Stories by Savina Pabu on Medium
ສະບາຍດີ ຂ້າພະເຈົ້າຊື່ ສາວິນາ ລົມເຢັນ (ສາ)ຈະມາເລົ່າປະສົບການ ຮຽນທີ່ມະຫາວິທະຍາໄລເສດຖະກິດການຄ້າສາກົນ University of International Business and Economics (UIBE) ທີ່ປັກກິ່ງ ສປ.ຈີນໃຫ້ທຸກຄົນຮູ້ນຳກັນ
ໄດ້ໄປຮຽນຕໍ່ຢູ່ ສປ.ຈີນໄດ້ແນວໃດ?
ການໄປຮຽນຕໍ່ປະເທດຈີນມີຫຼາຍໆທຶນເຊັ່ນ: CSC, MOFCOM, One Belt One Road, YES Scholarship ໆລໆ. ສຳລັບສາພາຍຫຼັງທີ່ຮຽນຈົບມັດທະຍົມກໍເສັງໄດ້ທຶນຂອງ ທະນາຄານແຫ່ງ ສປປ ລາວ ໄປຮຽນຕໍ່ໃນສາຂາການເງິນ. ໄລຍະເວລາການຮຽນຄືກຽມພາສາ 1 ປີ ແລະ ປະລິນຍາຕີ ຫຼັກສູດ 4 ປີ. ຮຽນຈົບມາກໍສາມາດເຂົ້າເຮັດວຽກຢູ່ ທຫລ ໄດ້ເລີຍ.
ເຊິ່ງການເສັງແມ່ນ ທະນາຄານແຫ່ງ ສປປ ລາວ ຫຼື ທຫລ ຈະໄປເອົາລາຍຊື່ນັກຮຽນທີ່ມີເປົ້າໝາຍຈາກກະຊວງສຶກສາເຊັ່ນ: ນັກຮຽນເກັ່ງລະດັບປະເທດຂອງແຕ່ລະວິຊາທັງສາຍພອນສະຫວັນ ແລະ ສາຍທຳມະດາ, ນັກຮຽນຈົບຊັ້ນມໍ7 ທີ່ໄດ້ໃບປະກາດແດງ ແລະ ນັກຮຽນທີ່ເສັງເຂົ້າສະຖາບັນການທະນາຄານໄດ້ອັນດັບຕົ້ນໆ.
ຫລັງຈາກນັ້ນ ທຫລ ກໍຈະຕິດຕໍ່ນັກຮຽນເຫຼົ່ານັ້ນແລ້ວຈັດການສອບເສັງຄັດເອົາຫົວກະທິ ຂອງ ຫົວກະທິ ມາຈົນເຫຼືອພຽງ 6 ຄົນ ເຊິ່ງ 3ຄົນທີ່ໄດ້ຄະແນນສູງສຸດ ແມ່ນຈະໄດ້ໄປຮຽນຢູ່ ສປ ຈີນ ແລະ ອີກ3ຄົນ ແມ່ນໄປຮຽນຢູ່ ສສ ຫວຽດນາມ. ວິຊາທີ່ເສັງຈະມີ: ຄະນິດສາດ, ພາສາອັງກິດ, ຄວາມຮູ້ທົ່ວໄປ ແລະ ພາກສຳພາດ.ເຊິ່ງຜົນອອກມາຄົນທີ່ໄດ້ໄປນຳກັນກໍແມ່ນຄົນທີ່ຄຸ້ນໜ້າຄຸ້ນຕາຕາມບັ້ນຮົບສອບເສັງຕ່າງໆ
1. ນ. ແອນ້ອຍ ຕັນວານິດ (ເສື້ອສີຟ້າ): ນັກຮຽນໃບປະກາດແດງ ມໍ4, ນັກຮຽນເກັ່ງລະດັບປະເທດວິຊາຄະນິສາດ-ສາຍສາມັນ, ແອນ້ອຍເປັນນັກຮຽນເກັ່ງວິຊາຄະນິດສາດມາແຕ່ປໍ5 ເຫັນກັນຕັ້ງແຕ່ຕອນເສັງເລີຍ. 2. ນ. ສາວິນາ ລົມເຢັນ (ເສື້ອຂາວ ໝວກຂາວ): ນັກຮຽນເກັ່ງລະດັບປະເທດ ອັນດັບ4 ວິຊາຄະນິດສາດ ສາຍພອນສະຫວັນ, ນັກຮຽນຈົບຊັ້ນມໍ7ໃບປະກາດແດງ ແລະ ອັນດັບ2 ເສັງຕິດສະຖາບັນການທະນາຄານ. 3. ທ. ເຍ່ຍເຮີ ເກຍຊ່າ (ຜ້າພັນຄໍສີເທົາ): ນັກຮຽນເກັ່ງລະດັບປະເທດ ອັນດັບ 1 ວິຊາຄະນິດສາດ ມ້າມືດຂອງວົງການຄະນິດສາດ.
ປີທຳອິດ: 2013–2014 ເລີ່ມຊີວິດໃນເມືອງໃຫຍ່
“ພາສາຈີນເປັນໜຶ່ງໃນພາສາທີ່ຍາກທີ່ສຸດໃນໂລກ” ແຕ່ສຳລັບສາຄິດວ່າມັນບໍ່ແມ່ນແບບນັ້ນ, ສາ ແລະ ໝູ່ທີ່ໄດ້ທຶນນຳກັນອີກສອງຄົນບໍ່ເຄີຍມີພື້ນຖານພາສາຈີນມາກ່ອນ, ແຕ່ໃຊ້ເວລາໃນການຮຽນພາສາຈີນພຽງແຕ່ 8 ເດືອນ ແລ້ວເສັງວັດລະດັບພາສາຈີນໄດ້ HSK 4 (ເສັງວັດລະດັບຈະມີແຕ່ HSK 1-HSK6) ແຕ່ຍ້ອນໂຮງຮຽນຕ້ອງການພຽງແຕ່ລະດັບ 4 ເຮົາກະເອົາລະດັບນັ້ນໄປ.
ບັນຍາກາດຫ້ອງຮຽນເທີມທີ1 ກໍຈະເປັນປະມານນີ້, ມີກັນຢູ່3 ຄົນ ກັບ ອາຈານປະຈຳສາມວິຊາ
ຜົນເສັງວັດລະດັບພາສາຈີນຈາກຄະແນນເຕັມ 300 ສາໄດ້ 260ຈາກການຮຽນພາສາຈີນພຽງແຕ່8ເດືອນ
ແອັບຕົວຊ່ວຍຕອນຮຽນກຽມພາສາ
ສຳລັບສາໄປທຳອິດຖືປື້ມ dictionary ອັງກິດ-ຈີນເຫຼັ້ມບັກໃຫຍ່ໄປ, ຖາມວ່າໄດ້ໃຊ້ບໍ່? ບໍ່ເລີຍໜັກກະໜັກອີກ,ຍຸກ 4g ເຮົາກະຕ້ອງໃຊ້ອີ່ຫຍັງທີ່ພັດທະນາ. ຕົວຢ່າງແອັບ Pleco ທີ່ສາມາດແປຄຳສັບພ້ອມທັງຍົກຕົວຢ່າງ, ບອກວິທີອອກສຽງ, ເອົາມືຂຽນເອງ ໆລໆ ບາງຄັ້ງອາຈານໃຫ້ຄຳສັບແລ້ວແຕ່ງເປັນປະໂຫຍກຖ້າບໍ່ໄດ້ໂຕໃດກະຖາມ Pleco ໄດ້. (ຂໍໂທດອາຈານຫຼາຍໆເດີ້ບາງທີຄຳສັບອາຈານໃຫ້ມັນຍາກເກີນເລີຍຕ້ອງເພິ່ງພາ Pleco). ແອັບແປພາສາແມ່ນແລ້ວແຕ່ຄົນມັກ ແລະ ສະດວກ, ສາມາດໂຫຼດໄດ້ຕາມ App Store ຂອງໂທລະສັບໂຕເອງເລີຍ. (ໄດ້ຄ່າໂຄສະນາແອັບບໍ່? ບໍ່ໄດ້ຈັກກີບ ຮາຮາຮາ)
ບັນຍາກາດຫໍພັກຕອນຮຽນກຽມພາສາຈີນ
ເນື່ອງຈາກ ຮຮ ທີ່ສາຮຽນມີຕ່າງປະເທດຂ້ອນຂ້າງຫຼາຍ ບວກກັບ ສາໄປໃນນາມທຶນທີ່ບໍ່ແມ່ນທຶນລັດຖະບານຈີນ ເລີຍໄດ້ຢູ່ຫໍພັກຍິງຂອງ ນສ ຈີນ. ເຊິ່ງສາຕັ້ງຊື່ໃຫ້ຕຶກນີ້ວ່າ: “ສາລາພັນຫ້ອງ”.
ປົກກະຕິຫ້ອງອື່ນຈະໄດ້ນອນ4ຄົນເປັນຕຽງສອງຊັ້ນ, ແຕ່ຍ້ອນເປັນນັກສຶກສາຕ່າງປະເທດເລີຍໄດ້ນອນ 2 ຄົນ. ເຟີນິເຈີທຸກຢ່າງໃໝ່ຫ້ອງນອນກວ້າງຂວາງ ແຕ່ໄດ້ໃຊ້ຫ້ອງນຳ້ລວມ, ແຕ່ງກິນໃນຫ້ອງບໍ່ໄດ້ ຂະໜາດສຽບປັກສຽບເປົ່າຜົມກົງເຕີຈະຕັດໄຟ ແລະ ຕ້ອງໄດ້ອາບນຳ້ກ່ອນ 10 ໂມງແລງ ບໍ່ຊັ້ນ ນຳ້ປິດ. ຮາຮາຮາ ໄປຮຽນບ້ານເພິ່ນກະເຮັດຕາມລະບຽບເພິ່ນ
ເທີມທີສອງຂອງການຮຽນກຽມພາສາ
ຈາກທີ່ເຄີຍຮຽນກັນ ສາມຄົນ, ສາກໍໄດ້ມາຮຽນຮ່ວມກັບຫ້ອງໝູ່ຕ່າງປະເທດມີທັງປະເທດ: Saudi Arabia, Spain, Korea, Indonesia, Venezuela, Russia ແລະ UK ເຊິ່ງ ສາໄດ້ຮັບຫນ້າທີ່ເປັນຫົວຫນ້າຫ້ອງ
ປະສົບການນອກຫ້ອງຮຽນຕອນກຽມພາສາ
ສະຖານທູດລາວປະຈຳປັກກິ່ງເປັນອີກບ່ອນໜຶ່ງທີ່ເຮັດໃຫ້ສາບໍ່ຄິດຮອດບ້ານ, ໄດ້ກິນອາຫານລາວແຊບໆ ແລະ ປະກອບສ່ວນເຮັດກິດຈະກຳຕ່າງໆ ສາ ແລະ ນສ ຄົນອື່ນໆກໍໄດ້ປະກອບສ່ວນຟ້ອນສິລະປະເກືອບທຸກງານ
ນອກນັ້ນ ນສ ທຸກຄົນກໍມີຄວາມສາມັກຄີ ຮັກແພງກັນດີ. ເວລາມີງານຢູ່ສະຖານທູດ ແຕ່ລະຈຸນັກສຶກສາກໍຈະແບ່ງຫນ້າທີ່ຮັບຜິດຊອບກັນ. ບາງຈຸກໍໄດ້ອອກຕະຫຼາດ, ແຕ່ງກິນ, ຈັດສະຖານທີ່, ອະນາໄມ, ປ້ອງກັນ, ມ້ຽນສະຖານທີ່, ລ້າງຖ້ວຍ ໆລໆ (ຄົນທີ່ແຕ່ງກິນບໍ່ເປັນ ກະຈົນແຕ່ງກິນເປັນຍ້ອນຊ່ວຍວຽກຢູ່ສະຖານທູດ)
ນອກຈາກວຽກປະກອບສ່ວນຢູ່ທາງ ສະຖານທູດແລ້ວ, ຮຮ ກໍຈະຈັດກິດຈະກຳທັດສະນະສຶກສາທຸກໆປີ. ເຊິ່ງຕອນກຽມພາສາ ສ່ວນຫລາຍ ອາຈານ ຈະພາໄປ ກຳແພງເມືອງຈີນ, 八大处 ໆລໆ
ທ່ຽວຊົມຫໍພິຕະພັນ ສິລະປະ ແບບ art ຢູ່ 798ໄປກັບນັກຮຽນກຽມພາສານຳກັນ
ນອກນັ້ນ ຮຮ ກໍມີກຸ່ມ ນສ ເຮັດກິດຈະກຳຕ່າງໆ ເຊິ່ງສາກໍເປັນຜູ່ໜຶ່ງທີ່ມັກສະແດງອອກ. ຄັ່ງທຳອິດແມ່ນໄປແຂ່ງເວົ້າໄວ, ອາລົມປະມານເວົ້າ ກາກິນກ້ວຍກັດກິນກົ້ນກ່ອນ, ຂ້ອຍຂຶ້ນຂອນຂີ້ເຂັບຂົບຂ້ອຍ…ແຕ່ເປັນພາສາຈີນໃຫ້ເວົ້າພາໃນ 30ວິນາທີ. ເຊິ່ງຂອງລາງວັນທີ່ສາໄດ້ຕອນນັ້ນແມ່ນເຊັດບ່ວງສ້ອມລວດລາຍຈີນ.
ແຂ່ງຂຽນພາສາຈີນ. ອາລົມປະມານວ່າ: ໃຫ້ຂຽນຄຳທີ່ສາມາດອອກສຽງໄດ້ສອງແບບ, ຂຽນຄຳທີ່ແທນຄວາມໝາຍດິນຟ້າອາກາດ … ແລ້ວແຕ່ຄຳຖາມ, ເຊິ່ງມັນທ້າທາຍ ແລະ ຕ້ອງຄິດໃຫ້ອອກພາຍໃນເວລາອັນນ້ອຍນິດ. ຕອນນັ້ນສາໄດ້ຈັບຄູ່ກັບຄົນຈີນ, ມີໂພສເຕີຕິດຢູ່ ຮຮ ພ້ອມ. ເຊິ່ງຜົນການແຂ່ງຂັນມັນໄດ້ລາງວັນຊົມເຊີຍ, ຖືວ່າບໍ່ນ້ອຍໜ້າຄູ່ອື່ນເພາະຂະໜາດຮຽນໄດ້ແຕ່6ເດືອນ ຍັງສາມາດຜ່ານເຂົ້າຮອບຕັດສິນໄດ້ເສີຍ ຮິຮິຮິ
ງານວັດທະນະທຳ ຮຮ, ເປັນງານໃຫຍ່ ແລະຈັດຂຶ້ນທຸກປີ. ປີນັ້ນ ສາກັບອ້າຍເອັດດີ້ໄດ້ຮັບຄັດເລືອກເປັນຕົວແທນ ນສ ຂຶ້ນຍ່າງສະແດງຊຸດປະຈຳຊາດໃຫ້ ທ່ານທູດແຕ່ລະປະເທດຮັບຊົມ
ໝູ່ຕ່າງປະເທດເຂົາເຈົ້າກະມີການໃສ່ຊຸດບ້ານເຂົາຄືກັນ
ງານແຂ່ງຮ້ອງເພງຈີນຂອງ ນຮ ກຽມພາສາເຮົາກະບໍ່ພາດ ຂຶ້ນໄປຮ້ອງແຂ່ງນຳເຂົາເຈົ້າຈົນໄດ້ລາງວັນ ຊົມເຊີຍ. ບໍ່ກ້າແທ້ເຮັດບໍ່ໄດ້ ຮາຮາຮາ
ກຽມພາສາຈົບແລ້ວ ເຢ້ໆ. ອີກ4ປີຕ້ອງໄດ້ບຸກບືນສູ້ຊົນຕື່ມ
ປີ2014–2015: ນັກສຶກສາປີ 1
ແທ່ນແທນ…Roommate ສາເອງ ງາມບໍ່?, ນາງຊື່ Raushan ຄົນປະເທດ Kazhakstan ປະເທດນີ້ເວົ້າພາສາຣັດເຊຍ. ສາເລີ່ມຍ້າຍມາຢູ່ຕຶກຫໍພັກ ນສ ຕ່າງປະເທດ ເນື່ອງຈາກວ່າຫໍພັກເກົ່າແຕ່ງກິນບໍ່ໄດ້ ແລະ ຈຳກັດເວລາການອາບນຳ້. ຕອນສາຍ້າຍມາແມ່ນສາຂຶ້ນປີ1 ສ່ວນນາງຂຶ້ນປີ2. ສຳລັບການປັບໂຕເຂົ້າກັບRoommate ໃໝ່ທີ່ຕ້ອງນອນຫ້ອງດຽວກັນເຫັນຫນ້າກັນທຸກມື້ເປັນເວລາ 4ປີ ເປັນເລື່ອງສະບາຍສຳລັບສາ, ເຮົາເວົ້າພາສາຈີນນຳກັນ, ເວລາບໍ່ເຂົ້າໃຈກັນຈະບໍ່ປາກນຳກັນ ແລ້ວກະແມ່ນນາງທີ່ເປັນຄົນຊວນລົມ, ເວລາດີກັນກະຄືເຫັນໃນຮູບແຫຼະ ຮາຮາ ນາງຈະຮູ້ທຸກເລື່ອງຂອງສາ ແລະ ຈະໃຫ້ກຳລັງໃຈເຕັມທີ່.
Classmates ຂອງສາຈະມີປະເທດ: Saudi Arabia, Russia, Kazhakstan, Indonesia, Italy, France, South Korea, North Korea, Uzbekistan, Ukrain, Sinegal, Thailand … ສາເປັນຄົນລາວຄົນດຽວໃນຫ້ອງ ແລະ ເປັນຫົວໜ້າຫ້ອງ2
ສະໄໝຮຽນປີ 1 ເວລາໃກ້ຈະເສັງໝູ່ໆໃນຫ້ອງຈະມາລວມຕົວກັນແລ້ວໃຫ້ສາເປັນຄົນຕິວວິຊາຄະນິດສາດໃຫ້ ເພາະປະເທດອື່ນເຂົາເຈົ້າຮຽນເລກບໍ່ແຂງເທົ່າບ້ານເຮົາ ຫຼື ບາງວິຊາໝູ່ໃນຫ້ອງກໍຈະມາຂໍກັອບປີ້ປຶ້ມບົດຮຽນທີ່ສາຈົດ (ຕ່າງປະເທດສ່ວນຫລາຍເຂົາເຈົ້າຈະຂຶ້ນຫ້ອງຮຽນ ແລ້ວນັ່ງຫລິ້ນໂທລະສັບ)
ບາງມື້ທີ່ຮຽນໝົດມື້ ພວກໝູ່ໃນຫ້ອງກໍຈະມາເຮັດກິນຢູ່ຫໍພັກຂອງສາ ເພາະບ້ານເຂົາເຈົ້າຢູ່ໄກ ແລະ ອີກຢ່າງສາເປັນຫົວຫນ້າຫ້ອງ ເລີຍຕ້ອງໄດ້ຕ້ອນຮັບເຂົາເຈົ້າຕະຫລອດ ຮາຮາຮາ (ອາຫານຄົນຣັດເຊຍຫນ້າຕາກໍຈະປະມານນີ້)
ທຸກປີສະເພາະຄະນະ ການເງິນ ຈະມີການຈັດງານ ປີໃໝ່ຂຶ້ນ. ອາຈານ ປະຈຳຫ້ອງຈະໃຫ້ແຕ່ລະຫ້ອງກຽມການສະແດງຂອງຕົນເອງຂຶ້ນມາ ສາໄດ້ນຳພາໝູ່ໃນຫ້ອງເຮັດການສະແດງເຕັ້ນ, ເຊິ່ງຄົນອອກທ່າເຕັ້ນແມ່ນອ້າຍຄົນເກົາຫຼີ ທີ່ເປັນຄົນງຽບໆ ບໍ່ເວົ້າບໍ່ວ່າແຕ່ສະກິວການເຕັ້ນທ້າວສຸດຍອດດດ, ກັບຄົນອອກທ່າເຕັ້ນອີກຄົນແມ່ນສາວ ຄາຊັກ ສະໂນໄວ ຂອງຫ້ອງ ນາງຜິວຂາວວວວວວສຸດໆ. (ສາທີ່ບໍ່ເຄີຍເຕັ້ນແຣັບມາກ່ອນກະໄດ້ເຕັ້ນນຳເຂົາ ເພາະຖ້າຫົວໜ້າຫ້ອງບໍ່ເຮັດກະບໍ່ມີຜູ່ໃດຢາກເຮັດນຳ)
ປີນີ້ສາໄດ້ຮັບກຽດເປັນພິທີກອນງານ Chinese Bridge ເປັນງານໃຫຍ່ຂອງ ຮຮ. ຍ້ອນສະໝັກເຂົ້າຊົມລົມ ນສ ຈີນ ຫຼື Association Union of UIBE (AUU) ແບບບໍ່ໄດ້ຕັ້ງໃຈ ຄືເຫັນເຂົາເຈົ້າເປີດຮັບສະໝັກ ແລ້ວບໍ່ມີໃຜສົນໃຈ ສາເລີຍຕື່ມແບບຟອມໄປ. ສຸດທ້າຍຢູ່ໄປຢູ່ມາຖືກເລືອກໃຫ້ເປັນພິທີກອນຊຳ້ ຮາຮາຮາ
ດ້ວຍຄວາມທີ່ມັກເຮັດວຽກເພື່ອການກຸສົນ ສາເລີຍສະໝັກເຂົ້າເປັນສະມາຊິກອາສາສະໝັກຂອງ ຮຮ ຫຼື International Volunterr Association (IVA) ປີນີ້ໄດ້ໄປສອນ ພາສາອັງກິດ ໃຫ້ເດັກນ້ອຍປະຖົມ
ງານເດີນແບບຂອງ ຮຮ ກະມາ ເຊິ່ງໄດ້ອອກຂ່າວນິຕະຍາສານຂອງ ຮຮ
ບາງຄັ້ງທີ່ ຮຮ ເຮັດແບບສອບຖາມມາ ສາກໍຕອບ ແລະ ການຕອບແບບສອບຖາມຂອງສາກໍໄດ້ຮັບຄັດເລືອກເອົາມາລົງເວັບໄຊຂ່າວຂອງ ຮຮ
ວຽກງານສະຖານທູດກໍເຂົ້າຮ່ວມປົກກະຕິ, ປີນີ້ ນສ ຈຸ2 ພວກເຮົາຟ້ອນເພງ ແດນແຫ່ງອິດສະຫຼະ. (ໄດ້ຂ່າວວ່າ ຈຸ2 ເປັນສູນລວມຜູ້ສາວງາມຂອງປັກກິ່ງ ເບິ່ງຜູ່ໃດກໍມີແຕ່ຄົນງາມໆ ຮິຮິຮິ)
ຕອນປີ1 ສາ ກັບ ແອນ້ອຍໂຕຕິດກັນຕະຫຼອດ. ເວລາທີ່ສະຖານທູດມີງານກະຕ້ອງມີຫນ້າສອງຄົນເຮົາ. ເຊິ່ງງານນຳ້ຊາແມ່ຍິງອາຊຽນເຮົາສອງຄົນໄດ້ປະກອບສ່ວນຟ້ອນ ເພງຈຳປາເມືອງລາວ ໃຫ້ທ່ານທູດຍິງຂອງ10 ປະເທດອາຊຽນໄດ້ຮັບຊົມ
ງານ Window to ASEAN ສາກໍໄດ້ປະກອບສ່ວນຂຶ້ນຮ້ອງເພງດ່ຽວ ເພງອັນຍະມະນີແຫ່ງແມ່ນຳ້ຂອງ (ຈັກໄປເອົາຄວາມກ້າມາແຕ່ໃສຮາຮາຮາ) ແລະ ຂຶ້ນຟ້ອນຄູ່ກັບແອນ້ອຍໃນເພງຈຳປາເມືອງລາວອີກຕາມເຄີຍ (ເພງນີ້ເພງຫາກິນ ຮາຮາຮາ)
ງານວັດທະນະທຳ ຮຮ ປີນີ້ ສາໄດ້ເປັນໂຕ mascot ຄືຢືນໃຫ້ຄົນທີ່ສົນໃຈເຂົ້າມາຖ່າຍຮູບນຳ (ຊຸດລາວຂອງສະຖານທູດ ຢາກວ່າໄດ້ໃສ່ເກືອບໝົດທຸກສີ)
ຕອນປີ 1 ຮຽນໜັກປັນເລື່ອງທຳມະດາ ແຕ່ ຮຮ ກໍມີທຣິບທ່ຽວຟຣີຕະຫຼອດ (ໃຜໄດ້ມາຮຽນຢູ່ UIBE ຖືວ່າໂຊກດີສຸດໆ)
ພັກຫນາວຖ້າບໍ່ກັບບ້ານກໍສາມາດໄປທ່ຽວຂີ່ສະກີ ຫຼື ເກັບໝາກສະຕໍເບີລີ້ສົດໄດ້
ຖ້າເປັນສິດຮັກອາຈານກໍຈະຊວນໄປກິນກຸດຈີນຢູ່ບ້ານລາວ ໂອກາດແບບນີ້ນ້ອຍຄົນຈະເຮັດໄດ້ ເພາະສ່ວນຫລາຍກຸດຈີນຄົນຈີນເຂົາຈະໃຊ້ເວລາກັບຄອບຄົວ ບໍ່ຄ່ອຍເຊີນຄົນນອກໄປຮ່ວມ
ກິດຈະກຳຫຼາຍແບບນີ້ການຮຽນຂອງສາກໍບໍ່ນ້ອຍໜ້າ
ຮຮ UIBE ທຸກໆສົກຮຽນຖ້າຄະແນນ GPA ເປັນອັນດັບ1 ຂອງຄະນະ ຈະໃຫ້ເງິນສະໜັບສະໜູນການສຶກສາ 5000ຢວນ ຫຼືປະມານ $700ກວ່າ ແລະ ຖ້າເປັນຫົວໜ້າຫ້ອງດີເດັ່ນຈະໄດ້ 1000ຢວນ ຫຼື $100ກວ່າ. ສະນັ້ນທຸກຄົນທີ່ຮຽນ ຮຮ ນີ້ຖ້າມີຜົນການຮຽນທີ່ດີກໍຈະໄດ້ລາງວັນທຸກຄັ້ງ
ປີ2015–2016: ນັກກິດຈະກຳ
ຜົນການຮຽນຂອງສາກໍຍັງຄອງແຊ້ມ GPA ເປັນອັນດັບໜຶ່ງຂອງຄະນະຄືເກົ່າ, ອີກທັງໄດ້ໃບຍ້ອງຍໍບໍ່ເຄີຍຂາດຮຽນ, ຫົວຫນ້າຫ້ອງດີເດັ່ນ, ນັກກິດຈະກຳດີເດັ່ນ ແລະ ການຮຽນມີຄວາມກ້າວໜ້າ ເຊິ່ງທາງ ຮຮ ຈະໃຫ້ທັງໃບຍ້ອງຍໍ ແລະ ເງິນລາງວັນໂອນເຂົ້າບັນຊີໃຫ້ (ຜົນຕອບແທນຂອງການຕັ້ງໃຈຮຽນ)
ວຽກສະມາຄົມນັກສຶກສາລາວ
ສົກຮຽນ2015–2016 ເປັນປີທີ່ສາໄດ້ຮັບຄັດເລືອກເປັນຄະນະສະມາຄົມນັກສຶກສາລາວ ປະຈຳປັກກິ່ງ ແລະ ຄະນະແມ່ຍິງນັກສຶກສາ. ໜ້າວຽກຂອງສາແມ່ນຮັບຜິດຊອບການເງິນ ແລະ ພິທີການ (ຮັບສອງຕຳແໜ່ງໃນເວລາດຽວກັນ)
ວຽກຄະນະແມ່ຍິງນັກສຶກສາປະຈຳປັກກິ່ງ, ເຊິ່ງການຄັດເລືອກເປັນຄະນະຂອງໜ້າວຽກຕ່າງໆມາຈາກຄະແນນໂຫວດຂອງນັກສຶກສາລາວໃນປັກກິ່ງ
ວຽກຄະນະສະມາຄົມນັກສຶກສາ: ເວລາມີງານສຳຄັນຕ່າງໆສາກໍຈະຮັບຜິດຊອບກະກຽມເລື່ອງຄ່າໃຊ້ຈ່າຍ, ເກັບກຳລາຍຊື່ ໆລໆ
ປີທີ່ສາເປັນຄະນະສະມາຄົມ ເປັນປີທີ່ພິເສດເພາະມີການຈັດງານກິລາອາຊຽນ ຫຼື 2016 Beijing ASEAN Students’ Games ສາໄດ້ຖືກມອບໝາຍໃຫ້ນຳພາກິລາໂບລິ້ງ ເຊິ່ງປີນີ້ ນສ ລາວເຮົາກໍຍາດໄດ້ຫຼາຍລາງວັນ
ແລະພິເສດໄປກວ່ານັ້ນ ເປັນປີທີ່ວັນຊາດລາວຄົບຮອບ 40ປີ. ທາງສະຖານທູດເລີຍຈັດງານສະຫຼອງຄັ້ງຍິ່ງໃຫຍ່ ແລະ ສາກໍໄດ້ປະກອບສ່ວນທັງວຽກລົງທະບຽນ ແລະ ສິລະປະ
ແລະ ອີກຄັ້ງກັບງານລ້ຽງນຳ້ຊາແມ່ຍິງອາຊຽນ ປີນີ້ສາຂຶ້ນຮ້ອງເພງສາກົນ ເພງ I love You ໃຫ້ທ່ານທູດແຕ່ລະປະເທດໄດ້ຮັບຊົມ
ຢູ່ປັກກິ່ງເຮົາກໍໄດ້ມີການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຄືກັນ ແລະ ການປ່ອນບັດເລືອກຕັ້ງເປັນສິ່ງທີ່ຕື່ນເຕັ້ນຫຼາຍສຳລັບສາ, ເພາະແຕ່ເກີດມາເທື່ອນີ້ເປັນທີ່ທຳອິດທີ່ຕົນເອງໄດ້ໃຊ້ສິດປ່ອນບັດ ແລະ ໄດ້ຮັບຜິດຊອບເປັນຄະນະກຳມະການເລືອກຕັ້ງ
ປີໃໝ່ລາວຢູ່ສະຖານທູດເຮົາກໍຈັດທຸກໆປີ, ແຕ່ວ່າບໍ່ໄດ້ຫົດນຳ້ກັນເພາະອາກາດຕອນເດືອນ4 ຢູ່ປັກກິ່ງຍັງໜາວຢູ່ ອຸນຫະພູມກະຈະປະມານ 16–18 ອົງສາ ກຳລັງພໍດີ
ວຽກກິດຈະກຳ ຮຮ
ຍາມຮຽນສາກໍບຸກບືນເຕັມທີ່, ແຕ່ຍາມມີເວລາວ່າງສາຈະປະກອບສ່ວນຊົມລົມນັກສຶກສາຂອງ ຮຮ
ຈາກທີ່ເຄີຍເປັນສະມາຊິກ Association Union of UIBE (AUU) ມາປີນີ້ ສາໄດ້ຮັບຄັດເລືອກໃຫ້ເປັນຄະນະປະທານສະມາຄົມຂອງ International Department ເຊິ່ງຕ້ອງໄດ້ເຮັດວຽກຮ່ວມກັບຄົນຈີນ ຈັດກິດຈະກຳຕ່າງໆຂຶ້ນເຊັ່ນງານ Chinese Bridge ທີ່ສາເຄີຍເປັນພິທີກອນ, ງານ Halloween Party …
ແລະ ບົດສຳພາດກ່ຽວກັບການເປັນຄະນະປະທານສະມາຄົມຂອງສາກໍຍັງໄດ້ລົງເວັບໄຊຂ່າວຂອງ ຮຮ ອີກເຊັ່ນເຄີຍ
ໜ້າວຽກຂອງຄະນະປະທານ AUU ຍັງຕ້ອງໄດ້ຮັບສະໝັກສະມາຊິກຮ່ວມຊົມລົມ(ໄດ້ໄປແຈກໄປປິວຢູ່ຫໍພັກສາລາພັນຫ້ອງກະມີ ຄືອາລົມຕ້ອງໄປທຸກຫ້ອງພັກ), ວາງແຜນງານແຕ່ລະງານ ແລະ ຕ້ອງໄດ້ກຽມການສະແດງໃຫ້ສະມາຊິກໃໝ່ໄດ້ເບິ່ງ. ປີນີ້ສາໄດ້ມີໂອກາດເຕັ້ນລຳ ຈັງຫວະ Waltz ຄັ້ງທຳອິດ ແລະ ຖືວ່າເປັນຄວາມຮູ້ໃໝ່ອີກອັນໜຶ່ງ
ໂສມໜ້າຂອງສະມາຊິກໃໝ່ມີທັງຄົນຈີນ ແລະ ຕ່າງປະເທດເຮັດວຽກຮ່ວມກັນ(ແຕ່ເທົ່າທີ່ເຫັນຄືນວ່າມີແຕ່ຄົນຈີນເນາະ ຮາຮາຮາ)
ວຽກອາສາສະໝັກທີ່ສາເຄີຍເຮັດຕອນຢູ່ປີ1 ກໍຍັງສືບຕໍ່ເຮັດຄືເກົ່າ. ປີນີ້ໄດ້ໄປຢ້ຽມຢາມບ້ານພັກຄົນຊະລາ ແມ່ຕູ້ພໍ່ຕູ້ຫຼາຍຄົນແຂງແຮງຫຼາຍ, ແຖມຍັງມາໄດ້ເບິ່ງການສະແດງຈາກແຕ່ລະປະເທດ ບວກກັບຫຼິ້ນເກມປິ່ງໂກ້ ເພິ່ນແຮງມ່ວນຂຶ້ນ(ເບິ່ງຈາກສີໜ້າແມ່ຕູ້ກະຮູ້ແລ້ວວ່າເກມປິ່ງໂກ້ ມ່ວນແຮງ)
ບ້ານເດັກກຳພ້າສາກໍໄດ້ມີໂອກາດໄປຢ້ຽມຢາມມາ. ເດັກນ້ອຍເປັນຕາອີ່ຕົນຫຼາຍ ບໍ່ເຄີຍເຫັນພໍ່ແມ່ຈັກເທື່ອ, ບາງຄົນເກີດມາຜິດປົກະຕິຖືກພໍ່ແມ່ຖິ້ມ, ບາງຄົນຫາກໍໄດ້ 40ມື້ຍັງຖືກພໍ່ແມ່ຖິ້ມກໍມີ. ແຕ່ວ່າເດັກນ້ອຍເຂົາຄຳຮູ້ຫຼາຍ ແຖມກ້າສະແດງອອກອີກ
ສູນເດັກພິການສາກໍໄດ້ໄປມາ ແລະ ຮູ້ສຶກປະທັບໃຈກັບຄວາມເຂັ້ມແຂງຂອງເຂົາເຈົ້າຫຼາຍ. ບາງຄົນພິການເຫັນພວກເຮົາໄປຢາມກໍຈັບມື ແລ້ວໄຫ້ນຳ້ຕາໄຫຼ. ສາໄດ້ມີໂອກາດລົມກັບນ້ອງຄົນນີ້, ເພິ່ນວ່າ: ເອື້ອຍປີໜ້າມາຢາມນ້ອງອີກແນ່ເດີ້ ພ້ອມທັງຖ່າຍຮູບນຳກັນ. ແຕ່ເສຍດາຍສາບໍ່ໄດ້ມີໂອກາດກັບໄປເຮັດຕາມສັນຍາກັບນ້ອງຊຳ້
International Student Union (ISU) ເປັນອີກຊົມລົມໜຶ່ງທີ່ສາໃຝ່ຝັນຢາກເຂົ້າມາຕະຫຼອດ. ISU ຈະມີແຕ່ນັກສຶກສາຕ່າງປະເທດທີ່ເຮັດວຽກຊ່ວຍ ຮຮ ເຊິ່ງມີທັງໝົດ 8 departments (Office Department, Life Department, Art & Culture Department, Publicity Department, Studying Department, Club Association Depart ment, Sport Department ແລະ Liaison Department) ເຊິ່ງຕອນຢູ່ປີ1 ເຄີຍສະໝັກແລ້ວຖືກປະຕິເສດ. ຂຶ້ນປີ2 ສະໝັກໃໝ່ ແລະ ໄດ້ເຂົ້າຢູ່ Liaison Department ເປັນກົມທີ່ຕ້ອງໄດ້ອອກໄປຫາ sponsors ສະໜັບສະໜູນກິດຈະກຳຂອງ ISU ແລະ ເວລາລົງທະບຽນເປີດເທີມໃໝ່ຂອງ ຮຮ ສະມາຊິກ ISU ຈະໄດ້ຮັບໜ້າທີ່ເຮັດວຽກລົງທະບຽນຊ່ວຍອາຈານອີກ
ສະມາຊິກ ISU ຈະໄດ້ຮັບສິດທິພິເສດກ່ອນນັກສຶກສາຄົນອື່ນຄືເວລາ ຮຮ ມີກິດຈະກຳທັດສະນະສຶກສາ ພວກເຮົາຈະມີໂກຕ້າໄວ້ເລີຍ. ປີນີ້ສາໄດ້ເຂົ້າຮ່ວມງານເປີດການທ່ອງທ່ຽວຂອງຈີນທີ່ຈັດຂຶ້ນຢູ່ Hebei
ງານລ້ຽງປີໃໝ່ຂອງຄະນະການເງິນ ກະຖືກຈັດທຸກປີເຊັ່ນເຄີຍ. ປີນີ້ຫ້ອງສາໄດ້ເຕັ້ນລຳ ຈັງຫວະ Waltz ກັອບມາຈາກ ສະມາຄົມ AUU ທີ່ສາເຂົ້າຮ່ວມ ເລີຍປະຢັດເວລາຄິດ ຮາຮາຮາ
ພັກໜາວປີນີ້ສາບໍ່ໄດ້ກັບບ້ານຕາມເຄີຍ, ລະກໍມີໂອກາດໄດ້ໄປທ່ຽວງານວັດ ຕອນກຸດຈີນ. ຄົນຫຼາຍປານມົດ
ແລະ ເຫດຜົນຫຼັກໆທີ່ບໍ່ກັບບ້ານກະຄືໄປທ່ຽວເກົາຫຼີ ກັບ ນາງ ແອນ້ອຍ ຮາຮາຮາ ຖືກນາງເກ້ຍກ່ອມຈົນໄດ້ຕັດສິນໃຈຊື້ປີ້ຍົນໄປກັບນາງ ແລະ ເວລາກັບມາ ນາງຍັງຂຽນຣີວິວທຣິບເກົາຫຼີ ທີ່ຫຼາຍໆຄົນແຊ໌ກັນອີກ. ເຊິ່ງເອົາເງິນມາແຕ່ໃສໄປທ່ຽວ? ກະຄືເງິນທີ່ ຮຮ ໃຫ້ຍ້ອນຄະແນນສູງ ນັ້ນລະ. ບັງເອີນເຮົາສອງຄົນຮຽນເກັ່ງ ເລີຍໄດ້ນຳ ຮຮ ຕະຫຼອດ
ຫຼັງຈາກກັບມາແຕ່ທ່ຽວ ຮຮ ກະມີງານວັດທະນະທຳ, ປີນີ້ສາຮັບໜ້າທີ່ຊ່ວຍຂາຍຕຳໝາກຮຸ່ງເດີ້ (ແຊບບໍ່ແຊບ ກະຂາຍນຳຈົນບໍ່ທັ ຮາຮາຮາ)
ອີກຄັ້ງກັບເວທີໃຫຍ່ຂອງ ຮຮ ກັບໂຄງການ Hii Youth Talk ທີ່ຈັດຂຶ້ນຄັ້ງທຳອິດ: ເປັນການສະແດງຜ່ານໂທລະພາບຂອງຈີນໂດຍເນື້ອຫາຂອງປີນີ້ຈະເວົ້າກ່ຽວກັບສະຖານທີ່ທ່ອງທ່ຽວຂອງປະເທດຕົນເອງ ແລະ ມີການໂຕ້ວາທີຫົວຂໍ້“ໄປທ່ຽວດ້ວຍໂຕເອງ ແລະ ໄປທ່ຽວກັບທົວອັນໃດດີກວ່າກັນ?“ ເຊິ່ງສາປະທັບໃຈສຸດເພາະໄດ້ທັງອອກໂທລະພາບ ແລະ ມີໂປສເຕີ້ຂອງຕົນເອງຕິດຕາມ ຮຮ
ທຣິບກ່ອນຈົບປີ2: ເນື່ອງຈາກປີນີ້ສາເປັນຄະນະສະມາຄົມນັກສຶກສາລາວ ຈຶ່ງໄດ້ຮັບຄັດເລືອກໃຫ້ເຂົ້າຮ່ວມໂຄງການ The 1st ASEAN-China Youth Summer Camp ຢູ່ແຂວງທຽນຈິນ. ມີການຕັ້ງແຄ້ມ,ສົນທະນາຫົວຂໍ້ຂອງຊາວໜຸ່ມທີ່ຕ້ອງໄດ້ໃຊ້ແຕ່ພາສາອັງກິດ(ຮຽນຢູ່ຈີນກໍບໍ່ແມ່ນວ່າສາຈະລືມພາສາອັງກິດທີ່ເຄີຍຮຽນມາ) ແລະ ກໍຮຽນຮູ້ວັດທະນະທຳຂອງຈີນນຳ.
ປີ2016–2017: ທ່ອງທ່ຽວ ແລະ ເຮັດວຽກເສີມ
ກ່ອນທີ່ຈະກັບມາຈີນປີນີ້ ສາໄດ້ເຮັດສິ່ງໜຶ່ງທີ່ບໍ່ໄດ້ເຮັດມາຫລາຍປີ ນັ້ນກໍຄືການສົມມາພໍ່ແມ່. ສາໄດ້ໃຊ້ເງິນທີ່ໄດ້ຈາກການໃຊ້ສະໝອງຂອງຕົນເອງ, ເງິນທີ່ໄດ້ຈາກ ຮຮ ຍ້ອນການຮຽນດີ, ຊື້ຄຳ ແລະ ເຄື່ອງນຸ່ງໃໝ່ສົມມາພໍ່ແມ່ກ່ອນທີ່ຈະກັບມາຮຽນ, ເພື່ອເປັນຂວັນກຳລັງໃຈເພິ່ນ
ເຊື່ອວ່າ ນສ ຫລາຍຄົນກໍເຮັດແບບດຽວກັບສາເວລາກັບມາຢາມບ້ານ
ເລີ່ມຕົ້ນດ້ວຍການຕອນຮັບນ້ອງໃໝ່ທີ່ເປັນທຶນ ທຫລ ລຸ້ນທີ3. ສາກັບ ແອນ້ອຍ ແລະ ເຍ່ຍເຮີກໍຊ່ວຍເຫຼືອນ້ອງໆເພິ່ນເຕັມທີ່
ດ້ານການຮຽນຂອງສາ
ນີ້ແມ່ນສິ່ງທີ່ສາຈົດຈາກການຟັງLectureຂອງອາຈານ, ອາໃສການຕັ້ງໃຈຟັງ, ສະໝອງແປ ແລ້ວມືຂຽນອອກມາ. ບາງທີທັນຄິດອອກກະຈະຂຽນພາສາຈີນ, ບາງທີພາສາລາວ ຫຼື ອັງກິດ ຮາຮາຮາ. ຢູ່ ຮຮ ຂອງສາ ບາງວິຊາຈະເສັງເປີດປຶ້ມ(ຖາມວ່າອອກໃນປຶ້ມບໍ່? ຄຳຕອບຄືເປີດຊື່ໆແຕ່ບໍ່ຄ່ອຍມີໃນປຶ້ມ) ແລະ ບາງວິຊາຈະເສັງປິດປຶ້ມ ແລ້ວອາໄສການຈົດສິ່ງທີ່ອາຈານເວົ້າເປັນສຳຄັນ
ເຊິ່ງຜົນຂອງການຕັ້ງໃຈຮຽນມັນເຮັດໃຫ້ສາໄດ້ລາງວັນການຮຽນດີເດັ່ນ First Prize for EXCELLENCE IN ACADEMIC PERFORMANCE ຂອງ ຮຮ ທຸກໆປີ ແລະ ພິເສດປີນີ້ນອກຈາກລາງວັນນີ້ ສາກໍຍັງໄດ້ລາງວັນໃຫຍ່ອີກອັນຫນຶ່ງກໍຄື:
ລາງວັນຈາກລັດຖະບານຈີນ-Chinese Government Outstanding International Student Scholarship ເຊິ່ງລາງວັນນີ້ຕັດສິນຈາກການເອົາຄະແນນສູງສຸດຂອງທຸກພາກວິຊາ ແລ້ວສົ່ງໃຫ້ກະຊວງສຶກສາຈີນ ຈາກນັ້ນກະຊວງຈະຄັດຫມົດທົ່ວປັກກິ່ງ ແລ້ວໃຫ້ທຶນແກ່ນັກສຶກສາຕ່າງປະເທດທີ່ໄດ້ຄະແນນສູງສຸດຂອງປັກກິ່ງ. ເຊິ່ງສາກໍຕິດອັນດັບ ແລະ ເປັນຄົນລາວຄົນດຽວໃນປີນີ້. ສ່ວນເງິນລາງວັນກໍຂ້ອນຂ້າງຫລາຍຄື 15000ຢວນ ຫຼື ປະມານ $2000 ກວ່າ (ໃຊ້ສະໝອງຫາເງິນ ຮາຮາຮາ)
ແລະ ປີນີ້ສາກໍຍັງສືບຕໍ່ເປັນຫົວຫນ້າຫ້ອງນຳພາຫມູ່ໃນຫ້ອງເຮັດກິດຈະກຳຕ້ອນຮັບປີໃໝ່ສາກົນ ແລະ ກຸດຈີນຄືເກົ່າ (ເລື່ອງຮຽນກໍໄດ້ ເລື່ອງວຽກກໍໃຫ້ເດັ່ນ ສະໝຳ່ສະເໝີ)
ວຽກ ISU-International Student Union:
ຈາກທີ່ເຄີຍເປັນສະມາຊິກຂອງ Liaison Department ມາປີນີ້ສາໄດ້ຍ້າຍມາເປັນສະມາຊິກຂອງ Office Department ຍ້ອນວ່າວຽກຫ້ອງການເປັນວຽກທີ່ສາມັກ ແລະ ມັນໄດ້ຮູ້ການເຄື່ອນໄຫວ ພ້ອມເອກະສານກິດຈະກຳຕ່າງໆ ອີກທັງໄດ້ພົວພັນກັບອາຈານຂອງ ຮຮ ຫລາຍ
ພາບບັນຍາກາດງານ Christmas ຂອງ Office Department
ຄືທີ່ສາເຄີຍເວົ້າວ່າສະມາຊິກ ISU ຈະໄດ້ຮັບສິດທິພິເສດ, ງານນີ້ເປັນງານເປີດກິລາຂອງມະຫາວິທະຍາໄລ ເຊິ່ງ ຮຮ ຈະຄັດເອົາ ນສ ຕ່າງປະເທດມາຍ່າງເປີດງານ. ຍ່າງ 1 ຮອບ ໄດ້ເງິນ 500 ຢວນ ຫຼື ເກືອບ $100 (ວຽກງ່າຍໆ ແລະ ສາກໍເຂົ້າຮ່ວມທຸກປີ ລຸກຂຶ້ນມາແຕ່ງຫນ້າເອງແຕ່ເຊົ້າໆ)
ງານວັດທະນະທຳປີນີ້ສາໄດ້ປະກອບສ່ວນຊ່ວຍເຫຼືອວຽກງານທັງ 2 ບູດເລີຍ: ບູດ ນສ ລາວ ກໍຊ່ວຍເປັນ cashier ກັບ ພາກັນຫອບນຳ້ຂາຍອອ້ມງານກັບແອນ້ອຍ ແລະ ຊ່ວຍບູດຂອງ ISU
ບັນຍາກາດໃນງານກໍຈະເປັນປະມານນີ້. ມີຫນຸ່ມຫລໍ່ ສາວງາມຈາກປະເທດຕ່າງໆ ນຸ່ງຊຸດປະຈຳຊາດ, ຂາຍອາຫານປະຈຳຊາດ ແລະ ຮ້ອງເຕັ້ນເພງຕາມວັດທະນະທຳບ້ານເຂົາ. (ງານວັດທະນະທຳຂອງ ມະຫາວິທະຍາໄລທີ່ສາຢູ່ຈັດວ່າເປັນງານທີ່ໃຫຍ່ສຸດໃນປັກກິ່ງກະວ່າໄດ້)
ວຽກສະຖານທູດ ແລະ ສະມາຄົມນັກສຶກສາ:
ສຳລັບປີນີ້ສາບໍ່ໄດ້ເປັນຄະນະອົງການຈັດຕັ້ງໃດໆ ແຕ່ສາກໍຍັງສືບຕໍ່ຮ່ວມກິດຈະກຳຂອງສະຖານທູດຢູ່ສະເໝີເຊັ່ນ: ວຽກສິລິປະ, ວຽກງານແຕ່ງກິນ, ອະນາໄມ …
ລວມໄປເຖິງວຽກງານສະມາຄົມນັກສຶກສາລາວທີ່ມີການຈັດແຂ່ງຂັນບານເຕະຍິງ
ກິນເຂົ້າສາມັກຄີພາຍໃນຈຸນັກສຶກສາຮ່ວມກັນ ໄດ້ກິນອາຫານແບບລາວເຮົາເຮັດໃຫ້ເຊົາຄິດຮອດບ້ານ
ສາເປັນຄົນທີ່ມັກພາສາຣັດເຊຍ. ເຫັນຄົນຣັດເຊຍລົມກັນຟັງແລ້ວມັນເທ້ດີ ບວກກັບ Roommate ກໍເວົ້າຣັດເຊຍແນ່ ເລີຍລົງຮຽນພາສານີ້ ແລະ ຈົນໄດ້ໃບປະກາດຂັ້ນພື້ນຖານ ຮາຮາຮາ (ຣັດເຊຍເຮົາກໍໄດ້ຢູ່ພໍປູໆປາໆເດີ້)
ລວມໄປເຖິງການເຂົ້າຮ່ວມກຸ່ມອອກກຳລັງກາຍເພື່ອສຸຂະພາບຂອງສະມາຄົມນັກສຶກສາຣັດເຊຍ (ສາເປັນຄົນລາວຄົນດຽວໃນກຸ່ມ ຮາຮາຮາ ພາສາຣັດເຊຍເວົ້າແບບປູໆປາໆ ອາໄສຄວາມຮູ້ສຶກໃນການເຂົ້າໃຈ)
ການອອກກຳລັງການສະຕາຍຄົນຣັດເຊຍກະຈະເປັນຄືການຝຶກທະຫານ ແຕ່ຜົນອອກມາກະຄຸ້ມກັບການຝຶກຫນັກ (ຕອນນັ້ນຫຸ່ນດີໆ)
ງານປີໃໝ່ລາວກໍເຊັ່ນເຄີຍ ຈັດຂຶ້ນທຸກປີຢູ່ສະຖານທູດລາວປະຈຳປັກກິ່ງ ເຮັດໃຫ້ໄດ້ພົບພໍ້ອ້າຍນ້ອງນັກສຶກສາລາວຢູ່ສະເໝີ(ບໍ່ໄດ້ຫົດນຳ້ຕາມເຄີຍ ເພາະອາກາດຍັງໜາວຢູ່)
ດັ່ງທີ່ສາເຄີຍບອກວ່າສາເປັນເດັກກິດຈະກຳ, ງານ Songkran Fun Fest ຂອງສະມາຄົມ ນສ ໄທ ສາກໍເຂົ້າຮ່ວມປະກວດນາງສົງການນຳເຂົາເຈົ້າ. (ຖາມວ່າໄດ້ອັນດັບບໍ່? ບໍ່ໄດ້ ຮາຮາຮາ ແຕ່ກໍເປັນປະສົບການຫນຶ່ງໃນຊີວິດທີ່ສາກ້າເຮັດໃນສີ່ງທີ່ບໍ່ເຄີຍເຮັດມາກ່ອນ)
ແລະ ພິເສດທີ່ສຸດກໍຄືການໄດ້ຕ້ອນຮັບ ພະນະທ່ານ ນາງ ປານີ ຢາທໍ່ຕູ້ ໃນໂອກາດງານຮັບປະລິນຍາ. (ຄັ້ງໜຶ່ງໃນຊີວິດທີ່ໄດ້ພົບການນຳຂອງປະເທດເຮົາ ຮູ້ສຶກປຶ້ມໃຈສຸດໆ ບໍ່ຄິດບໍ່ຝັນວ່າຈະມີໂອກາດແບບນີ້)
ແບກກະເປົາກັບກ້ອງທ່ອງທ່ຽວຄົນດຽວກັບກຣຸບທົວ:
ນອກຈາກເລື່ອງຮຽນ, ກິດຈະກຳຕ່າງໆແລ້ວ ເວລາທີ່ ຮຮ ພັກ, ສາຍັງມັກການທ່ອງທ່ຽວ. ມັກທ່ຽວຄົນດຽວ ໄປນຳກຸບທົວ ຫຼື ບາງທີກໍມັກໄປຊື້ເຄື່ອງຍ່າງເລາະຢູ່ຫ້າງຄົນດຽວ. ໄປຄົນດຽວແບບນີ້ເຮັດໃຫ້ຮູ້ຈັກເອົາຕົວລອດ, ໄດ້ໝູ່ໃໝ່ທີ່ໄປທົວນຳກັນ ແລະ ມີການວາງແຜນທີ່ດີ.
ນີ້ກໍແມ່ນໄປນຳກຸບທົວ ລາຄາຫລັກຮ້ອຍວິວຫລັກລ້ານເລີຍ. ອັນນີ້ບໍ່ແມ່ນຢູ່ປເທດອາຣັບເດີ້, ໂຕທີ່ສາໄປເອີ້ນວ່າ ມົງໂກນໃນ Inner Mongolia ຢູ່ໃນປະເທດຈີນ ແຕ່ວ່າມີຊາຍແດນຕິດກັບປະເທດມົງໂກນ
ທ່ຽວຄົນດຽວກະໄດ້ຮູບງາມຄືກັນ, ໄດ້ຂີ່ທັງອູດ ໄດ້ຂີ່ທັງມ້າ. ເປັນທຣິບທີ່ຄຸ້ມສຸດໆ (ຖາມວ່າໄປຄົນດຽວອັນຕະລາຍບໍ່? ບອກເລີຍວ່າບໍ່ອັນຕະລາຍ ມີແຕ່ມ່ວນ ແລະ ໄດ້ຄວາມຊົງຈຳດີໆກັບມາ)
ເຮັດວຽກເສີມ:
ດ້ວຍຄວາມທີ່ບໍ່ຢາກແຕະຕ້ອງເງິນທ້ອນຂອງຕົນເອງ ເມື່ອທ່ຽວຫລາຍກໍຕ້ອງຫາເງິນມາທົດແທນໃນສ່ວນທີ່ໃຊ້ໄປກັບຄວາມສຸກຂອງຕົນເອງ
ວຽກເສີມຄັ້ງທຳອິດຄື: ການຂາຍເຄື່ອງໃນງານວັດຕອນກຸດຈີນຊ່ວງພັກໜາວ. ຕ້ອງໄດ້ຕື່ນແຕ່ 6 ໂມງເຊົ້າຂຶ້ນລົດເມ 1.5 ຊົ່ວໂມງ ແລ້ວມາຊ່ວຍຂາຍເຄື່ອງທ່າມກາງບັນຍາກາດອັນຫນາວສຸດໆ, ຄົນກໍຫລາຍ ແຖມບ່ອນທີ່ຂາຍກໍໃກ້ກັບທະເລສາບ ແຮງເຮັດໃຫ້ອາກາດໜາວຕື່ມ ໃສ່ເສື້ອຫນາປານໃດກໍເອົາບໍ່ຢູ່. ແຕ່ສາກໍບໍ່ຍອມທໍ້ຖອຍກັບງານນີ້ງ່າຍໆ, ໄປຢືນຂາຍເຄື່ອງທັງໝົດ 5 ມື້ ແລກກັບເງິນ 1000ຢວນ ຫຼື ປະມານເກືອບ $200 (ຫຼາບເລີຍ ປີໜ້າບໍ່ມາຂາຍຊ່ວຍອີກ)
ຍ້ອນວ່າເກັບໜ້ວຍກິດຈົນເກືອບຄົບ ເຮັດໃຫ້ຕອນປີ 3 ມີເວລາວ່າງຫຼາຍສາເລີຍໄປສະໝັກເປັນພະນັກງານເສີບຢູ່ຮ້ານ Slow Boat Brewery. ຖາມວ່າເປັນຫຍັງຈຶ່ງບໍ່ໄປຊອກສອນພາສາອັງກິດ ທັງໆທີ່ພາສາອັງກິດໂຕເອງກະໄດ້? ຄຳຕອບຄື ຄົນຈີນຈະນິຍົມຕ່າງປະເທດທີ່ຜົມທອງ ຜິວຂາວ ເຖິງພວກນັ້ນບໍ່ໄດ້ພາສາອັງກິດກະຕາມ, ສ່ວນຄົນເອເຊຍຄືເຮົາເຂົາບໍ່ຄ່ອຍຢາກໄດ້. ພວກວຽກບໍລິສັດແຮງຊອກຍາກ ເພາະສ່ວນຫຼາຍເຂົາເຈົ້າຈະກຳນົດປະເທດເປົ້າໝາຍໃນການສະໝັກວຽກໄວ້ເລີຍ
ອາຫານຫຼັກຂອງຮ້ານຈະມີ Burger & Beer ສົດທີ່ເປັນເອກະລັກຂອງຮ້ານ ເຮັດເອງ ແລະ ເປັນທີ່ນິຍົມໃນປັກກິ່ງ. ສາເຮັດວຽກໄດ້ຊົ່ວໂມງລະ 25 ຢວນ ເລີ່ມວຽກແຕ່ 5 ໂມງແລງ ຮອດ 10:30 ຕອນກາງຄືນ. ສາມາດເລືອກເວລາມາວຽກໄດ້. ລູກຄ້າຮ້ານນີ້ກໍຫຼາຍ, ມີຄົນຈີນ ແລະ ຄົນຕ່າງປະເທດເປັນສ່ວນໃຫຍ່ ໄດ້ໃຊ້ທັງພາສາອັງກິດ ແລະ ພາສາຈີນໃນການຮັບແຂກ. ວຽກຂອງສາກໍຈະມີແຕ່ຮັບອໍເດີ້ລູກຄ້າ, ເສີບເບຍ ແລະ ມ້ຽນໂຕະ, ເປັນວຽກງ່າຍໆ. ບາງທີບໍລິການດີ ລູກຄ້າຕ່າງປະເທດກໍໃຫ້ທິບ, ເທື່ອຫນຶ່ງໄດ້ 50 ຢວນ ຫຼື ບາງທີ 100 ຢວນກະມີ.
ຖ້າຖາມວ່າສາເມື່ອຍບໍ່ທີ່ຕ້ອງຮຽນ, ເຮັດກິດຈະກຳ ແລະ ເຮັດວຽກໃນເວລາດຽວກັນ? ຄຳຕອບຄືເມື່ອຍ, ແຕ່ເວລາໄດ້ເຫັນຫນ້າ ຫຼື ໄດ້ຍິນສຽງຂອງຄົນຢູ່ບ້ານ ເຮັດໃຫ້ເຮົາເຂັ້ມແຂງຂຶ້ນ ແລ້ວກໍບໍ່ຮູ້ສຶກເມື່ອຍເລີຍ. ນັບແຕ່ມື້ທີ່ມາຢຽບແຜ່ນດິນຈີນ, ສາບໍ່ເຄີຍໂທກັບບ້ານຂໍເງິນພໍ່ແມ່ຈັກເທື່ອ, ຍາມເງິນບໍ່ພໍກໍໄດ້ອົດເອົາ ແລະ ພະຍາຍາມຊອກວຽກເສີມມາຊ່ວຍ ເພື່ອບໍ່ໃຫ້ລົບກວນທາງບ້ານ
ນີ້ແມ່ນເງິນທິບທີ່ສາໄດ້ຈາກການເຮັດວຽກເສີມແຕ່ມື້ທຳອິດຈົນຮອດມື້ສຸດທ້າຍ ເຊິ່ງສາກໍໄດ້ເອົາເງິນດັ່ງກ່າວຊື້ຂອງຂວັນໃຫ້ຄອບຄົວກ່ອນກັບລາວ.
ກ່ອນກັບບ້ານຕອນພັກແລ້ງ:
ສາໄດ້ຖືກຄັດເລືອກໃຫ້ເປັນຄະນະຊາວຫນຸ່ມນັກສຶກສາລາວປະຈຳປັກກິ່ງ, ຮັບຜິດຊອບວຽກງານການເງິນ ແລະ ພິທີການ (ອີກຄັ້ງທີ່ໄດ້ຮັບຜິດຊອບຫນ້າວຽກຂອງ 3 ອົງການຈັດຕັ້ງມະຫາຊົນ)
ນອກຈາກນີ້ສາກໍຍັງໄດ້ລົງສະໝັກເປັນຫົວໜ້າຫ້ອງການສະມາຄົມ ISU
ແລະ ສາກໍໄດ້ຮັບແຕ່ງຕັ້ງໃຫ້ເປັນຫົວຫນ້າຫ້ອງການສະມາຄົມນັກສຶກສາຕ່າງປະເທດຂອງ ຮຮ. ຕຳແໜ່ງ ISU- Head of Office Department. ຈາກການໂຫວດຂອງອາຈານປະຈຳ ຮຮ ແລະ ສະມາຊິກ ຫ້ອງການ ISU.
ອີກຄັ້ງກັບບົດສຳພາດຂອງສາໄດ້ອອກທາງເວັບໄຊ໌ Youth.cn ໃນຫົວຂໍ້ຄວາມຄິດເຫັນຂອງ ນສ ຕ່າງປະເທດກ່ຽວກັບໂຄງການ One Belt One Road. ສາຮູ້ສຶກພູມໃຈທຸກຄັ້ງທີ່ໄດ້ເຫັນທຸງຊາດລາວອອກຂ່າວຕ່າງໆ ຂອງຈີນ, ຄົນລາວຢູ່ຕ່າງປະເທດກໍບໍ່ນ້ອຍຫນ້າຊາດອື່ນ.
ແລະ ງານ The World’s Intangible Culture Festival ສາເອງກໍເປັນຕົວແທນຄົນລາວເຂົ້າຮ່ວມ. ງານນີ້ຖ່າຍທອດສົດຜ່ານທາງໂທລະພາບຂອງຈີນ ແລະ ໄດ້ເງິນໃນການເຂົ້າຮ່ວມພ້ອມ.
ກ່ອນກັບບ້ານຊ່ວງພັກແລ້ງ ສາຍັງມີໂອກາດໄດ້ໄປທ່ຽວຟຣີກັບ ISU ທຣິບ 5 ດາວ. ກິນຟຣີ ຢູ່ຟຣີ. ເປັນເດັກກິດຈະກຳເຮັດວຽກເພື່ອ ຮຮ ມັນດີແບບນີ້ເອງ.
ປີສຸດທ້າຍຂອງການສຶກສາ: ໃຊ້ເວລາທີ່ເຫຼືອຢູ່ໃຫ້ຄຸ້ມຄ່າທີ່ສຸດ! (ຫຼາຍໜ້ອຍໜຶ່ງເດີ້)
ນັບຖືຄົນທີ່ທົນອ່ານເລື່ອງຂອງສາມາຮອດປີສຸດທ້າຍ. ສຳລັບປີນີ້ສາໄດ້ເຮັດກິດຈະກຳຫຼາຍເປັນພິເສດ, ຫວັງວ່າຄົນທີ່ກຳລັງອ່ານຢູ່ຈະທົນອ່ານນຳກັນຈົນຈົບເນາະ.
ເລື່ອງ“ຈັບປາສອງມື” ຫຼາຍຄົນວ່າເປັນສິ່ງທີ່ບໍ່ສາມາດເຮັດໄດ້ໃນເວລາດຽວກັນ. ແຕ່ສາກໍໄດ້ພິສູດແລ້ວວ່າບໍ່ມີສິ່ງໃດທີ່ເຮົາຕັ້ງໃຈແລ້ວຈະເຮັດບໍ່ໄດ້.
ເລີ່ມຕົ້ນສົກຮຽນດ້ວຍການເຮັດວຽກກິດຈະກຳ,ທຸກໆເທີມສະມາຊິກ ISU ຈະມາຊ່ວຍອາຈານລົງທະບຽນຮຽນໃຫ້ນັກສຶກສາໃໝ່ ແລະ ເກົ່າ, ບາງຄົນກໍຖືກເວນໄປຮັບນັກສຶກສາຢູ່ສະໜາມບິນ. ນີ້ແມ່ນການອຳນວຍຄວາມສະດວກຂອງ ຮຮ ສາເອງ(ເຮັດວຽກໄດ້ເງິນມື້ລະ 100 ຢວນ ຫຼື 120,000ກີບ)
ເພື່ອໃຫ້ ນສ ທີ່ຕ້ອງການຄວາມຊ່ວຍເຫຼືອຈາກ ISU ຮຮ ກໍຈະມີລາຍຊື່ຂອງຄະນະປະເທດ ແລະ ວິດີໂອເປີດຕາມຫໍພັກຂອງນັກສຶກສາຕ່າງປະເທດ (ຮູ້ສຶກອາຍທຸກຄັ້ງທີ່ຍ່າງຜ່ານແລ້ວເຫັນຮູບໂຕເອງ ຮາຮາຮາ)
ຫລັງຈາກມື້ລົງທະບຽນໄດ້ປະມານອາທິດຫນຶ່ງ, ISU ກໍຈະຈັດງານລ້ຽງຕ້ອນຮັບນັກສຶກສາໃໝ່ Welcome Party ແລະປີນີ້ສາກໍແມ່ນຫນຶ່ງໃນຄະນະນຳພາຈັດງານ
ດັ່ງທີ່ສາເຄີຍບອກ, ປີນີ້ສາໄດ້ເປັນຫົວຫນ້າຫ້ອງການສະມາຄົມ ເລີຍມີງານໃຫ້ໄປຮ່ວມຕະຫຼອດ ແລະ ງານທຳອິດຂອງປີກໍແມ່ນງານ The 2017 Silk Road Youth Forum ມີນັກຂ່າວມາສຳພາດ ແລະ ໄດ້ອອກນິຕະຍາສານຊາວຫນຸ່ມຂອງຈີນພ້ອມ
ຫນ້າທີ່ຂອງ 10 ທ່ານປະທານສະມາຄົມຍັງຕ້ອງໄດ້ສຳພາດເອົາສະມາຊິກ ISU ເຂົ້າໃໝ່ໃນທຸກປີ, ຄັດເລືອກເອົາຄົນທີ່ມັກເຮັດກິດຈະກຳເພື່ອສ່ວນລວມ ເຂົ້າມາເປັນຫນຶ່ງໃນອົງກອນ
ວຽກຫົວຫນ້າຫ້ອງສາກໍບໍ່ໄດ້ລະເລີຍ, ຍັງນຳພາໝູ່ໃນຫ້ອງອວຍພອນວັນຄູ ແລະ ກິນເຂົ້າສາມັກຄີເປັນປົກກະຕິ. ປີສຸດທ້າຍທີ່ຈະໄດ້ເຫັນຫນ້າກັນແລ້ວ
ເຖິງວຽກສ່ວນລວມຈະຫຼາຍ, ແຕ່ສາກໍຍັງແບ່ງເວລາເພື່ອຕົນເອງ. ຊ່ວງພັກວັນເສົາ-ທິດ ສາກໍຈະໄປປີນພູກັບທົວ. ເທື່ອນີ້ໄປຂົວແກ້ວ UFO ຕອນຂຶ້ນໄປໂຄດເມື່ອຍ,ແຕ່ພໍມາຮອດຈຸດສູງສຸດຮູ້ສຶກວ່າມັນຄຸ້ມຄ່າຫຼາຍ
ທຸກຄັ້ງທີ່ເປີດເທີມໃໝ່ ທາງຈຸ ນສ ລາວຈຸ 2 ກໍໄດ້ຈັດພາເຂົ້າສາມັກຄີເຕົ້າໂຮມອ້າຍນ້ອງຄົນລາວນຳກັນ (ປີນີ້ຄົນມາຮຽນຢູ່ UIBE ຢາກວ່າຫຼາຍເປັນພິເສດ 100 ກວ່າຄົນ, ບໍ່ຕ້ອງຢ້ານວ່າຈະເຫງົາ, ຍ່າງໄປໄສກະເຈິແຕ່ຄົນລາວ)
ແລະ ແນ່ນອນປີສຸດທ້າຍຂອງການຮຽນຕ້ອງມີການຖ່າຍຮູບ. ຮຮ ຫາກະເຂົ້າ, ບົດຍັງບໍ່ທັນເລີ່ມຂຽນ ແຖມຍັງບໍ່ຮູ້ວ່າຈະຮຽນຈົບຫຼືບໍ່? ແຕ່ອາຈານກໍໃຫ້ທຸກຄົນມາຖ່າຍຮູບຕິດບັດໄວ້ກ່ອນ (ສາເອງບໍ່ຄ່ອຍຕື່ນເຕັ້ນປານໃດ ຕື່ນແຕ່ 5 ໂມງເຊົ້າມາແຕ່ງຫນ້າເພື່ອຖ່າຍຮູບຕິດບັດ ຮາຮາຮາ)
ການຂຽນບົດຢູ່ຈີນບໍ່ຕ້ອງກັງວົນ, ເພາະອາຈານປະຈຳຫ້ອງຈະແນະນຳວິທີຂຽນ ລະບຽບການຈັດຫນ້າເຈ້ຍ ໆລໆ. ພວກໝູ່ໃນຫ້ອງສາກະບໍ່ຄ່ອຍຕື່ນເຕັ້ນປານໃດ…ບໍ່ຮູ້ວ່າຈະຈົບບໍ່ຈົບແຕ່ກະດີໃຈໄວ້ກ່ອນລະ
ວຽກຂຽນບົດກະຕ້ອງເຮັດ, ວຽກຫ້ອງການທີ່ຕົນຄຸ້ມຄອງກະຕ້ອງເຮັດ. ຕອນນີ້ແມ່ນປະຊຸມ ແລະ ກິນເຂົ້າສາມັກຄີລະຫວ່າງ New members & Old members ຂອງ Office Department
ທຸກປີພິທີເປີດສົກຮຽນໃໝ່ຂອງ ນສ ລາວຈຸ2 ກໍຖືກຈັດຂຶ້ນ ແລະ ສາກໍໄດ້ຮັບຫນ້າທີ່ເປັນພິທີກອນຂອງງານ(ຕອນນີ້ໃສ່ວິກຜົມ ເພາະສີຜົມແຈ້ງໂພດ ຮາຮາຮາ)
ຊ່ວງເດືອນກັນຍາຂອງທຸກໆປີ ຈະມີເທດສະການງານ ໄຫວ້ພະຈັນ, ແລະ ບັນດາຫົວຫນ້າຂອງ ISU ຈະນຳພາສະມາຊິກຈັດງານນີ້. ສາເອງກໍໄດ້ຮັບມອບໝາຍຈາກອາຈານມາຊ່ວຍນຳພາຕາມເຄີຍ (ງານນີ້ກິນຟຣີ ທຸກຢ່າງ ແລະ ມີເກມກິດຈະກຳໃຫ້ຫລິ້ນພ້ອມ)
ພັກວັນຊາດຈີນ 1 ອາທິດກໍມີເວລາໃຫ້ໂຕເອງໄປທ່ຽວ, ໄປເມືອງ Tianjin ອີກຕາມເຄີຍ ແລະ ໄດ້ຮູບພາບງາມໆກັບມາ (ຂອບໃຈຕາກ້ອງ)
ແລະແລ້ວ ງານຕ້ອນຮັບສະມາຊິກໃໝ່ຂອງ ISU ກໍມາຮອດ. ງານນີ້ແມ່ນ Office Department ທີ່ສາເປັນຫົວຫນ້າເປັນຄົນຮັບຜິດຊອບຈັດງານ, ບັນຍາກາດກ່ອນກຽມງານກໍຈະປະມານນີ້
ເວລາທີ່ສາໄດ້ຮັບຫນ້າທີ່ນຳພາງານຕ່າງໆ ສາຈະທຸ່ມເທກັບມັນ ແລະ ແບ່ງວຽກໃຫ້ສະມາຊິກແຕ່ລະຄົນຢ່າງຈະແຈ້ງ. ສະມາຊິກຫ້ອງການຂອງສາ ມີແຕ່ລະດັບ ນສ ກຽມພາສາ ໄປຈົນຮອດ ນສ ປະລິນຍາເອກ. ເຊິ່ງມັນໄດ້ເຮັດໃຫ້ສາຮູ້ຈັກການນຳພາຄົນເຫຼົ່ານັ້ນໃຫ້ເຮັດວຽກຢ່າງມີປະສິດທີພາບສຸດໆ (ບັນຍາກາດງານ ແລະ ອາຫານທີ່ຫ້ອງການສາເປັນຄົນກຽມກໍຈະຫນ້າຕາແບບນີ້, ຖືກໃຈຕ່າງປະເທດທຸກຄົນ)
ນອກຈາກນຳພາສະມາຊິກພາຍໃນຫ້ອງການແລ້ວ, ຍັງຕ້ອງໄດ້ມີປະຊຸມກັບ Department ອື່ນຂອງ ISU ເພື່ອແລກປ່ຽບົດຮຽນໃນການນຳພາວຽກງານຕ່າງໆ ແລະ ເພື່ອຄວາມສາມັກຄີຂອງສະມາຊິກທຸກຄົນ.(ຕອນນີ້ແມ່ນລວມກັບ Publicity Department ທີ່ເປັນຄົນຂຽນຂ່າວສານ ແລະ ເຜີຍແຜ່ຂ້ມູນຜ່ານທາງເວັບໄຊ໌ຂອງ ຮຮ)
ຫລັງຈາກເລີ່ມຮຽນໄດ້ເດືອນຫນຶ່ງ ທາງສະມາຄົມ ນສ ກໍໄດ້ຈັດກິດຈະກຳແຂ່ງຂັນກິລານັກສຶກສາລາວທີ່ປັກກິ່ງຂຶ້ນ, ມີພິທີເປີດ-ປິດ ຢ່າງຄັກແນ່
ທ້າຍເດືອນຕຸລາ ເທດສະການ Halloween ກໍມາຮອດ, ງານນີ້ແມ່ນ Art & Culture Department ຂອງ ISU ເປັນຄົນຈັດ ແລະ ພະແນກຫ້ອງການຂອງສາກໍໄດ້ມາຊ່ວຍຈັດງານ
ແລະ ຊ່ວຍແຕ່ງເປັນຜີຫຼອກຄົນຢູ່ Ghost House ຂອງງານ. ສາເອງກະແຕ່ງນຳເຂົາເຈົ້າ, ຂໍລອງຈັກຄັ້ງໃນຊີວິດ ຮາຮາຮາ (ຕອນລ້າງເຄື່ອງສຳອາງອອກນິ ໝົດສຳລີໄປຫຼາຍເຕີບ)
ການເປັນຜູ້ນຳ ບໍ່ຈຳເປັນຕ້ອງເປັນຄົນສັ່ງຄົນອື່ນທຸກເທື່ອ, ແຕ່ຕ້ອງຮູ້ຈັກລົງມືເຮັດຮ່ວມກັບລູກທີມໃຫ້ເປັນແບບຢ່າງ. ງານທາສີຫ້ອງການກໍມາ (ເຫັນຝາເປື້ອນແລ້ວອົດບໍ່ໄດ້)
ກ່ອນທີ່ງານແຕ່ລະງານຂອງສະມາຄົມນັກສຶກສາຈະເກີດຂຶ້ນໄດ້ ແມ່ນມາຈາກການປະຊຸມເຫັນດີຂອງປະທານສະມາຄົມກັບບັນດາຫົວຫນ້າພະແນກຕ່າງໆ ເຊິ່ງາທີພວກຮົາກະປະຊຸມຢູ່ ຮຮ, ບາງທີກໍອອກມາປະຊຸມຢູ່ຮ້ານອາຫານ
ວິທີການນຳພາວຽກຂອງສາ ເພື່ອດຶງປະສິດທິພາບຂອງສະມາຊິກແຕ່ລະຄົນໃຫ້ໄດ້ຫຼາຍທີ່ສຸດຄື: ກ່ອນງານແຕ່ລະງານຈະເກີດຂຶ້ນສາຈະແຈ້ງສະມາຊິກມາລວມ ໂດຍການກິນເຂົ້າສາມັກຄີ, ຫຼັງຈາກນັ້ນກໍຈະຈັດກຸ່ມແລ້ວໃຫ້ເຂົາເຈົ້າ Brainstorm ໃນຫົວຂໍ້ຂອງງານວ່ສຢາກຈັດແບບໃດ? ໆລໆ ເຊິ່ງສາຈະເປັນຄົນເບິ່ງ ແລະ ເລືອກຄັດເອົາໄອເດຍທີ່ດີທີ່ສຸດ ແລະ ທຸກຄົນເຫັນດີຮ່ວມກັນ
ຕົວຢ່າງງານ Video Festival ທີ່ໃຫ້ແຕ່ລະ Department ຂອງ ISU ເຮັດວິດີໂອຂຶ້ນມາະກວດ.ສາກໍຈະໃຫ້ລູກທີມເຮັດແບບນີ້ ແລະ ຫຼັງຈາກ Brainstorming ແລ້ວກໍຈະໃຫ້ຫົວຫນ້າແຕ່ລະກຸ່ມອອກມາ present ຂອງຕົນ. ວິທີນີ້ work ດີເດີ້
ການມີໝູ່ທີ່ຕັດຕໍ່ວິດີໂອເປັນກໍເປັນເລື່ອງສຳຄັນ, ຕອນນີ້ແມ່ນກຳລັງຕັດຕໍ່ວິດີໂອເພື່ອແຂ່ງງານ Video Festival ສາຮັບຫນ້າທີ່ເປັນ Cameramen ແລະ ກໍຊ່ວຍເອົາ Subtitles ເຂົ້າວິດີໂອນຳ (ເປັນຫົວຫນ້າກະຕ້ອງລົງມືເຮັດພ້ອມ)
ແລະ ຄວາມຕັ້ງໃຈຂອງສາ ແລະ ລູກທີມກໍບໍ່ເຮັດໃຫ້ຜິດຫວັງ. Office Department ສາມາດຍາດໄດ້ລາງວັນທີສອງ, ລາງວັນນັກສະແດງຍິງດີເດັ່ນ ແລະ ລາງວັນນັກສະແດງຊາຍດີເດັ່ນ. ກວດໄປສາມລາງວັນເລີຍ (ໄດ້ລຳໂພງມາປະໄວ້ຟັງເພງໃນຫ້ອງການໂຕເອງແລ້ວ ສາແຮງເປັນຄົນມັກຟັງເພງດັງໆ)
ຊ່ວງຕົ້ນເດືອນ 12 ທາງຄະນະນັກສຶກສາຈຸ 2 ໄດ້ຈັດງານຕ້ອນຮັບວັນຊາດຂຶ້ນ. ບັນຍາກາດກໍຈະປະມານນີ້ ແລະ ສາກໍໄດ້ຮັບຫນ້າທີ່ເປັນພິທີກອນກອງປະຊຸມ ແລະ ສະແດງສິລະປະ
ປີນີ້ເປັນປີສຸດທ້າຍທີ່ສາຈະໄດ້ເຂົ້າຮ່ວມວັນຊາດລາວຢູ່ສະຖານທູດແລ້ວ. ເຖິງອາກາດຊ່ວງເດືອນທັນວາ ຈະຫນາວປານໃດແຕ່ຄວາມສາມັກຄີຂອງອ້າຍນ້ອງ ນສ ກໍເຮັດໃຫ້ອົບອຸ່ນຫລາຍ
ງານຮ້ອງເພງປະສານສຽງຂອງກອງປະຊຸມ China-Southeast Asia and Neighboring Countries Capital Cities Law Enforcement Cooperation Conference ສາກໍໄດ້ເຂົ້າຮ່ວມ. ໃນງານຈະມີບັນດາຕຳຫຼວດທະຫານຊັ້ນຜູ້ໃຫຍ່ເຂົ້າຮ່ວມ. (ຮູ້ສຶກເປັນກຽດທີ່ສຸດທີ່ຄົນລາວກໍໄດ້ເຂົ້າຮ່ວມງານນີ້)
ໃຜວ່າເຮັດກິດຈະກຳທາງນອກຫຼາຍແລ້ວຈະບໍ່ມີເວລາຮຽນ? ການຮຽນຂອງສາກໍຍັງຄົງຄອງແຊ້ມຄະແນນອັນດັບຫນຶ່ງຂອງຄະນະການເງິນ ແລະ ໄດ້ຂຶ້ນຮັບລາງວັນຕາມເຄີຍ (ມັນຂຶ້ນກັບເຮົາຮູ້ຈັກແບ່ງເວລາ, ຕັ້ງສະຕິ ແລະ ວາງແຜນວ່າວຽກອັນໃດຄວນເຮັດກ່ອນ-ຫລັງ)
ແລະ ປີນີ້ຂ້ອນຂ້າງພິເສດເພາະສາໄດ້ຮັບທຶນການສຶກສາ the China Development Bank Distinguished Student ຈຳນວນ 10,000 ຢວນ ຫຼືປະມານ $1500 ຈາກສຳນັກງານໃຫຍ່ທະນາຄານ CDB ແຫ່ງປະເທດຈີນ. ການຄັດເລືອກແມ່ນທາງທະນາຄານຈະໃຫ້ທຶນການສຶກສາແກ່ຜູ້ທີ່ມີເງື່ອນໄຂ ແລະ ມີຄະແນນທີ່ສູງສຸດໃນນັກສຶກສາຕ່າງປະເທດຈາກ ຮຮ ຕ່າງໆໃນທົ່ວປະເທດຈີນ (ຄະແນນສາຕິດອັນດັບສູງສຸດທົ່ວປະເທດເສີຍ). ນອກນັ້ນຊື່ຂອງ ນສທີ່ໄດ້ຮັບທຶນກໍຍັງມີໂອກາດອອກຂ່າວຫນັງສືພິມ Fianancial ຂອງຈີນອີກ
ການຮຽນແລ້ວໄປ, ອີກຫນຶ່ງວຽກຂອງສາກໍຄືວຽກຄະນະຊາວຫນຸ່ມນັກສຶກສາປັກກິ່ງ, ເວລາອ້າຍນ້ອງນັກສຶກສາເຈັບເປັນທາງຄະນະກໍຈະມອບເງິນສະຫວັດດີການຊ່ວຍເຫຼືອ ຫຼື ທາງປະເທດລາວຍາມຫນາວຕ້ອງການລະດົມເຄື່ອງນຸ່ງຮົ່ມໄປບໍລິຈາກຕາມແຂວງຕ່າງໆ ຄະນະຊາວຫນຸ່ມກໍຈະໄດ້ຮັບຜິດຊອບ
ນອກຈາກສາຈະຕ້ອງຂຽນບົດຈົບຊັ້ນແລ້ວຍັງຕ້ອງແບ່ງເວລາໃຫ້ກັບການປະຊຸມຂອງ ISU ທີ່ມີເກືອບທຸກໆອາທິດ, ອາທິດນີ້ລວມກັບ Life Department ທີ່ຮັບຜິດຊອບງານCulture Festival ແລະ ການລົງທະບຽນຮຽນຂອງ ຮຮ
ວັນທີ 25 ທັນວາ ສາ ແລະ ສະມາຊິກຫ້ອງການໄດ້ຈັດງານ Christmas Party ຂຶ້ນ, ທຸກຄົນຈະເຮັດອາຫານປະຈຳຊາດມາກິນນຳກັນ, ມີຫຼິ້ນເກມ ແລະ ມີການຈັບສະຫຼາກແລກຂອງຂວັນຈາກ Secret Santa
ອາກາດໜາວຢູ່ປັກກິ່ງຈະບໍ່ຄ່ອຍເຫັນຫິມະຕົກປານໃດ, ຈັ່ງໃດໜາວນີ້ເປັນໜາວສຸດທ້າຍທີ່ສາຈະໄດ້ເຈິເລີຍໄປທ່ຽວບ່ອນນຳ້ກ້າມກັບກຸບທົວ. ລາຄາຫຼັກສິບ ແຕ່ວິວທີ່ໄດ້ຈາກການຖ່າຍຮູບຫຼັກລ້ານເລີຍ
ຊ່ວງທ້າຍປີຕາມຫ້າງຕ່າງໆກໍຈະປະດັບປະດາຢ່າງງາມເລີຍແຫຼະ, ໃຜທີ່ເຄີຍເວົ້າໃຫ້ເມືອງຈີນ ສາຂໍຄັດຄ້ານເດີ້. ໄດ້ມາແທ້ແລ້ວຈະຮູ້ວ່າເມືອງຈີນນັ້ນທັນສະໄໝຂະໜາດໃດ
ຊ່ວງພັກຍາມໜາວສາຈະບໍ່ຄ່ອຍກັບລາວ ແຕ່ຈະຢູ່ທ່ຽວ. ປີນີ້ສ່ວນຫຼາຍສາຈະໃຊ້ເວລາຫຼິ້ນກັບໝູ່ຕ່າງປະເທດຕາງຝຶກພາສາອັງກິດ (ຫຼິ້ນກັບເຂົາເຈົ້າກະຈະອາລົມບ້າໆປະມານນີ້ ສາເປັນຄົນຫຼິ້ນເກມເກືອບຊະນະຕະຫຼອດ ໜ້າເລີຍລາຍກວ່າໝູ່ ຮາຮາຮາ)
ຊວງປີໃໝ່ສາກົນກໍຈະລວມຕົວກັນຈັດງານລ້ຽງສັງສັນເລັກນ້ອຍ (ບໍ່ກັບບ້ານເດິກເພາະອັນຕະລາຍ ແຕ່ຈະກັບບ້ານຕອນເຊົ້າແທນ ຮາຮາ)
ກຸດຈີນທຸກປີຢູ່ມະຫາໄລຈະຈັດງານຫໍ່ກ້ຽວ ສາບໍ່ເຄີຍຮ່ວມຈັກເທື່ອ, ຄັ້ງນີ້ ຮຮ ງຽບເຫງົາເລີຍລອງໄປຮ່ວມເບິ່ງ. ຫນ້າຕາການຫໍ່ກ້ຽວຂອງສາກໍຈະປະມານນີ້ ແຊບນົວດີ
ງານກຸດຈີນກໍຈະຂາດບໍ່ໄດ້ກັບງານວັດທີ່ເຕັມໄປດ້ວຍສີແດງ, ສີແຫ່ງຄວາມໂຊກດີ ແລະ ມັ່ງຄັ້ງລຳ້ລວຍ. ສາກັບໝູ່ຕ່າງປະເທດກໍພາກັນໄປແຫຍ້ນຳຄົນຈີນ
ສຳລັບໃຜທີ່ມັກເບິ່ງ Series ຕ່າງປະເທດຄືຈະຮູ້ຈັກ “Friends” ທີ່ຫຼາຍໆສາກຂອງຊີຣີ້ເລື່ອງນີ້ັກຈະເຈິກັບຮ້ານກາເຟ Central Perk ແລະ ອ້າຍຈີນເຮົາກໍໄດ້ເອົາບັນຍາກາດນັ້ນອອກມາຈາກຊີຣີ້ເລີຍ ຟິນໄປອີກແບບເວລາທີ່ມາຮ້ານນີ້
ພັກໜາວປີສຸດທ້າຍຂອງໃຊ້ເງິນທີ່ໄດ້ຈາກທຶນ CDB ຊື້ຄວາມສຸກໃຫ້ຕົວເອງດ້ວຍການໄປທ່ຽວຍີ່ປຸ່ນ ຮາຮາ. ສາເດີນທາງຈາກປັກກິ່ງໄປຮອດຍີ່ປຸ່ນແບບຄົນດຽວເທ້ໆ ແລ້ວໄປເຈິໝູ່ສະໜິດ ເຈ້ເວິ່ນ ທີ່ນັ່ງຮຽນໂຕະດຽວກັນມາຕັ້ງແຕ່ມໍ 1 ແລະ ເຈ້ກໍໃຫ້ການຕ້ອນຮັບ ແລະ ພາທ່ຽວຢ່າງຟິນເວີ້
ບ່ອນໃດທີ່ເປັນ Landmark ຂອງເມືອງໂຕກຽວເຈ້ເວິ່ນກໍຈະພາໄປໝົດແຖມເປັນມືກ້ອງທີ່ດີຫຼາຍ ໄດ້ແຕ່ຮູບງາມໆທັງນັ້ນ
ມາທ່ຽວຍີ່ປຸ່ນເທື່ອນີ້ຕ້ອງໄປຢາມໝູ່ໃຫ້ຄົບ,ໝູ່ທີ່ຮຽນມັດທະຍົມພ້ອມສາສ່ວນຫຼາຍຈະແຈກຢາຍກັນຢູ່ຕາມປພເທດຕ່າງໆ ແລະ ສ່ວນໃຫຍ່ຈະຢູ່ຍີ່ປຸ່ນ. ມາທ່ຽວ Osaka ໝູ່ສາກໍພາກັນຕ້ອນຮັບຢ່າງອົບອຸ່ນ ແລະ ພາໄປທ່ຽວຫຼາຍເມືອງເຊັ່ນເມືອງ Kyoto
Landmark ສຳຄັນເຊັ່ນ Osaka Universal, Osaka Castle ແລະ ບ່ອນຕາຕູ້ Qligo Pocky (ແຕ່ລະມື້ຍ່າງຈົນຂາລາກ)
ເລື່ອງກິນໝູ່ກະພາກິນຈົນຄົບທັງລາເມັງຂໍ້ສອບ, ກິນເຂົ້າສາມັກຄີກັບຄົນລາວຢູ່ໂອຊາກ້າ, ໄປກິນຊີ້ນງົວຢູ່ Kobe ຟິນສຸດໆຄຸ້ມຄ່າກັບການເສຍເງິນມາທ່ຽວຄັ້ງນີ້ຫຼາຍ
ຕ້ອງຂອບໃຈໝູ່ທັງສີ່ຄົນ: ລູກນຳ້,ອື່ງ,ສົມປອງ ແລະ ຫຼວງທີ່ພາທ່ຽວ,ຖ່າຍຮູບງາມໆໃຫ້ ພິເສດແມ່ນຫຼວງ ກັບ ເຈ້ເວິ່ນທີ່ອຳນວຍຄວາມສະດວກດ້ານທີ່ພັກອາໄສຕະຫຼອດທຣິບ (ມິດຕະພາບຕະຫຼອດໄປ)
່ຂຽນມາຮອດນີ້ແລ້ວ medium ເລີ່ມກະຕຸກ ແລະ ບໍ່ສາມາດອັບຮູບລົງໄດ້ ແລ້ວສາຈະມາຂຽນຕໍ່ໃນຕອນທີສອງເດີ້. ຂອບໃຈທຸກຄົນທີ່ອ່ານມາຮອດຕອນນີ້ ແລະ ຫວັງວ່າຈະຕິດຕາມຕອນຕໍ່ໄປວ່າສາໄດ້ໃບປະກາດກຽດນິຍົມມາໄດ້ແນວໃດ?