Stories by Arrow Thanou on Medium
ສະບາຍຜູ້ອ່ານທຸກຄົນ, ເນື່ອງຈາກຊ່ວງກ່ອນນີ້ຜູ້ຂຽນເຫັນຫຼາຍຄົນໂພສກັນເລື່ອງດອກເບ້ຍເຕັມ Facebook ລວມໄປເຖິງຂ່າວທີ່ທະນາຈະເລື່ອນການຊຳລະຫຼືຫຼຸດດອກເບ້ຍໃຫ້ກັບລູກຄ້າຂອງຕົນ. ຫຼາຍໆຄັ້ງຜູ້ຂຽນມັກຍິນຄົນຈົ່ມກັນວ່າດອກເບ້ຍບ່ອນນັ້ນແພງບ່ອນນີ້ຖືກ ຜູ້ຂຽນເລີຍສົງໄສ ແລະ ຢາກຖາມຜູ້ອ່ານວ່າດອກເບ້ຍຖືກຫຼືແພງນັ້ນເບິ່ງກັນຢູ່ໃສ, ເຊື່ອວ່າຫຼາຍຄົນຄົງຕອບວ່າ “ກະເບິ່ງຈາກອັດຕາດອກເບ້ຍຕົວອ້າຍ, ບ່ອນໃດອັດຕາດອກເບ້ຍສູງກວ່າບ່ອນນັ້ນກະແພງ, ບ່ອນໃດໜ້ອຍກວ່າບ່ອນນັ້ນກະຖືກ” ແຕ່ຜູ້ຂຽນບອກເລີຍວ່ານັ້ນເປັນຄວາມຄິດທີ່ຜິດເພາະຄວາມຈິງແລ້ວອັດຕາດອກເບ້ຍຂອງແຕ່ລະບ່ອນບໍ່ສາມາດບອກໄດ້ວ່າບ່ອນໃດຖືກກວ່າຫຼືແພງກວ່າ ເພາະວ່າດອກເບ້ຍຈະຖືກຫຼືແພງນັ້ນນອກຈາກອັດຕາດອກເບ້ຍແລ້ວ ມັນຂຶ້ນກັບວິທີການຄິດໄລ່ຂອງແຕ່ບ່ອນນຳອີກ.
ເຊື່ອວ່າຫຼາຍຄົນຄົງເຄີຍຄິດໄລ່ດອກເບ້ຍຄືນແລ້ວໄປປຽບທຽບກັບຂອງທະນາຄານແຕ່ຜົນອອກມາບໍ່ອອກຄືກັນ, ຈັກເຂົາເຈົ້າໄລ່ກັນແບບໃດ (ຄິດໃນໃຈ), ດັ່ງນັ້ນມື້ນີ້ຜູ້ຂຽນຈະມາໄຂຄວາມຂ້ອງໃຈແລະນຳຄວາມຮູ້ເລັກນ້ອຍກ່ຽວກັບການການຄິດໄລ່ດອກເບ້ຍມາໃຫ້ ເພື່ອເປັນການປຽບທຽບວ່າການຄິດໄລ່ແບບໃດໄດ້ເສຍດອກເບ້ຍໜ້ອຍທີ່ສຸດ “ຜູ້ຂຽນໄດ້ອະທິບາຍພ້ອມທັງມີສູດຄິດໄລ່ໃນ Excel ໃຫ້ພ້ອມ ແລະ ສະຫຼຸບແບບງ່າຍໆໃຫ້ພ້ອມໃນຕອນທ້າຍ”
ວິທີການຄິດໄລ່ດອກເບ້ຍເງິນກູ້
ວິທີການຄິດໄລ່ດອກເບ້ຍມີຫຼາຍວິທີແຕ່ລະວິທີຈະໃຫ້ຜົນລັບທີ່ຕ່າງກັນ. ໃນທະນາຄານ ຫຼື ສະຖາບັນການເງິນໃນບ້ານເຮົາສ່ວນໃຫຍ່ແມ່ນໃຊ້ 3 ແບບນີ້ຄື:
1. ໄລ່ແບບສະເໝີໂຕ ຫຼື Flat rate ຫຼື ເວົ້າງ່າຍໆແມ່ນການຈ່າຍເງິນຕົ້ນ ແລະ ດອກເບ້ຍເທົ່າກັນທຸກໆເດືອນ ຫຼື ຊຳລະເທົ່າກັນທຸກເດືອນ (ຕົວຢ່າງ: ເງິນຕົ້ນ 1,000,000, ດອກເບ້ຍ 100,000, ລວມກັນເປັນ 1,100,000 ຈ່າຍເທົ່ານີ້ທຸກເດືອນ) ທະນາຄານສ່ວນຫຼາຍແມ່ນຄິດໄລ່ແບບນີ້ເພາະໄດ້ກຳໄລຫຼາຍກວ່າ ແລະ ສາມາດໃຫ້ ອັດຕາດອກເບ້ຍທີ່ຕ່ຳໃນຄວາມຮູ້ສຶກຂອງລູກຄ້າ (ມັນເປັນ Marketing) ເຫັນອັດຕາດອກເບ້ຍຕ່ຳຢ່າຟ້າວດີໃຈວ່າໄດ້ເສຍດອກເບ້ຍໜ້ອຍເດີ່..
2. ໄລ່ຕາມມູນຄ່າປັດຈຸບັນ ຫຼື Present Value ຫຼື EIR rate ຫຼື ເປັນການຈ່າຍຄ່າງວດເທົ່າກັນທຸກໆເດືອນ ສ່ວນດອກເບ້ຍຫຼຸດລົງຕາມຍອດເງິນຕົ້ນຄົງເຫຼືອ (ຕົວຢ່າງ: ຄ່າງວດແມ່ນ 1,100,000 ເທົ່າກັນທຸກເດືອນ ແຕ່ໃນເງິນຈຳນວນນີ້ດອກເບ້ຍຈະຫຼຸດລົງໃນແຕ່ລະເດືອນ ສ່ວນເງິນຕົ້ນແມ່ນເພີ່ມຂຶ້ນແຕ່ເມື່ອບວກກັນແລ້ວແມ່ນເທົ່າ 1,100,000 ທຸກໆເດືອນ) ທະນາຄານທີ່ໄລ່ວິທີນີ້ສ່ວນຫຼາຍຈະໄລ່ອັດຕາດອກເບ້ຍທີ່ສູງຂຶ້ນມາໜ້ອຍໜຶ່ງຍ້ອນວ່າ ການໄລ່ແບບນີ້ຈະບໍ່ໄດ້ກຳໄລສູງເທົ່າແບບທີ່ 1. ຖ້າປຽບທຽບກັບແບບທີ່ 1 ແລ້ວລູກຄ້າຈະຮູ້ສຶກວ່າ ອັດຕາດອກເບ້ຍແບບນີ້ສູງເກີນໄປ ແຕ່ໃຜຊິຮູ້ວ່າດອກເບ້ຍທີ່ສູງນັ້ນຖ້າໃຊ້ວິທີນີ້ໃນການຄິດໄລ່ອາດໄດ້ເສຍດອກເບ້ຍໃນຈຳນວນທີ່ຕ່ຳກວ່າກໍເປັນໄດ້ ດັ່ງນັ້ນເມື່ອເຫັນອັດຕາດອກເບ້ຍໃດສູງກວ່າກໍຢ່າຟ້າວຕົກໃຈ ຖາມວິທີຄິດໄລ່ນຳເພິ່ນກ່ອນ.
3. ໄລ່ແບບງ່າຍດາຍ ວິທີນີ້ແມ່ນຈ່າຍເງິນຕົ້ນເທົ່າກັນທຸກໆເດືອນ ສ່ວນດອເບ້ຍຫຼຸດລົງທຸກໆເດືອນ ດັ່ງນັ້ນຄ່າງວດກໍຈະຫຼຸດລົງທຸກໆເດືອນ. ຖ້າເວົ້່າກັນຕົງໆການຄິດໄລ່ແບບນີ້ບໍ່ຄ່ອຍເຫັນແລ້ວ ແຕ່ ກໍອາດຈະຍັງມີຢູ່ ຕິ. ເພາະວ່າການໄລ່ແບບນີ້ທາງຜູ້ໃຫ້ກູ້ຢືມຈະໄດ້ກຳໄລໜ້ອຍກວ່າໝູ່ ແລະ ສ້າງຄວາມສັບສົນໃຫ້ກັບລູກຄ້າເວລາຊຳລະເງິນເນື່ອງຈາກວ່າການຊຳລະຄ່າງວດແບບນີ້ຈະບໍ່ໄດ້ຊຳລະເທົ່າກັນໃນແຕ່ລະເດືອນ ແລະ ຫຼາຍຄົນຍັງເຂົ້າໃຈຜິດວ່າການໄລ່ໃນແບບທີ່ 2 ນັ້ນແມ່ນແບບດຽວກັນກັບວິທີນີ້ຍ້ອນວ່າດອກເບ້ຍຫຼຸດລົງທຸກເດືອນຄືກັນ ແຕ່ຜູ້ຂຽນບອກໄວ້ບ່ອນນີ້ເລີຍວ່າຕ່າງກັນເຖິງວ່າດອກເບ້ຍຈະຫຼຸດລົງທຸກເດືອນຄືກັນແຕ່ຈ່າຍບໍ່ເທົ່າກັນເດີ່!
ຍິ່ງອ່ານຍິ່ງສັບສົນດັ່ງນັ້ນຜູ້ຂຽນໄດ້ສະຫຼຸບມາໃຫ້ແລ້ວວ່າວິທີໃດໄດ້ເສຍດອກເບ້ຍຖືກ ຫຼື ແພງ, link ທາງລຸ່ມແມ່ນວິທີການຄິດໄລ່ຜູ້ຂຽນໄດ້ເຮັດເປັນ Excel ພ້ອມກັບສູດຄິດໄລ່ແປະໄວ້ໃຫ້ແລ້ວ ໃຜສົນໃຈ click ເຂົ້າໄປເບິ່ງໄດ້
https://drive.google.com/drive/my-drive
ຖາມ-ຕອບ:
ຖ້າອັດຕາອັດຕາດອກເບ້ຍແຕ່ລະບ່ອນເທົ່າກັນຄວນເລືອກແບບໃດ: ເລືອກແບບທີ່ 3 ເພາະມັນໄດ້ຈ່າຍໜ້ອຍສຸດ, ຖ້າບໍ່ມີບ່ອນໃດໄລ່ແບບທີ່ 3ເດ? ກໍເລືອກແບບທີ່ 2, ແຕ່ຖ້າບໍ່ມີບ່ອນໃດໄລ່ແບບທີ່ 2 ເດ? ທາງເລືອກສຸດທ້າຍຄືເລືອກແບບທີ່ 1 ຈົບ.
ຖ້າອັດຕາດອກເບ້ຍແຕ່ລະບ່ອນບໍ່ເທົ່າກັນຄວນເລືອກແບບໃດ? ລອງໄປຄິດໄລ່ເບິ່ງວ່າແບບໃດເສຍໜ້ອຍກວ່າກັນ.
ເຮົາຈະຮູ້ໄດ້ແນວໃດວ່າບ່ອນໃດຄິດໄລ່ແບບໃດ? ຖາມພະນັກງານທີ່ເຮົາພົວພັນນຳວ່າເຂົາເຈົ້າໄລ່ແບບໃດ
ຖ້າເຮົາບໍ່ຮູ້ຄິດໄລ່ເດ? ຢ້ອນໄປເບິ່ງຕົ້ນ clip ເລີຍ
ສະຫຼຸບ:
ໃຫ້ລືມທຸກຢ່າງທີ່ອ່ານໄປ, ຖ້າຢາກຮູ້ວ່າບ່ອນໃດຖືກຫຼືແພງໃຫ້ຖາມບ່ອນທີ່ຈະຢືມວ່າດອກເບ້ຍທັງໝົດທີ່ຈະຕ້ອງຈ່າຍແມ່ນເທົ່າໃດແລ້ວນຳມາປຽບທຽບກັນ ພໍໃຈບ່ອນໃດກໍເລືອກບ່ອນນັ້ນ. ບໍ່ຕ້ອງເຈັບຫົວກັບການຄິດໄລ່ຄືນ ຮາຮາ. ແຕ່ຢາກຮຽນຮູ້ກໍລອງສຶກສາເບິ່ງເພີ່ມເຕີມເຈົ້າ.
ຂອບໃຈທີ່ເຂົ້າມາຈອບເບິ່ງ
ສະບາຍດີຜູ້ອ່ານທຸກຄົນ ມື້ນີ້ຜູ້ຂຽນໄດ້ນຳເອົາຂໍ້ສົງໄສກ່ຽວກັບນັກກວດສອບບັນຊີ ຫຼື Auditor ມາຝາກ, ເນື່ອງຈາກວ່າຜູ້ຂຽນເອງກໍເປັນ 1 ໃນນັກກວດສອບບັນຊີ ແລະ ມັກຈະຖືກຖາມກ່ຽວກັບການເຮັດວຽກຢູ່ເລື່ອຍໆ ດັ່ງນັ້ນມື້ນີ້ຜູ້ຂຽນຈຶ່ງໄດ້ລວບລວມເອົາ 4 ຂໍ້ຫຼັກໆ ທີ່ຄົນສ່ວນໃຫຍ່ອາດຈະເຂົ້າໃຈຜິດກ່ຽວກັບ Auditor ຫຼື ນັກກວດສອບບັນຊີມາຝາກພ້ອມທັງໃຫ້ຄຳຕອບໃນມຸມມອງຂອງຜູ້ຂຽນເອງ, ມາອ່ານນຳກັນເບິ່ງວ່າ 4 ຂໍ້ນັ້ນມີຫຍັງແດ່:
1. ເຮັດວຽກກວດສອບບັນຊີກໍຄືກັນກັບການເຮັດວຽກຂອງພະນັກງານຫ້ອງການທົ່ວໄປຫັ່ນແຫຼະ
ບໍ່ຄືກັນເລີຍ, ແຕກຕ່າງກັນຢ່າງສິ້ນເຊີງ ການເຮັດວຽກຂອງນັກກວດສອບບັນຊີເກືອບ 100% ແມ່ນເຮັດວຽກນອກສະຖານທີ່ ກໍຄືໄປນັ່ງເຮັດວຽກຢູ່ກັບບໍລິສັດລູກຄ້າ ໂດຍການຂໍພື້ນທີ່ນ້ອຍໆຂອງເຂົາເຈົ້າທີ່ເຕັມໄປດ້ວຍເອກະສານມາເປັນບ່ອນນັ່ງເຮັດວຽກ (ເວົ້າມາລະອີຕົນ), ບໍ່ໄດ້ມີໂອກາດນັ່ງເຮັດວຽກໃນຫ້ອງການໂຕເອງຄືກັບພະນັກງານທົ່ວໄປ. ຄົນທົ່ວໄປຈະບໍ່ສາມາດເຫັນ Auditor ນັ່ງຢູ່ໃນຫ້ອງການດ້ວຍຕາເປົ່າໃນເວລາກາງເວັນ ຫຼື ຕາເວັນບໍ່ທັນຕົກດິນ. ແຕ່ຈະສາມາດເຫັນໄດ້ໃນເວລາກາງຄືນໃນຕອນທີ່ Auditor ຜູ້ນັ້ນເຮັດວຽກບໍ່ແລ້ວຈິ່ງກັບໄປເຮັດຢູ່ຫ້ອງການໃນເວລາກາງຄືນ (ນັ່ງເຄຍວຽກງົກໆ ໜ້າສົງສານໄປອີກ) ຫຼື ມື້ໃດທີ່ເຫັນຢູ່ຫ້ອງການສະແດງວ່າ Auditor ຜູ້ນັ້ນບໍ່ມີວຽກເຮັດແລ້ວ (ໜ້າຈະເປັນມື້ທີ່່ມີຄວາມສຸກຫຼາຍ).
2. ການທີ່ Auditor ມາກວດສອບນັ້ນແມ່ນການມາຊອກຈັບຜິດຄົນໂກງໃນບໍລິສັດ ປະມານວ່າຕຳຫຼວດໄລ່ຈັບໂຈນ
ບໍ່ແມ່ນເດີ່ ຮ່າຮ່າ. ເຊື່ອວ່າປະມານ 90% ຂອງຄົນທົ່ວໄປເຂົ້າໃຈແບບນັ້ນ ແຕ່ຄວາມຈິງແລ້ວການທີ່ Auditor ມາກວດສອບນັ້ນ ຫຼັກໆແມ່ນເພື່ອຢັ້ງຢືນຄວາມຖືກຕ້ອງຂອງໂຕເລກໃນງົບການເງິນໃຫ້ກັບບໍລິສັດທີ່ເປັນລູກຄ້າ ແລະ ຊ່ວຍໃຫ້ຄຳແນະນຳໃນການເຮັດວຽກໃນກໍລະນີລູກຄ້າມີຂໍ້ບົກພ່ອງ ຫຼື ມີບັນຫາໃນການເຮັດວຽກ ທໍ່ນັ້ນເດີ່. ດັ່ງນັ້ນເວລາເຫັນ Auditor ໄປບໍລິສັດໃດບໍ່ຕ້ອງຕົກໃຈ ເຮັດໂຕຕາມປົກກະຕິໄດ້ເລີຍ.
3. ເປັນ Auditor ຕ້ອງໄດ້ເງິນນອກ (ເງິນໃຕ້ໂຕະ) ຈາກລູກຄ້າຫຼາຍແຫຼະ
ຕອບເລີຍວ່າບໍ່ມີ ບໍ່ມີເລີຍ. ນອກຈາກຈັນຍາບັນໃນສາຍອາຊີບທີ່ນັກກວດສອບທຸກຄົນຖືເປັນສິ່ງສຳຄັນທີ່ສຸດໃນການເຮັດວຽກແລ້ວ ການທີ່ Auditor ໄປກວດສອບຢູ່ບ່ອນໃດໜຶ່ງແລ້ວນັ້ນ, ກໍ່ຈະມີພາກສ່ວນອື່ນທີ່ມາກວດສອບວຽກທີ່ Auditor ໄດ້ກວດສອບມາຄືກັນວ່າມີຄວາມຖືກຕ້ອງ, ປ່ອງໃສບໍ ເຊິ່ງພາກສ່ວນທີ່ມາກວດສອບ Auditor ນັ້ນຈະມີທັງນັກກວດສອບໃນບໍສັດດຽວກັນແຕ່ເປັນຕຳແໜ່ງທີ່ໃຫຍ່ກວ່າ ແລະ ມີປະສົບການຫຼາຍກວ່າ ແບບປະມານວ່າ ເບິ່ງວຽກ 5 ນາທີກໍສາມາດຮູ້ໄດ້ເລີຍວ່າມັນຜິດພາດບ່ອນໃດ ນອກຈາກນີ້ແລ້ວຍັງມີຜູ້ຊ່ຽວຊານລະດັບສາກົນຫຼາຍໆຂັ້ນມາກວດສອບອີກ. ດັ່ງນັ້ນການທຸຈະລິດ ຫຼື ຮັບເງິນໃຕ້ໂຕະເພື່ອປອມແປງເອກະສານນັ້ນສ່ຽງເຂົ້າຄຸກຫຼາຍບອກເລີຍ.
4. ນັກກວດສອບບັນຊີທຸກຄົນຕ້ອງຄິດໄລ່ເກັ່ງ ແລະ ຮູ້ທຸກຢ່າງກ່ຽວກັບການລົງບັນຊີ
ຕ້ອງບອກວ່າ Excel ເປັນຫົວໃຈຫຼັກຂອງນັກກວດສອບທີ່ໃຊ້ໃນການຄິດໄລ່ ຖ້າຂາດເຄື່ອງຄິດເລກ ແລະ Excel ໄປ Auditor ກໍຄືຕູ້ສີຕູ້ສາຂ້າງບ້ານຫັ່ນລະ. ສ່ວນເລື່ອງການລົງບັນຊີນັ້ນມັນຂຶ້ນກັບປະສົບການໃນການເຮັດວຽກຂອງແຕ່ລະຄົນຫຼາຍກວ່າ ແຕ່ວ່າ Auditor ກໍຕ້ອງຮູ້ກ່ຽວກັບການລົງບັນຊີປະມານໜຶ່ງຄືກັນຈຶ່ງສາມາດກວດສອບໄດ້.
ທັງ 4 ຂໍ້ນີ້ແມ່ນຜູ້ຂຽນຖືກຖາມປະຈຳ, ຫວັງວ່າໃຜທີ່ໄດ້ອ່ານບົດຄວາມນີ້ໜ້າຈະມີຄວາມເຂົ້າໃຈໃນໂຕຂອງນັກກວດສອບບັນຊີຫຼາຍຂື້ນ (ຍິ້ມອ່ອນໆ) ຂອບໃຈທີີ່ອ່ານຈົນຈົບ.
ສະບາຍດີຜູ້ອ່ານທຸນຄົນກັບຄືນສູ່ “ມະຫາໄລ ສູ່ ມະຫາອາຊີບ EP3” ຫຼັງຈາກທີ່ຫ່າງຫາຍໄປດົນພໍສົມຄວນເພາະວ່າຜູ້ຂຽນເອງຫາກໍຫຼຸດພົ້ນຈາກການສອບເສັງຢ່າງອີລາກອີເລືອ, ສໍາລັບ EP3 ນີ້ ຜູ້ຂຽນຈະເວົ້າເຖິງການກຽມໂຕໃນການສໍາພາດວຽກ.
ຫຼັງຈາກທີ່ມີບໍລິສັດຈໍານວນໜຶ່ງໂທເຂົ້າມາເພື່ອນັດມື້ສໍາພາດຜູ້ຂຽນເອງຈຶ່ງໄດ້ກະກຽມຄວາມພ້ອມຂອງຕົນເອງກ່ອນທີ່ຈະຮອດມື້ສໍາພາດຕົວຈິງໂດຍການລວບລວມຄໍາຖາມສໍາພາດທີ່ອາດຈະຖືກຖາມໃນມື້ສໍາພາດປະມານສິບປາຍຄໍາຖາມມາຊ້ອມຕອບຜູ້ດຽວ (ຄໍາຖາມເປັນອັງກິດ ແລະ ລາວ), ເວົ້າຜູ້ດຽວ ຈົນມີຄົນຄິດວ່າເຮົາມີບັນຫາທາງຈິດໄປແລ້ວ ດັ່ງນັ້ນເພື່ອບໍ່ເຮັດໃຫ້ຄົນອື່ນຕົກໃຈ ຕອນຊ້ອມຜູ້ຂຽນຈະອາໄສຈັງຫວະທີ່ບໍ່ມີຄົນຢູ່ເຮືອນເພື່ອເຮົາຈະສາມາດຊ້ອມໄດ້ເຕັມທີ່ ແລະ ບໍ່ຮູ້ສຶກອາຍ ຫຼື ອີກສະຖານທີ່ໜຶ່ງທີ່ເໝາະສົມທີ່ສຸດຄືຕອນຢູ່ຫ້ອງນ້ຳ ເວົ້າໄປໂລດຍາວໆກັນໄປ. ໃນຄວາມຄິດຂອງຜູ້ຂຽນ ສິ່ງທີ່ສໍາຄັນທີ່ສຸດໃນເວລາສໍາພາດແມ່ນ ບຸກຄະລິກ, ນ້ຳສຽງ ແລະ ຄວາມໝັ້ນໃຈ, ເພື່ອຢາກຮູ້ວ່າເວລາສໍາພາດເຮົາຈະມີບຸກຄະລິກ ແລະ ນ້ຳສຽງແນວໃດ ຜູ້ຂຽນຈິ່ງຊ້ອມສໍາພາດຢູ່ໜ້າແວ່ນ ແລະ ໄດ້ອັດສຽງຕົນເອງໃນຂະນະທີ່ເຮົາເວົ້າ ແລ້ວມາຟັງຄືນວ່າເຮົາເວົ້າໄດ້ດີຫຼືບໍ່ ແລະ ຄວນປັບປຸງແນວໃດ. ນ້ຳສຽງຕອນສໍາພາດຜູ້ຂຽນເອງສິເຮັດເປັນ 2 ເວີຊັ່ນ 2 ແບບຄື: 1 ເວີຊັ່ນອັງກິດ ພະຍາຍາມຫຼີ້ນສຽງ ແລະ ເຮັດແບບທໍາມະດາແບບເຄີເວົ້າ, ສ່ວນເວີຊັ່ນລາວກໍ ເຮັດນ້ຳສຽງຄືຄົນວຽງຈັນ ແລະ ເຮັດນ້ຳສຽງປົກກະຕິ(ສໍານຽງຊຽງຂວາງ) ຫຼັງຈາກທີ່ບັນທຶກສຽງແລ້ວລອງເປີດຟັງເບິ່ງ ຂົນໜາວຈົນລຸກພຸ້ນແລ້ວ!, ຮູ້ສຶກເຂີນອາຍຢ່າງບອກບໍ່ຖືກ ຈົນຜູ້ຟັງກໍອົດບໍ່ໄດ້ທີ່ຈະຫົວອອກມາເພາະວ່ານ້ຳສຽງທີ່ແປກປະຫຼາດຂອງຕົນເອງ, ອາດເປັນເພາະເຮົາບໍ່ເຄີຍໄດ້ຍິນສຽງຕົນເອງມາກ່ອນເລີຍຮູ້ສຶກແປກໆເວລາຟັງ ແຕ່ວ່າຜູ້ຂຽນກໍພະຍາຍາມປັບໄປເລື້ອຍໆ ຈົນຮູ້ວ່າສຽງປົກກະຕິຂອງເຮົານີ້ແລະເໝາະສົມທີ່ສຸດແລ້ວ, ສ່ວນບຸກຄະລິກກໍໄດ້ປັບເລັກນ້ອຍເຊັ່ນກັນເຊັ່ນ: ນັ່ງໃຫ້ຫຼັງຊື່, ປັບຊັດສ່ວນໃຫ້ພໍດີ ແລະ ເຮັດສີໜ້າໝັ້ນໃຈ, ບໍ່ຕື່ນເຕັ້ນ ພ້ອມທັງຈິນຕະນາການວ່າເຮົາກໍາລັງຖືກສໍາພາດຢູ່ເພື່ອຄວາມສົມຈິງ. ແຕ່ສິິ່ງທີ່ເຮົາກະກຽມມານັ້ນມັນຍັງບໍ່ພໍເທື່ອ ເພາະເຮົາບໍ່ຮູ້ວ່າເວລາສໍາພາດຜູ້ສໍາພາດສິເນັ້ນການສໍາພາດໄປທາງຄໍາຖາມທົ່ວໄປ ຫຼື ຄໍາຖາມເຕັກນິກ (ຄໍາຖາມກ່ຽວກັບບົດຮຽນ) ຊຶ່ງເຮົາບໍ່ສາມາດຄາດເດົາໄດ້ເລີຍ ສະນັ້ນຜູ້ຂຽນເອງກໍຕ້ອງໄດ້ເບິ່ງບົດຮຽນຂອງວິຊາທີ່ກ່ຽວຂ້ອງ ແລະ ຂໍ້ມູນທົ່ວໄປຂອງບໍລິສັດທີ່ຈະສໍາພາດເຮົາໄວ້ຄືກັນ (ຢ່າງໜ້ອຍກໍໃຫ້ຮູ້ວ່າບໍລິສັດທີ່ເຮົາສິສໍາພາດນັ້ນເຮັດກ່ຽວກັບຫຍັງ) ກະໄວ້ວ່າຈະບໍ່ໃຫ້ມີສິ່ງຜິດພາດໃນມື້ສໍາພາດຈິງເລີຍ. ອີກສິ່ງໜຶ່ງທີ່ຜູ້ຂຽນຄິດກໍຄືຖ້າກໍາມະການຖາມເປັນຄໍາຖາມເປີດທົ່ວໄປເຮົາຕ້ອງຕອບແບບໃດດີ ເພາະເຮົາເອງກໍບໍ່ຮູ້ວ່າຜູ້ສໍາພາດເຮົານັ້ນສິມັກແບບໃດ, ຕອບແບບມ່ວນໆໃຊ້ຄໍາສັບໂລກສວຍຫຼູຫຼາຄືຄົນປະກວດນາງງາມຊາຍງາມເຂົ້າເຈົ້າໃຊ້ກັນ ຫຼື ຕອບຕາມຄວາມເປັນຈິງແຕ່ຈະເຮັດໃຫ້ເລື່ອງລາວຂອງເຮົາບໍ່ດູດີ ຜູ້ຂຽນເລີຍເອົາທັງ 2 ຢ່າງມາປະສົມກັນກໍຄືຕອບຕາມຄວາມເປັນຈິງແຕ່ປ່ຽນຄໍາເວົ້າໃຫ້ມັນດູດີຂຶ້ນ, ຈຸດໃດທີ່ເວົ້າຄວາມຈິງອອກໄປແລ້ວເຮັດໃຫ້ເຮົາຕິດລົບເຮົາກໍບໍ່ຄວນເວົ້າ, ແລະ ພະຍາຍາມຕອບຄໍາຖາມແຕ່ລະຂໍ້ໃຫ້ມັນເປັນເລື່ອງລາວເກາະກ່າຍກັນ. ເມື່ອເຮົາກຽມທຸກຢ່າງແລ້ວການສໍພາດກໍບໍ່ແມ່ນເລື່ອງຍາກ. EP ໜ້າສິເວົ້າເຫດການຕອນສໍາພາດຈິງໃຫ້ຟັງຊຶ່ງບໍ່ຄືຕອນວາງແຜນໄວ້ເລີຍ!
##ສະຫຼຸບຜົນຂອງ ມະຫາໄລ ສູ່ ມະຫາ (ອາຊີບ) EP 3.
1. ລວບລວມຄໍາຖາມສໍາພາດພຶ້ນຖາມຈາກອິນເຕີເນັດ
2. ຊ້ອມກັບຕົນເອງໃຫ້ຫຼາຍ ທັງ ລາວ ແລະ ອັງກິດ
3. ພະຍາຍາມເບິ່ງບົດຮຽນທີ່ກ່ຽວຂ້ອງໃຫ້ຫຼາຍ
4. ພະຍາຍາມສັງເກດເບິ່ງຂໍ້ບົກພ່ອງແລ້ວປັບໃຫ້ມັນດີຂຶ້ນ
ສະບາຍດີ ຜູ້ອ່ານທຸກຄົນ ຕາມການຮຽກຮ້ອງຂອງໝູ່ຄູ່ 2, 3 ຄົນ, ມື້ນີ້ຜູ້ຂຽນຈະມາເລົ່າປະສົບການກ່ຽວກັບ ການສະໝັກວຽກຕໍ່ຈາກ EP 1. (ໃຜທີ່ຍັງບໍ່ທັນອ່ານຄວນກັບໄປອ່ານເພື່ອຄວາມຕໍ່ເນື່ອງ).
ຄືດັ່ງທີ່ໄດ້ເວົ້າໄປໃນ EP 1. ຫຼັງຈາກທີ່ຜູ້ຂຽນໄດ້ສະໝັກວຽກໄວ້ຫຼາຍບ່ອນແລ້ວ ຊ່ວງຕໍ່ໄປນີ້ກໍຈະແມ່ນຊ່ວງລໍຖ້າໃຫ້ເຫຍື່ອ (ບໍລິສັດ) ໂທມາ ເພື່ອບອກໃຫ້ເຮົາໄປສໍາພາດວຽກ, ຊ່ວງນີ້ເປັນຊ່ວງທີ່ຕື່ນເຕັ້ນຫຼາຍ, ການທີ່ໄດ້ຍິນສຽງໂທລະສັບ ບວກກັບເບີໂທແປກໆ ໂທເຂົ້າມາເທື່ອໃດຫົວໃຈເຕັ້ນແຮງເທື່ອນັ້ນປານສິມີຄົນໂທມາຂໍເປັນແຟນ, ດັ່ງນັ້ນ ເພື່ອບໍ່ໃຫ້ພາດໂອກາດດີໆ ຜູ້ຂຽນເອງກໍຕ້ອງມີການວາງແຜນເລັກນ້ອຍກ່ຽວກັບການໃຊ້ໂທລະສັບ ໂດຍການເປີດສຽງໂທເຂົ້າໃຫ້ດັງທີ່ສຸດ, ໂທລະສັບຕ້ອງຕິດໂຕຕະຫຼອດເວລາ, ບໍ່ໃຫ້ເງິນໃນໂທສະສັບໝົດເດັດຂາດ ແລະ ຈະຕ້ອງຮັບສາຍທຸກສາຍທີ່ໂທເຂົ້າມາ ເພາະຜູ້ຂຽນເອງບໍ່ຢາກພາດໂອກາດໃນການສໍາພາດວຽກແລະ ຄິດວ່າການຮັບໂທລະສັບໄວອາດຈະສະແດງຄວາມຫ້າວຫັນໃນການເຮັດວຽກ (ໃນມຸມຂອງບໍລິສັດ).
ໃນຂະນະທີ່ຜູ້ຂຽນກໍາລັງໃຈຈົດໃຈຈໍ່ກັບສຽງໂທລະສັບກໍມັກມີສາຍໂທເຂົ້າມາ, ໂທມາຈາກບໍລິສັດສິນເຊື່ອ ເອີ່ຍ (ສົນໃຈຢືມເງິນບໍ), ໂທມາຖາມເລື່ອງບົດ ເອີ່ຍ, ໂທມາອວດວ່າ ຖືກເອີ້ນໄປສໍາພາດ ເອີ່ຍ (ໝູ່ນິໄສບໍ່ດີ) ແຕ່ບໍ່ຮູ້ເປັນຫຍັງຊ່ວງນາທີລະທຶກໃຈແບບນີ້ ມັກຈະມີສາຍເຫຼົ່ານີ້ໂທເຂົ້າມາເປັນຊ່ວງໆເຮັດໃຫ້ໃຈວາຍຕະຫຼອດເວລາ ແຕ່ສຸດທ້າຍ ສະຫວັນມີຕາຟ້າມີໃຈ ສົ່ງເຫຍື່ອມາໃຫ້ 2, 3 ລາຍ, ໂທມານັດໄປສໍາພາດ. ບາງບໍລິສັດໂທເຂົ້າມາ ແຕ່ດ້ວຍຄວາມທີ່ເຮົາຕື່ນເຕັ້ນຫຼາຍຈິ່ງລືມຖາມລາຍລະອຽດວ່າສໍາພາດຢູ່ໃສ, ເວລາໃດ, ກຽມຫຍັງໄປແດ່ ແຕ່ບາງບໍລິສັດກໍບອກລາຍລະອຽດໂດຍບໍ່ຕ້ອງຖາມ, ບອກໃຫ້ປະກອບເອກະສານຂອງແທ້ (ໃບແຈ້ງໂທດ,ໃບຢັ້ງຢືນຕ່າງໆ) ໄປຢື່ນມື້ທີ່ສໍາພາດພ້ອມ, ເພື່ອບໍ່ໃຫ້ເສຍເວລາ ຜູ້ຂຽນກໍຕ້ອງຮີບຮ້ອນປະກອບເອກະສານໂດຍດ່ວນ ແລະ ແລ້ວຄວາມ ຮາ (555) ທີ່ບໍ່ຢາກໃຫ້ເກີດກໍກໍາລັງຈະເກີດຂຶ້ນ.
ຜູ້ຂຽນບໍ່ຄ່ອຍມີຄວາມຮູ້ເລື່ອງການແລ່ນເອກະສານປານໃດ ແລະ ເອກະສານກໍມີຫຼາຍເຫຼືອເກີນ, ເລີ່ມຈາກການເຮັດໃບແຈ້ງໂທດ ຜູ້ຂຽນໄດ້ໂທໄປສອບຖາມລາຍລະອຽດນໍາໝູ່ວ່າຕ້ອງເອົາຫຍັງໄປແດ່ ແລະ ເຮັດຢູ່ໃສ, ຄໍາຕອບກໍຄືເຮັດຢູ່ສານປະຊາຊົນສູງສຸດ(ບ່ອນໃຫ່ຍ) ຫຼື ປກສ ເມືອງ (ບ່ອນນ້ອຍ) ກໍໄດ້ ແລະ ເອົາໃບຢັ້ງຢືນທີ່ຢູ່ ປະກອບນໍາ ຫຼັງຈາກນັ້ນຜູ້ຂຽນຈິ່ງໄປເຮັດຢູ່ບ່ອນໃຫຍ່ພ້ອມກັບໃບຢັ້ງຢືນທີ່ຢູ່ 1 ໃບ ແຕ່ວ່າ ເມື່ອຜູ້ຂຽນໄປຮອດເຫັນວ່າມັນມີ 2 ຕຶກ ແລະ ບໍ່ຮູ້ວ່າຕ້ອງເຮັດຢູ່ຕຶກໃດຈິ່ງຕັດສິນໃຈເຂົ້າໄປຕຶກເບືຶ້ອງຂວາມື(ຊອກຮູບປະກອບບໍ່ໄດ້) ແລະ ໄດ້ໄປຖາມຢູ່ປ້ອມຢາມວ່າ ເຂົາເຈົ້າເຮັດໃບແຈ້ງໂທດຢູ່ໃສ, ຖາມໄປຖາມມາເສຍເງິນ 50,000 ກີບ ແລະ ນັດມາເອົາອາທິດຖັດໄປ (ໃນໃຈຕອນນັ້ນຮູ້ແລ້ວວ່າເຮົາໂດນແລ້ວ! ມັນບໍ່ແມ່ນສະຖານທີ່ເຮັດໃບແຈ້ງໂທດ ແຕ່ກໍເຮັດຫຍັງບໍ່ໄດ້ເພາະ ບັນຍາກາດມັນພາໄປ) ຫຼັງຈາກນັ້ນຜູ້ຂຽນກໍເລົ່າເຫດການໃຫ້ໝູ່ຟັງ ແລະ ກໍໄດ້ຮັບກໍາລັງໃຈຈາກໝູ່ມາ 3–4 ຄໍາ (ຶງຫາກໂງ່ເອງ, ໂງ່ຢູ່ຜູ້ດຽວ) ພໍແຕ່ໄດ້ຍິນຄໍານີ້ເຮັດໃຫ້ເຮົາມີກໍາລັງໃຈຢາກທວງຄວາມຍຸດຕິທໍາໃຫ້ໂຕເອງ (ຄວາມຄິດຕອນນັ້ນຄື ເຮົາກໍາລັງສິຈົບປະລິນຍາຕີແຕ່ໃຫ້ເຂົາເຈົ້າຕົວະທັ້ງໆທີ່ເຮົາເອງກໍຮູ້) ເລື່ຶອງອີຫຍັງທີ່ເຮົາຈະຍອມໂງ່ຟຣີໆ, ເຮົາຕ້ອງເອົາຄືນ, ເຮົາຍັງມີໂອກາດທວງຄວາມຍຸດຕິທໍາຄືນມາຢູ່, ຈຶ່ງໄດ້ຄິດແຜນອອກມາ ແລະ ແລ້ວກໍຮອດມື້ທີ່ນັດໃຫ້ໄປເອົາໃບແຈ້ງໂທດ, ໂອກາດເປັນຂອງເຮົາແລ້ວ, ພໍແຕ່ລົງຈາກລົດ ຜູ້ຂຽນຢ່າງໄປຫາລາວ ແລະ ບອກລາວວ່າ ໝູ່ເຮົາເຮັດໃບລະ 15,000 ກີບແຕ່ເປັນຫຍັງ ເຮົາຄືເຮັດໃບລະ 50,000 ກີບ(ບຣາໆໆ…) ແຕ່ຄໍາເວົ້າຂອງເຮົາບໍ່ມີຜົນຫຍັງກັບລາວເລີຍ ຍິ່ງເຮັດໃຫ້ຄໍາເວົ້າຂອງໝູ່ກ້ອງຢູ່ໃນຫົວເຮົາ ແລະ ຮູ້ສຶກວ່າຕົນເອງເປັນຜູ້ປະລາໄຊ ໃນເສິກຄັ້ງນີ້. ໃນຂະນະທີ່ຜູ້ຂຽນກໍາລັງຢື່່ນມືສິຈັບເອົາໃບແຈ້ງໂທດນັ້ນ ຜູ້ຂຽນຫຼຽວໄປທາງຂ້າງສິ່ງທີ່ເຫັນຄື ໃບຢັ້ງຢືນທີ່ຢູ່ຂອງນັກສຶກສາ ແລະ ພະນັກງານອີກຫຼາຍໆຄົນກອງຢູ່ຫຼາຍກອງ.
ທັນໃດນັ້ນຜູ້ຂຽນກໍຄິດຂຶ້ນມາວ່າ (ບໍ່ວ່າທ່ານສິຈົບຕີ ຫຼື ຈົບໂທ ແຕ່ວ່າທ່ານກໍສາມາດໂງ່ໄດ້ຄືກັນ) ການທີ່ຜູ້ຂຽນເຫັນໃບຢັ້ງຢືນທີ່ຢູ່ຂອງຫຼາຍໆຄົນນັ້ນເຮັດໃຫ້ຜູ້ຂຽນຮູ້ສຶກດີໃຈຢ່າງບອກບໍ່ຖືກ ແລະ ສຸດທ້າຍຜູ້ຂຽນກໍເປັນຝ່າຍຊະນະ (ຊະນະຄໍາເວົ້າຂອງໝູ່, ຢ່າງໜ້ອຍເຮົາກໍບໍ່ໄດ້ໂງ່ຢູ່ຄົນດຽວ) ແລະ ກໍກັບບ້ານເພື່ອກຽມໂຕໄປສໍາພາດວຽກຢ່າງສະບາຍໃຈ!.
ສິ້ນສຸດຂັ້ນຕອນການແລ່ນເອກະສານ ແລະ ກ້າວເຂົ້າສູ່ຂັ້ນຕອນການກະກຽມການສໍາພາດ ແລະ ວິທີການສໍາພາ ຊຶ່ງການສໍາພາດນັ້ນມີທັງສໍາພາດທາງໂທລະສັບ ແລະສໍພາດໂຕຈິງ, ສິຂໍເລົ່າໃນ EP 3. (Next weeken)
##ສະຫຼຸບຜົນຂອງ ມະຫາໄລ ສູ່ ມະຫາ (ອາຊີບ) EP 1. ຕອນ: ຊ່ວງລໍຖ້າ ແລະ ແລ່ນເອກະສານສະໝັກວຽກ##
1. ໃນຊ່ວງລໍຖ້າຮັບໂທລະສັບ: ພະຍາຍາມເຮັດໃຫ້ເຮົາໄດ້ຍິນສຽງໂທເຂົ້າ ແລະ ຮັບສາຍທຸກສາຍ ຫຼືກໍລະນີບໍ່ໄດ້ຮັບສາຍໃຫ້ໂທກັບໄປທັນທີ ເພື່ອບໍ່ໃຫ້ພາດໂອກາດດີໆ.
2. ຄວນຖາມລາຍລະອຽດທຸກຄັ້ງເມື່ອຖືກເອີ້ນໄປສໍາພາດ
3. ສະຖານທີ່ເຮັດໃບແຈ້ງໂທດ(ບ່ອນໃຫຍ່) ແມ່ນຕຶກເບື້ອງຊ້າຍມື
4. ລາຄາທີ່ເໝາະສົມສໍາລັບການເຮັດໃບແຈ້ງໂທດ: ຄ່າໃບຄໍາຮ້ອງ 10,000. ຄ່າໃບແຈ້ງໂທດແມ່ນ 15,000 ກີບ/ໃບ (ໃບຄໍາຮ້ອງ 1 ໃບສາມາດເຮັດໃບແຈ້ງໂທດຫຼາຍໃບໄດ້ຕໍ່ຄັ້ງ)
5. ເອກະສານຕິດຄັດເພື່ອເຮັດໃບແຈ້ງໂທດປະກອບມີໃບຢັ້ງຢືນທີ່ຢູ່ 1 ໃບກໍພໍແລ້ວ ແລະ ສາມາດເອົາຄືນໄດ້ໃນຕອນໄປເອົາໃບແຈ້ງໂທດ.
6. ໃບຢັ້ງຢືນສຸຂະພາບທົ່ວໄປ 15,000 ກີບ.
ສະບາຍດີຜູ້ອ່ານທຸກຄົນ, ໂພສນີ້ເປັນໂພສທໍາອິດຂອງຜູ້ຂຽນ, ຜູ້ຂຽນເລືອກຂຽນຫົວຂໍ້ນີ້ກໍຍ້ອນວ່າຊ່ວງນີ້ເປັນຊ່ວງທີ່ນັກສຶກສາປີສຸດທ້າຍກໍາລັງຈະຮຽນຈົບ ແລະ ເລີ່ມຊອກວຽກເຮັດ ແຕ່ ບໍ່ຮູ້ວ່າສິສະໝັກວຽກແບບໃດຈຶ່ງເໝາະກັບໂຕເອງ? ສິຮຽກຮ້ອງເງິນເດືອນເທົ່າໃດຈິ່ງຈະເໝາະກັບຄວາມຮູ້ທີ່ເຮົາຮຽນມາ? ຈະຕ້ອງກຽມໂຕແບບໃດແດ່?ຕອນສໍາພາດວຽກເດເປັນແນວໃດ? ແຕ່ບັນຫາພວກນີ້ຍັງບໍ່ແມ່ນບັນຫາຫຼັກເທື່ອ, ຜູ້ຂຽນກໍເຄີຍຜ່ານຊ່ວງນີ້ມາຄືກັນ ເລີຍຢາກນໍາເອົາປະສົບການຂອງໂຕເອງມາເລົ່າສູ່ຟັງ.
ເຮົາມາຍ້ອນອາດີດກັບໄປປີທີ່ແລ້ວ ຕອນທີ່ຜູ້ຂຽນກໍາລັງສິຮຽນຈົບ (ແຕ່ຍັງບໍ່ຈົບ) ກໍ່ໄດ້ເລີ່ມຄິດວາງແຜນເລື່ອງວຽກໃຫ້ໂຕເອງ, ໃນຫົວຕອນນັ້ນຄືເຮັດອີຫຍັງກໍໄດ້ຂໍແຕ່ໄດ້ເງິນ (ບໍ່ຢາກຂໍເງິນນໍາພໍ່ແມ່ແລ້ວ) ຖືຄະຕິທີ່ວ່າບໍ່ເລືອກງານບໍ່ຍາກຈົນ ແຕ່ລຶກໆເຮົາກໍມີເປົ້າໝາຍຂອງເຮົາຢູ່, ຜູ້ຂຽນເອງກໍວາງເປົ້າໝາຍໄວ້ຫຼາຍລະດັບ. ອັນດັບທໍາອິດກໍຄືທີ່ເວົ້າໄປເຮັດອີຫຍັງກໍໄດ້ຂໍແຕ່ໄດ້ເງິນ ຖ້າມີບ່ອນດີໆເປີດຮັບພະນັກງານຄ່ອຍໄປຕໍ່ຍອດເອົາ ແຕ່ຕອນນີ້ອີຫຍັງກໍໄດ້. ຕອນນີ້ເຮົາມີຈຸດປະສົງທີ່ໜັກແໜ້ນຫຼາຍນັ້ນກໍ່ຄືເງິນ(ຄວາມ “ຮາ 55” ກໍາລັງຈະເກີດຂຶ້ນ) ບ່ອນໃດມີງານຕະຫຼາດນັດແຮງງານ ບ່ອນນັ້ນກໍ່ຍ່ອມມີເຮົາພ້ອມກັບອຸປະກອນທໍາມາຫາກິນ(ຮູບ 3x4, CV, ໃບຄະແນນ, ກາວ, ກາລະເຟີ່ ແນວລະໂຫຼ)ຕໍາແໜ່ງໃດໃກ້ຄຽງກັບສາຍເຮົາຮຽນ ຂຽນຟອມຢື່ນມັນໂລດ ແຕ່ໃນຂະນະທີ່ຂຽນຟອມມັນຈະມີບ່ອນໜຶ່ງທີ່ໃຫ້ເຮົາຂຽນເງິນເດືອນທີ່ຕ້ອງການ (ຄິດໃນໃຈວ່າສິຂຽນທໍ່ໃດດີຈຶ່ງເໝາະສົມ ຖ້າຂຽນຫຼາຍກໍຢ້ານເຂົາເຈົ້າບໍ່ຮັບ ແຕ່ຖ້າຂຽນໜ້ອຍກະຢ້ານບໍ່ເໝາະກັບຄວາມຮູ້ອັນມະຫາສານຂອງເຮົາ), ສິ່ງທີ່ຜູ້ຂຽນເຮັດກໍຄືແນມເບິ່ງໝູ່ທາງຂ້າງວ່າເຂົາເຈົ້າຂຽນທໍ່ໃດແຕ່ບັງເອີນຜູ້ຂຽນມີໝູ່ຫຼາຍຄົນ ບາງຄົນກະໃສ່ 250$, 300$ ຈົນເຖິງ 600$ ຜູ້ຂຽນເອງກະງົງຈັກສິເອົາຄືໃຜດີ ກໍເລີຍໃສ່ຫຼາຍລາຄາຂຶ້ນກັບວ່າໝູ່ຢູ່ທາງຂ້າງເຮົາແມ່ນໃຜ ຮາຮາ (ຄວາມຈິງເຮົາກໍມີເກນຂອງເຮົາຢູ່). ຫຼັງຈາກທີ່ຢື່ນເອກະສານແລ້ວກໍຄິດໃນໃຈອີກຮອບວ່າ (ຕ້ອງມີຈັກບ່ອນທີ່ເປັນຂອງເຮົາ+ຍິ້ມອ່ອນໆ) ທັນໃດນັ້ນກໍ່ລອງທວນໂຕເອງວ່າເຮົາສະໝັກຫຍັງແດ່, ຕໍາແໜ່ງຫຍັງແດ່ ແຕ່ປາກົດວ່າຜູ້ຂຽນຈື່ບໍ່ໄດ້ວ່າຕົນເອງຢື່ນຕໍາແໜ່ງຫຍັງແດ່, ເວນກໍາ! (ເຮົາຄວນບັນທຶກໄວ້ເດີ່ຜູ້ອ່ານທັງຫຼາຍ).
ເມື່ອງານຕະຫຼາດນັດແຮງງານບ່ອນໜຶ່ງສິ້ນສຸດລົງ, ກໍ່ຍ່ອມມີຕະຫຼາດແຮງງານບ່ອນອື່ນເກີດຂຶ້ນ ແລະ ມັນກໍເປັນໄປບໍ່ໄດ້ທີ່ເຮົາສິບໍ່ໄປ ແຕ່ເຊື່ອບໍວ່າ ງານຕະຫຼາດນັດແຮງງານສ່ວນຫຼາຍກໍຈະມີແຕ່ບໍລິສັດເກົ່າ(ສ່ວນຫຼາຍເປັນບໍລິສັດທີ່ເຮົາບໍ່ເຄີຍຍິນຊື່, ບໍ່ເຄີຍຮູ້ຈັກມາກ່ອນ ຈຶ່ງເຮັດໃຫ້ຮູ້ສຶກບໍ່ຄ່ອຍຢາກເຮັດປານໃດ), ພະນັກງານເຝົ້າບູ໊ດຄົນເກົ່າ, ຕໍາແໜ່ງເກົ່າ ແລະ ຄົນໄປເລາະກໍຄົນເກົ່າ ແຕ່ກໍຈະມີອັນໃໝ່ໆເຂົ້າມາເລັກນ້ອຍ ແລະ ເພື່ອບໍ່ໃຫ້ການມາຂອງເຮົາເສຍຖ້ຽວເຮົາກໍຕ້ອງຂຽນສະໝັກໄປໜ້ອຍໜຶ່ງ. ແຕ່ຄວາມພະຍາຍາມໃນການຊອກວຽກຂອງຜູ້ຂຽນຍັງບໍ່ໝົດເທື່ອ, ເມື່ອຕະຫຼາດນັດແຮງງານມັນບໍ່ work ເຮົາກໍ່ຕ້ອງຊອກຫາຊ່ອງທາງໃໝ່ນັ້ນກໍ່ຄືການຊອກວຽກຕາມ web site ຕ່າງໆ ມັນສິຊ່ວຍໃຫ້ເຮົາຊອກວຽກໄດ້ງ່າຍຂຶ້ນ ແລະ ແລ້ວບ່ອນເຮັດວຽກທີ່ເຮົາໄຝ່ຫາກໍເລີ່ມເປີດຮັບສະໝັກພະໜັກງານໃໝ່ຢ່າງຕໍ່ເນື່ອງ, ນີ້ຖືເປັນຂ່າວດີ ແລະ ເປັນໂອກາດທີ່ດີຂອງເຮົາທີ່ຈະສະໝັກເພື່ອສິໄດ້ເຮັດວຽກດີໆ ແຕ່ແລ້ວເຮົາກໍ່ຖືກກັ່ນແກ້ງ, ເນື່ອງຈາກເຮົາຍັງເປັນນັກສຶກສາຢູ່, ຍັງຮຽນບໍ່ຈົບຄືດັ່ງທີ່ເວົ້າມາໃນເບື້ອງຕົ້ນ ເຮັດໃຫ້ເຮົາມີເງື່ອນໄຂບໍ່ຄົບຕາມທີ່ບໍລິສັດເຂົາເຈົ້າຕ້ອງການ ເຊັ່ນວ່າ: ຕ້ອງມີໃບປະກາດ, ມີປະສົບການເຮັດວຽກຢ່າງນ້ອຍ 2 ປີ (ຄັນເຈົ້າບໍ່ຮັບຄົນທີ່ບໍ່ມີປະສົບການຈັກເທື່ອແລ້ວນັກສຶກສາຈົບໃໝ່ຄືເຮົາສິມີໂອກາດ ມີປະສົບການເຮັດວຽກບໍ, ໄດ້ແຕ່ຄິດ). ສ່ວນຫຼາຍແລ້ວບໍລິສັດ ຫຼື ອົງກອນທີ່ຄົນນິຍົມຢາກເຮັດວຽກນໍາແມ່ນເປີດຮັບສະໝັກໃນຊ່ວງທີ່ເຮົາຍັງຮຽນບໍ່ຈົບເທື່ອ ຫຼື ຍັງບໍ່ທັນໄດ້ໃບປະກາດເທື່ອ (ບໍ່ເຂົ້າໃຈຄືກັນ), ພໍຮອດຊ່ວງເຮົາໄດ້ໃບປະກາດ ພວກບໍລິສັດເຫຼົ່ານີ້ກໍປິດຮັບສະໝັກໄປແລ້ວ, ນົກຕາມເຄີຍ, ເຮັດວຽກອຶ່ນໄປຖ້າ…..
ສິ້ນສຸດຂັ້ນຕອນສະໝັກວຽກ, ກ້າວເຂົ້າສູ່ຂັ້ນຕອນການແລ່ນເອກະສານ ແລະ ສໍາພາດວຽກ ເອົາໄວ້ເລົ່າຕໍ່ EP 2.
##ສະຫຼຸບຜົນຂອງ ມະຫາໄລ ສູ່ ມະຫາ(ອາຊີບ) EP 1. ##
ເຮົາຄວນກຽມອຸປະກອນ ແລະ ເອກະສານພຶ້ນຖານໃນການສະໝັກວຽກໄວ້ຖ້າ ເຊັ່ນ: ຮູບ, CV, CL.
ຖ້າເຮົາມີເປົ້າໝາຍການເຮັດວຽກທີ່ຊັດເຈນກໍບໍ່ຈໍາເປັນຕ້ອງສະໝັກວຽກເລື່ອນລອຍ ຫຼື ແບບວ່ານແຫ.
ຖ້າເຮົາຕ້ອງການຫາເງິນໂດຍບໍ່ເລືອກວຽກ, ຂໍແນະນໍາໃຫ້ສະໝັກຫຼາຍໆບ່ອນແລ້ວຄ່ອຍຊອກບ່ອນໃໝ່ທີ່ດີກວ່າ
ຖ້າຢາກເຮັດວຽກເພາະຕ້ອງການຫາປະສົບການເພື່ອຕໍ່ຍອດໃນວຽກທີ່ເຮົາມັກໃນອະນາຄົດແນະນໍາໃຫ້ສະໝັກວຽກທີ່ມີໜ້າວຽກຄືກັບວຽກທີ່ເຮົາມັກແທ້ໆ ເພາະ ຖ້າເຮົາມີປະສົບການໃນດ້ານໃດໜຶ່ງແລ້ວ ວຽກຕໍ່ໄປກໍ່ໃກ້ຄຽງກັນ.
ຕັດເງື່ອນໄຂ ຫຼື ບໍ່ຕ້ອງສົນໃຈເງື່ອນໄຂບາງຂໍ້ໃນແບບຟອມຂອງໃບສະໝັກເຊັ່ນ: ຕ້ອງການຜູ້ມີປະສົບການ 1ປີຂຶ້ນໄປ ແຕ່ເຮົາບໍ່ມີ ແນະນໍາໃຫ້ຂຽນສົ່ງໂລດ (ເຄີຍເຮັດ ແລະໄດ້ຜົນ)
ຄວນຕັ້ງເກນເງິນເດືອນຂອງເຮົາ, ບໍ່ຕ້ອງສູງເກີນໄປ (500$ up ຖືວ່າເປັນເງິນເດືອນທີ່ສູງເກີນໄປສໍາລັບນັກສຶກສາຈົບໃໝ່) ແຕ່ບາງຄົນກໍເຮັດໄດ້.
ຢ່າລືມ ໂຟກັສ ທີ່ບົດຈົບຊັ້ນແດ່ເດີ, ດ໋ຽວມັນສິບໍ່ລອດ.