູ່ປີສຸດທ້າຍຂອງມະຫາໄລແລ້ວ (ເປັນເອື້ອຍໃຫຍ່ແລ້ວ555) ເປັນບົດຄວາມແລກປ່ຽນ ແລະ ໃຫ້ກຳລັງໃຈນ້ອຍໆສະບັບ Ocean Blue ເປັນບົດຄວາມທຳອິດທີ່ອັບລົງ ທີ່ຈິງຂຽນໄວ້ຫຼາຍແຕ່ຫາກໍມີໂອກາດໄດ້ອັບລົງ.
ໃນຊີວິດເຮົາບໍ່ມີຫຍັງໄດ້ມາງ່າຍດາຍດອກເນາະ ມີທັງຕອນທີ່ມີຄວາມສຸກ, ຄວາມເສົ້າ, ຊ່ວງທີ່ຜ່ານມາໄດ້ຍາກ ແລະ ຊ່ວງເວລາທີ່ວຸ້ນວາຍທີ່ສຸດກໍຄືໄວໜຸ່ມສາວເຮົານີ້ລະເນາະ55 ເປັນຊ່ວງເວລາທີ່ເລື້ອງລາວຕ່າງໆໄດ້ເກີດຂຶ້ນ ເປັນຕອນທີ່ເຮົາຕ້ອງໄດ້ຕັດສິນໃຈເລື້ອງຍາກໆ ຫຼາຍໆເທື່ອ.
ຄວາມຮັກ ປະຕິເສດບໍ່ໄດ້ວ່າເປັນເລື້ອງລາວທີ່ມາພ້ອມກັບຊ່ວງໄວໜຸ່ມສາວ ຄວາມຮັກຂອງແຕ່ລະຄົນແຕ່ລະຄັ້ງກໍອາດຈະມີຮູບແບບທີ່ແຕກຕ່າງກັນໄປ ແຕ່ຄວາມຮັກຈະກາຍເປັນເລື້ອງທີ່ພິເສດ ແລະ ເດັ່ນຊັດທີ່ສຸດໃນຊ່ວງເວລາໜຸ່ມສາວ.
ໃນກາລະຄັ້ງໜຶ່ງ ທີ່ຜູ້ຂຽນຍັງຈື່ຄວາມຮູ້ສຶກນັ້ນໄດ້ ຄວາມຮູ້ສຶກຂອງການໄດ້ຖືກຮັກ ຫຼືຮັກໃຜຄົນໜຶ່ງ ມັນຮູ້ສຶກດີອິຫຼີໃດ໋ ຕອນທີ່ໄດ້ຮູ້ວ່າເຮົາໄດ້ກາຍເປັນຄວາມສຸກຂອງໃຜຄົນໜຶ່ງ ການທີ່ມີຄົນໆໜຶ່ງທີ່ເຮັດໃຫ້ຫົວໃຈເຕັ້ນແຮງທຸກຄັ້ງທີ່ຄິດເຖິງ ເປັນຄວາມຮັກທີ່ບໍ່ເຄີຍຄາດຄິດມາກ່ອນວ່າຈະມາໃນຮູບແບບນີ້ ແລະມັນກໍບໍ່ແມ່ນເລື່ອງງ່າຍທີ່ຈະຕັດສິນໃຈຮັບເອົາຄົນໆໜຶ່ງເຂົ້າມາໃນໂລກຂອງເຮົາ ຄົນທີ່ໄດ້ໃຊ້ຊ່ວງເວລາໜຶ່ງຂອງຊີວິດນຳກັນ ໄດ້ຫົວ ໄດ້ໄຫ້ ໄດ້ເດີນທາງໄກນຳກັນ ມັນອາດຈະເປັນຊ່ວງເວລາທີ່ສັ້ນ ແຕ່ມັນກໍເປັນຊ່ວງເວລາທີ່ສວຍງາມ ເປັນຊ່ວງເວລາທີ່ໜ້າຈົດຈຳ ເຖິງວ່າມັນຈະຈົບລົງດົນແລ້ວແຕ່ຄວາມຊົງຈຳທີ່ຊ່ວງເວລາໜຶ່ງຂອງຊີວິດ ເຄີຍມີຄົນໆໜຶ່ງເຂົ້າມາເຮັດໃຫ້ເຮົາຮູ້ສຶກແບບນັ້ນ ໂມເມັ້ນທຸກຢ່າງ ເວລາທີ່ເບິ່ງຍ້ອນກັບໄປ ເຮົາຍັງສາມາດຍິ້ມໃຫ້ມັນໄດ້.
ແລະສິ່ງທີ່ຕາມມາຫຼັງຈາກທີ່ເລື້ອງລາວທຸກຢ່າງມັນຈົບລົງກໍຄົງເປັນຄວາມຮູ້ສຶກໜຶ່ງທີ່ຖືກຖິ້ມໄວ້ເອີ້ນວ່າ “ ຄວາມເຈັບປວດ ’’ ຖ້າຫຼິ້ນເກມມັນກໍຄົງເປັນດ່ານທີ່ຍາກທີ່ສຸດໆ ແລະ ສິ່ງທີ່ຍາກໃນຊີວິດຈິງກໍຄື ເຮົາກໍຕ້ອງຢູ່ກັບມັນ. ຄວາມເຈັບປວດເປັນສິ່ງຊົ່ວຄາວ ມັນຈະບໍ່ຢູ່ກັບເຮົາຕະຫຼອດໄປ ມື້ໃດມື້ໜຶ່ງມັນກໍຈະຈາກເຮົາໄປເຊັ່ນກັນ ຂຶ້ນຢູ່ກັບວ່າເຮົາຈະເກັ່ງພໍທີ່ຈະຊະນະເກມດ່ານນີ້ ແລະ ຜ່ານມັນໄປໂດຍໃຊ້ເວລາດົນປານໃດ.
ແຕ່ກວ່າຈະຜ່ານຈຸດນັ້ນມາໄດ້ກໍຕ້ອງອາໄສຄວາມເຂັ້ມແຂງຫຼາຍຄືກັນ ຫຼາຍຄົນກໍມີ ລະດັບຄວາມເຈັບປວດ ແລະ ລະດັບຄວາມເຂັ້ມແຂງບໍ່ຄືກັນ ເພາະຮູບແບບຄວາມຮັກຂອງແຕ່ລະຄົນກໍແຕກຕ່າງກັນ.​ ສະນັ້ນ ລອງເບິ່ງຍ້ອນກັບໄປດີໆວ່າສິ່ງເຫຼົ່ານັ້ນມັນເຄີຍເຮັດໃຫ້ເຮົາມີຄວາມສຸກບໍ່ ແລ້ວຕອນນີ້ເດ ມັນເຮັດໃຫ້ເຮົາຮູ້ສຶກແບບໃດ, ຄວາມຮັກກໍຄືຄວາມຮັກ ຖ້າມັນກາຍເປັນຄວາມທໍລະມານເພາະຄວາມເຈັບປວດ ຄວາມໂຫຍຫາເມື່ອຂາດຄົນໆໜຶ່ງໄປ ນັ້ນຄວາມຮັກຂອງເຈົ້າກຳລັງເຈືອປົນຈາກສິ່ງອື່ນແລ້ວ ແຕ່ກໍປະຕິເສດຄວາມຮູ້ສຶກນັ້ນບໍ່ໄດ້ແນ່ນອນ ສິ່ງທີ່ເກີດຂຶ້ນຍອມຮັບວ່າມັນໂຫດຮ້າຍ ບໍ່ມີໃຜສົມຄວນໄດ້ຮັບຄວາມຮູ້ສຶກນັ້ນ.
ແຕ່ຮູ້ບໍ່ວ່າເຮັດຈັ່ງໃດເຮົາຈຶ່ງຜ່ານມັນມາໄດ້?
ຫຼາຍຄົນຄົງບອກວ່າ ການລືມ ​ແມ່ນ! ແຕ່ຖ້າຫາກເຈົ້າລືມໄດ້ໃດ໋… ທຸກຄົນຮູ້ດີໃນໃຈວ່າບໍ່ມີທາງລືມໄດ້ດອກ ເພາະເຮົາຈະລືມສະພາະສິ່ງທີ່ບໍ່ສຳຄັນເທົ່ານັ້ນ ແຕ່ນີ້ມັນເຄີຍເປັນຊ່ວງເວລາທີ່ສຳຄັນໃນຊີວິດ ສຳຫຼັບສິ່ງທີ່ເຮັດໃຫ້ຜູ້ຂຽນຜ່ານມັນມາໄດ້ ບໍ່ແມ່ນການລືມ ເພາະຜູ້ຂຽນຮູ້ສຶກເສຍດາຍຊ່ວງເວລາທີ່ຜ່ານມານຳກັນ ມັນມີຄ່າຫຼາຍເກີນກວ່າທີ່ຈະລືມ ແລະ ຖ້າ ການລືມບໍ່ໄດ້ມັນເປັນບັນຫາຫຼັກຂອງຄວາມເຈັບປວດ ຊັ້ນກໍ ບໍ່ຕ້ອງລືມ ໃນທີ່ນີ້ບໍ່ໄດ້ໝາຍຄວາມວ່າໃຫ້ມານັ່ງຈົມກັບອະດີດ ແຕ່ເລືອກ ເກັບມັນໄວ້ເປັນຄວາມຊົງຈຳ , ຄວາມຊົງຈຳດີໆໄວ້ເປັນຄວາມຮູ້ສຶກດີໆ ມັນດີເທົ່າໃດແລ້ວທີ່ຄັ້ງໜຶ່ງເຮົາໄດ້ໃຊ້ຊີວິດທີ່ມີກັນແລະກັນ ແນ່ນອນວ່າການຈາກລາເປັນເລື່ອງໜ້າເສົ້າ ແຕ່ການທີີ່ເຮົາບໍ່ເຄີຍພົບກັນເລີຍ ອາດເປັນເລື່ອງທີ່ເສົ້າຍິ່ງກວ່າກໍເປັນໄດ້. ໃຫ້ເວລາຕົນເອງໄດ້ພິສູດໃຫ້ໂຕເອງເຫັນວ່າເຮົາຍັງເຂັ້ມແຂງ ເຮົາຍັງຍິ້ມໄດ້ ຄິດເສຍວ່ານີ້ເປັນພຽງບົດທົດສອບໜຶ່ງຂອງພະເຈົ້າ ເພື່ອທົດສອບຄວາມເຂັ້ມແຂງຂອງເຮົາ ໃຫ້ເວລາຕົນເອງໄດ້ເຮັດສິ່ງທີ່ຢາກເຮັດ ໄດ້ອອກໄປຄົ້ນຫາສິ່ງທີ່ແມ່ນອີກຄັ້ງ ບໍ່ແມ່ນການຜູກມັດ ເພື່ອໃຫ້ສິ່ງນັ້ນຍັງຢູ່ ແຕ່ເປັນການປ່ອຍ ໃຫ້ສິ່ງນັ້ນໄດ້ເປັນ ຖ້າສິ່ງໃດທີ່ເປັນຂອງເຮົາຈັ່ງໃດມັນກໍເປັນຂອງເຮົາແລະ ອີກບໍ່ດົນເຮົາຈະສາມາດຫັນກັບມາເບິ່ງອະດີດເຫຼົ່ານັ້ນແລ້ວສາມາດຍິ້ມໃຫ້ມັນໄດ້ຈາກໃຈຈິງ ຕອນນັ້ນລະ ຫົວໃຈເຮົາຈະສາມາດຮັກໄດ້ຢ່າງເປັນອິດສະຫຼະ.
“ ມີຄົນເຄີຍບອກໄວ້ວ່າ ບໍ່ມີໃຜເປັນເຈົ້າຂອງລະດູຝົນ ມື້ນີ້ອາດໝົ່ນໝອງ ແຕ່ມື້ໜຶ່ງຈະແຈ່ມໃສ ບໍ່ດົນ ແລະບໍ່ຕະຫຼອດໄປ ’’
ນັ້ນລະທຸກຄົນ ເຮົາບໍ່ຮູ້ດອກວ່າໃນຊີວິດເຮົາຈະໄດ້ພົບກັບຄວາມຮັກທີ່ມັນສ້າງມາເພື່ອເຮົາຕອນໃດ ມັນອາດຈະມາໃນຮູບແບບຂອງເພື່ອນທີ່ບໍ່ໄດ້ພົບກັນດົນ ຄົນທີ່ເຮົາຍ່າງກາຍຕະຫຼອດໃນຕອນເຊົ້າວັນຢຸດ ຄົນທີ່ເປັນແຟນເກົ່າ ຫຼືແມ່ນແຕ່ຄົນທີ່ເຮົາບໍ່ເຄີຍເຫັນໜ້າມາກ່ອນ ຈັ່ງໃດກໍຕາມມັນບໍ່ແມ່ນເລື້ອງງ່າຍໆທີ່ຈະໄດ້ພົບກັບຄົນໆນັ້ນ ຖ້າຫົວໃຈບອກວ່າແມ່ນ ກໍລອງເປີດໂອກາດໃຫ້ໂຕເອງໄດ້ຮູ້ຈັກກັບສິ່ງນັ້ນເບິ່ງ ບໍ່ວ່າມັນຈະຈົບລົງແບບໃດເຖິງຈະເສຍໃຈ ກໍຍັງດີກວ່າເສຍດາຍທີ່ບໍ່ລອງສ່ຽງກັບມັນ ເພາະທ້າຍທີ່ສຸດແລ້ວຈັກມື້ໜຶ່ງທີ່ເຮົາຜ່ານມັນໄປໄດ້ເຮົາຈະຂອບໃຈສິ່ງເຫຼົ່ານັ້ນ.
ໃນມຸມຂອງຜູ້ຂຽນ ຄວາມຮັກ ກໍຍັງສວຍງາມສະເໝີ ເປັນກຳລັງໃຈໃຫ້ຜູ້ອ່ານທີ່ກຳລັງເດີນທາງຜ່ານຊ່ວງເວລາເຫຼົ່ານີ້ ຫວັງວ່າທ່ານຈະເປັນນັກເດີນທາງທີ່ເຂັ້ມແຂງຂຶ້ນ.
ບໍ່ວ່າໃນອະນາຄົດຈະເປັນແບບໃດ ຜູ້ຂຽນກໍຢາກຈະເວົ້າຖິ້ມທ້າຍສັ້ນໆວ່າ:
“ຈົ່ງຮັກ’’