Stories by Tee-nuh on Medium
ສະບາຍດີຜູ້ອ່ານທີ່ໜ້າຮັກ,
ກ່ອນອື່ນໝົດຕ້ອງຂໍໂທດທີ່ຫ່າງຫາຍກັນໄປດົນ ບໍ່ຮູ້ວ່າມີໃຜຖ້າອ່ານຢູ່ບໍ່ນໍ້? ເພື່ອເປັນການໄຖ່ໂທດ ມື້ນີ້ຜູ້ຂ້າຂໍອາສາພາໄປທ່ຽວສະຖານທີ່ສຸດພິເສດ! ໂດຍມີເພື່ອນຮ່ວມທາງໃນຄັ້ງນີ້ກໍຍັງແມ່ນ 2 ສາວ: ຖິງ ແລະ ນ່າດີ້ນ ທີ່ຕາມມາຈາກເມືອງໂຣມນັ້ນເອງ~ ເຊິ່ງທຣິປນີ້ຜູ້ຂ້າຈະພາໄປທ່ຽວໃສນັ້ນ ຂໍເຊີນເລື່ອນລົງໄປອ່ານໄດ້ເລີຍຍຍຍຍຍຍຍຍຍ!!! (ທີ່ແທ້ທຸກຄົນຮູ້ຕັ້ງແຕ່ຊື່ເລື່ອງລະ ຮະຮະຮະ)
ເຮົາເລີ່ມອອກຈາກບ່ອນພັກຊ່ວງປະມານ 9 ໂມງເຊົ້າ ສະຖານທີ່ທີ່ເຮົາຈະໄປມື້ນີ້ແມ່ນ Vatican City ນັ້ນເອງ~ ເມືອງຫຼວງທີ່ຢູ່ໃນເມືອງຫຼວງ. ສິ່ງທຳອິດທີ່ຕ້ອງເຮັດກ່ອນຈະເຂົ້າປະເທດນີ້ໄດ້ແມ່ນ “ຕໍ່ແຖວ” ຈ້ະພີ່ນ້ອງເອີ້ຍ 🙄. ຂໍແນະນຳສຳລັບຄົນທີ່ວາງແຜນທ່ຽວປະເທດນີ້ ໃຫ້ມາແຕ່ເຊົ້າໆເນີ້. ແຕ່ຖ້າຕອນເຊົ້າມີບ່ອນໄປແລ້ວ,ຈະມາຕອນສວາຍກໍໄດ້ ເພາະຕອນສວາຍບໍ່ຕ້ອງຕໍ່ແຖວເລີຍຈ້ະ! ສ່ວນເຮົາສາມຄົນກໍເລືອກມາຊ່ວງເຊົ້າ (ແຕ່ບໍ່ເຊົ້າຫຼາຍ ເພາະວາງແຜນບໍ່ດີເອງ) ກໍຕ້ອງຕໍ່ແຖວຍາວໄປສິເພິ່ນ. ລຽນຄິວປະມານ 45 ນາທີກໍໄດ້ເຂົ້າໄປໃນວາຕິກັນ, ເຊິ່ງວາຕິກັນນັ້ນ ມີສະຖານທີ່ທ່ອງທ່ຽວຫຼັກໆ ຄື Vatican Museum ແລະ St. Peter’s Basilica.
ເອີ້! ລືມບອກໄປວ່າ Vatican Museum ກັບ St. Peter’s Basilica ເຂົ້າຄົນລະທາງນະຈ້ະ, ຖ້າຢາກໄປທັງສອງບ່ອນກໍຕ້ອງໄປລຽນແຖວໃຫມ່ 😱 ແລະບ່ອນທີ່ເຮົາເລືອກໄປແມ່ນ Vatican Museum ຍ້ອນມີເປົ້າໝາຍແມ່ນໄປເບິ່ງຮູບຢູ່ໃນ Sistine Chapel ອັນໂດ່ງດັງ, ໃຜບໍ່ຮູ້ຈັກກໍໄປ Google ເອົາເດີ້. ສຳລັບການຍ່າງຊົມຫໍພິພິທະພັນແຫ່ງນີ້ໃຊ້ເວລາປະມານ 3–4 ຊົ່ວໂມງ ຈຶ່ງສາມາດຫາທາງອອກເຫັນ 😳. ໃນນັ້ນ ມີຫ້ອງວາງສະແດງວັດຖຸ, ຮູບປັ້ນ, ຮູບແຕ້ມ, ຈິດຕະກຳຝາຜະໜັງ ໆລໆ ເປັນຮ້ອຍໆ ຫ້ອງ, ດຶງດູດຄວາມສົນໃຈ ແລະ ຄວາມຢາກຮູ້ຢາກເຫັນເຖິງປະຫວັດຂອງສິ່ງຕ່າງໆ ຈາກຜູ້ທີ່ມາຢ້ຽມຊົມໄດ້ເປັນຢ່າງດີ. ໂດຍສະເພາະແມ່ນບັນດາອ້າຍນ້ອງ ເກົາຫຼີ ອອນນີ້ ໂອປປ້າ, ທີ່ເຫັນວ່າຈະສົນໃຈໄປຊະທຸກຢ່າງ ຈົນໄດ້ແວ່ຖ່າຍຮູບເຊວຟີ້ໄດ້ທຸກມຸມ ເຮັດໃຫ້ຜູ້ຂ້າອົດສົງໄສວ່າເຂົາເຈົ້ານັ້ນລົງປະກວດ Selfie Challenge ກັນບໍ?🤔
ຢ່າງທີ່ເຄີຍບອກໄປຫັ້ນແຫຼະເນາະ ວ່າຫໍພິພິທະພັນແຫ່ງນີ້ມີຫ້ອງວາງສະແດງເປັນຮ້ອຍໆ ຫ້ອງ, ບໍ່ວ່າຈະເປັນພາບຝາຜະໜັງ ແລະ ວັດຖຸ ຕ່າງໆ ກໍລ້ວນແລ້ວແຕ່ມີເລື່ອງເລົ່າ, ເພື່ອໃຫ້ການເຂົ້າຊົມຄັ້ງນີ້ບໍ່ເສຍເງິນລ້າ (ຄ່າເຂົ້າຊົມລາຄານັກຮຽນແມ່ນ € 8.00 ເດີ້, ເອົາບັດນັກຮຽນມາຢັ້ງຢືນພ້ອມ) ເຮົາເລີຍຈ້າງໄກດ໌ທົວສ່ວນຕົວມາເລີຍ ເພື່ອອັດຖະຣົດ ແລະ ຂໍ້ມູນທີ່ຖືກຕ້ອງໃນເວລາເບິ່ງຮູບພາບຕ່າງໆ. ເປັນທີ່ແນ່ນອນຢູ່ແລ້ວ ວ່າຄົນລວຍໆ ແລະ ໄຮເທັກແບບເຮົາ, ຖ້າໄດ້ຈ້າງໄກດ໌ກໍຕ້ອງເປັນໄກດ໌ມືໂປຣ, ຕ້ອງເປັນຜູ້ຮູ້ Vatican City ເປັນຢ່າງດີ, ທີ່ສຳຄັນແມ່ນສື່ສານກັບພວກເຮົາຮູ້ເລື່ອງ. ເຊິ່ງຜ່ານການເລືອກເຟັ້ນມາເປັນຢ່າງດີ ເຮົາກໍໄດ້ເລືອກໃຊ້ບໍລິການໄກດ໌“ Pantip.com” ນັ້ນເອງ ຮະຮະຮະ (ເປີດໂຕອະລັງເນາະ) ເອີ້ນັ້ນແຫຼະ, ເຂົາເຈົ້າເອີ້ນວ່າໝຸນໃຊ້ສິ່ງທີ່ມີໃຫ້ເກີດປະໂຫຍດ ເພາະສິ່ງທີ່ບໍ່ມີແມ່ນເງິນ ກໍໃຊ້ອິນເຕີເນັດນີ້ລະ ຊອກອ່ານ blog ໃນພັນທິບເອົາ 😂. ໄປຫ້ອງໃດກໍອ່ານໜ້ານັ້ນ ອະທິບາຍໃຫ້ກັນຟັງ ໄດ້ຄວາມຮູ້ ພ້ອມເກັບເງິນໄວ້ກິນເຂົ້າສວາຍເດ້. ຖ້າມີໄກດ໌ຄົນລາວນີ້ຈ້າງແລ້ວ ບໍ່ຢາກຈ້າງຕ່າງປະເທດຊື່ໆ (ເດເດ ຍັງບໍ່ຍອມວ່າໂຕເອງບໍ່ມີເງິນອີກ ຮະຮະຮະ) ອີກວິທີໜຶ່ງທີ່ ຜູ້ຂ້າໃຊ້ໃນເວລາທີ່ພັນທິບບໍ່ໄດ້ຂຽນບອກແມ່ນ ໄປຢືນໃກ້ໆ ພວກໄກດ໌ທີ່ເວົ້າພາສາອັງກິດ, ແລ້ວກໍທຳທ່າຄືບໍ່ໄດ້ສົນໃຈ ແຕ່ຫູກໍລັກຟັງເວລາເຂົາເຈົ້າອະທິບາຍຮູບ ຫຼື ສິ່ງຂອງນັ້ນໆ, ແລ້ວກໍຍ່າງໄປເລົ່າໃຫ້ໝູ່ຟັງ ຮະຮະຮະ ເບິ່ງຄືທຸກຈົນເຂົ້າໄປອີກ 😂 ບໍ່ເຂົ້າໃຈວ່າຕ້ອງພະຍາຍາມສູງຂະໜາດນັ້ນບໍ່? ແຕ່ກໍມ່ວນດີເວລາທີ່ໄດ້ຟັງເລື່ອງທີ່ເຂົາເຈົ້າເລົ່າແບບຟຣີໆ ເດຊັ້ນນະ😁 ໃຜຢາກລອງໄປເຮັດເບິ່ງກໍໄດ້ເດີ້ ບໍ່ຫວງສູດ #SharingisCairng.
ຍ່າງອ້ອມ Vatican City ຈົນລາຍຕາແລ້ວກໍພໍດີສວາຍ, ບໍ່ຮູ້ວ່າທີ່ຕາລາຍເປັນຍ້ອນວ່າແນວວາງສະແດງມັນຫຼາຍໂພດ ຫຼື ຍ້ອນຫິວເຂົ້າກັນແທ້, ເຮົາເລີຍສະຫຼຸບວ່າ ຫິວເຂົ້າຊະ ກໍເລີຍໄປຊອກແນວກິນໃນຫໍພິພິທະພັນຫັ້ນແຫຼະ. ເຊິ່ງເຂົາເຈົ້າກໍມີໂຮງອາຫານຈັດໄວ້ຮອງຮັບນັກທ່ອງທ່ຽວຢ່າງດີ, ລາຄາແອບແພງນິດໆ ລົດຊາດກໍລັກບໍ່ແຊບຫຼາຍເຕີບ, ແຕ່ເພື່ອຢາໄສ້ ບໍ່ໃຫ້ກະເພາະຊອດ, ພໍໄດ້ມີແຮງຍ່າງຕໍ່ກໍກິນເນາະ 🤐 ສາກແບັດ ເຕີມພຸງແລ້ວໆ ກໍອອກໄປລຸຍກັນຕໍ່ທີ່ St. Peter’s Basilica ! ເຊິ່ງຕ້ອງໄດ້ຍ່າງອ້ອມກຳແພງ ວາຕິກັນ ອອກໄປ ເພື່ອໄປເຂົ້າອີກປະຕູໜຶ່ງ, ກ່ອນມາຜູ້ຂ້າເຄີຍອ່ານເຈິວ່າມັນມີທາງຊອດກັນລະຫວ່າງVatican Museum ກັບ St. Peter’s Basilica ບໍ່ຕ້ອງໄດ້ຍ່າງອ້ອມ, ແຕ່ເຮົາກໍໄປບໍ່ເປັນເລີຍຕ້ອງອ້ອມ (ໃຜໄປເປັນລົບກວນບອກແດ່ເດີ້). ເມື່ອມາຮອດ St. Peter’s Basilica ສິ່ງອະລັງການກວ່າ Vatican Museum ທີ່ເຮົາໄດ້ພົບ ຈົນຫຼົງຮ້ອງວ້າວອອກມາ 3 ເທື່ອນັ້ນຈະເປັນສິ່ງໃດໄປບໍ່ໄດ້ ນອກຈາກ ແຖວ ນັ້ນເອງພີ່ນ້ອງງງງງງງ! ຍາວວວວວວວວວວວວວ~ ກ່ອນອັນທີ່ຕໍ່ມາມື້ເຊົ້ານີ້ອີກ 🤮 ຖ້າຝືນມີໜ້າໄປຢືນຕໍ່ແຖວມີຫວັງວ່າມັນຈະປິດກ່ອນແນ່ນອນ. ເຮົາເລີຍເລືອກທີ່ຈະຂໍຖ່າຍຮູບຢູ່ນອກເອົາ ຄວາມຊົງຈຳສອງເຮົາ ຈົບເທົ່ານີ້ພໍເນາະ ດຽວໄປ Colosseum ບໍ່ທັນ.
ມາຮອດໂຣມແລ້ວຖ້າຂາດ Colosseum ຄົງຈະບໍ່ຖືກຮີດຖືກຄອງ. ເຊິ່ງ Colosseum ຄົນອິຕາລີເອີ້ນວ່າ Colosseo, ເວລາຈະໄປກໍໃຫ້ເບິ່ງປ້າຍ ຖ້າມັນຂຽນວ່າ Colosseo ຫັ້ນລະໄປໂລດ! ແລະ ຫຼັງຈາກພວກເຮົາເບິ່ງປ້າຍແລ້ວ ເຮົາກໍໄປໂລດ!! ໄປໂລດມຶງນະ~ ເບິ່ງແຕ່ປ້າຍ ແຕ່ບໍ່ເບິ່ງໂມງວ່າ Colosseo ເຈົ້າຫັ້ນ ມັນປິດຍາມໃດອີ່ນາງເອີ້ຍ! ຍ່າງອ້ອມຫາທາງເຂົ້າບັກດົນໆ ກໍຫາສິຮູ້ວ່າຖືກ Google ຕົ້ມ. ຮອດທຸກມື້ນີ້ຍັງບໍ່ຮູ້ວ່າມັນປິດຈັກໂມງ ເອົາເປັນວ່າແນະນຳໃຫ້ໄປຕອນເຊົ້າເອົາເດີ້ ແຮ່ 😅
ເມື່ອອົກຫັກຈາກອ້າຍ Colosseo ເຮົາກໍອອກຫາທີ່ຮັກໃໝ່ທັນທີ ຄືນັ່ງລົດເມເບີ 81 ໄປເບິ່ງຕາເວັນຕົກດິນຢູ່ Piazza Venezia. ວ່າກັນວ່າ ຖ້າໄດ້ຂຶ້ນໄປດາດຟ້າຂອງຕຶກຈະເຫັນວິວເມືອງໂຣມທັງເມືອງເປັນສີທອງ✨ ເມື່ອແສງຕາເວັນຄ້ອຍແລງ ກະທົບກັບຕຶກສີສົ້ມ ໂອ້ພະສົງ Golden Hour ອີ່ຫຼີ 😍 ເປັນທັດສະນີຍະພາບທີ່ບໍ່ຄວນພາດເມື່ອໄດ້ມາຢາມໂຣມ. 20 ນາທີຜ່ານໄປ, ແສງແດດກໍຄ່ອຍໆຈາງລົງ ດວງຕາເວັນເລີ່ມຈະລັບຫາຍໄປຈາກຂອບຟ້າ, ພວກເຮົາສາມຄົນກໍຢູ່ປ້າຍລົດເມ ບໍ່ແມ່ນປ້າຍລົດເມ Piazza Venezia ໃດ໋! ປ້າຍລົດເມໜ້າອີ່ Colosseo ນີ້ແຫຼະ, ໃສໃຜວ່າລົດເມສິມາທຸກ 10 ນາທີ 😕 ດາວຖືກຕົ້ມອີກລະຫວາໜິ ໂອ້ຍຍຍ !! ໜາວກໍໜາວ ຕາເວັນກໍຈະຕົກໝົດແລ້ວ ອີ່ 81 where are you? ສະຫຼຸບຄືພາບທີ່ຈິນຕະນາການເອົາໄວ້ບັກຟິນໆ ເມື່ອກີ້ດັບຈ້ອຍ 🤯ດຽວໆ! ທັນໃດນັ້ນ ເຫດການທີ່ບໍ່ຄາດຄິດກໍເກີດຂຶ້ນ!! 81ມາແວ້ວທຸກຄົນ ຕາເວັນຢ່າຟ້າວຕົກຖ້າພວກນ້ອງແນ່ 🤩
ຕະ ຕະ ຕະ ແຕ່ .​ . ອີ່ 81 ມັນຄືຜ່ານເຮົາໄປແບບບໍ່ແຍແສອີຫຍັງເລີຍ😦 ເອີ່ມ. . . WTF ມັນຄືບໍ່ຈອດ? ເຮົາສາມຄົນໄດ້ແຕ່ເບິ່ງຕາກັນປິບໆ ພ້ອມດ້ວຍໜ້າງົງໆ ພ້ອມກັນແຫງນຄໍເບິ່ງປ້າຍລົດເມ ວ່າພວກຕູຢືນຜິດປ້າຍຫວາ? ເປັນຫຍັງມັນຄືບໍ່ຈອດ? ພວກຕູມາຢືນຕາກລົມໜາວຫຍັງຢູ່ເນ່!!!! 🤬 ດ້ວຍຄວາມຜິດພາດຄັ້ງນີ້ເຮັດໃຫ້ເຮົາຮຽນຮູ້ວ່າລົດເມຢູ່ໂຣມຕ້ອງກວັກຈ້ະ ເຫັນລົດອ້າຍເພິ່ນມາລະແມ່ນ ເດ່ມືອອກໄປຈ້ະສາວ, ຕ້ອງໄດ້ໃຫ້ທ່າເພິ່ນ ບໍ່ຊັ້ນລະອ້າຍເພິ່ນເລັ່ງບື້ນກາຍໜ້າເຮົາໄປໂລດ 😑 ມີຄວາມອີໄລນາຂ່າໄປອີກ ຊາວບ້ານຮົງກາລີແບບເຮົາເລີຍຕ້ອງອົດໄປເບິ່ງຕາເວັນຕົກດິນເລີຍ 😓
ເມື່ອບໍ່ເຫັນຕາເວັນຕົກດິນທີ່ວາດຝັນໄວ້ ພວກເຮົາເລີຍເລືອກທີ່ຈະປອບໃຈກັນໂດຍການຊອກຫຍັງມາຕົກໃສ່ທ້ອງແທນ (ກິນອີກລະພວກນີ້) ດ້ວຍຄວາມທີ່ບໍ່ຢາກກິນອາຫານອິຕາລີ ເພາະທັງເຄັມຈົນໝາກໄຂ່ຫຼັງຮ້ອງວອນຂໍຊີວິດແລ້ວ ກໍຍັງບໍ່ຮູ້ຈະກິນຫຍັງອີກ. ດ້ວຍຄວາມເປັນລູກສາວອາຊີຮ້ອຍເປີເຊັນແບບນີ້, ຂໍເລືອກກິນອາຫານຍີ່ປຸ່ນລະກັນ ອັດອັ້ນຕັນໃຈຢູ່ຮົງກາລີບໍ່ໄດ້ກິນປາດິບ ຮະຮະຮະ ແລະ ກ່ອນກັບບ້ານນອນມື້ນີ້ ກໍຂໍຕົບທ້າຍດ້ວຍ Gelato ຈາກຮ້ານ Gelati Gelati ອີກຈັກສະກູປ, ເຊິ່ງສ່ວນໂຕແລ້ວມັກຮ້ານນີ້ຫຼາຍ(ແນະນຳອີກລະ🤣ຣີວິວເກັ່ງ ປລ.ຈ້າງໄດ້ເດີ້) ເພາະມີຫຼາຍລົດໃຫ້ເລືອກ ຄົນຂາຍໃຈດີ ແຖມເວົ້າອັງກິດເກັ່ງພ້ອມ 😋 ທີ່ສຳຄັນຮ້ານເພິ່ນກໍມີເຄຣປຂາຍນຳ❤️ ສັ່ງເຄຣປນູເທລລ່າອຸ່ນໆ ມາກິນກັບ Gelato ແລ້ວຈັ່ງແມ່ນຟິນ, ໃຜທີ່ບໍ່ຢ້ານຕຸ້ຍ ຈະສັ່ງຄຣີມມາໂປະເທິງ Gelato ກໍໄດ້ເດີ້ ບໍ່ໄລ່ເງິນເພີ່ມເດີ້ 🍦
ທ້ອງອິ່ມແລ້ວກໍກັບບ້ານນອນເນາະ 😊 ນອນຫຼັບຝັນດີເດີເທຸກຄົນ. ຂອບໃຈທີ່ອ່ານມາຮອດຈຸດນີ້ ແລະ ກໍພາກັນຕິດຕາມກັນມາເລື່ອຍໆເດີ້. ໄວ້ພົບກັນໃຫມ່ທຣິປໜ້າ ຫຼື ຖ້າມີເລື່ອງຫຍັງໃຫມ່ໆ ກໍຈະມາຝອຍໃຫ້ຟັງເດີ້ ຫຼື ຢາກໃຫ້ຂຽນເລື່ອງຫຍັງກໍລອງຂໍເຂົ້າມາໄດ້ :)
ປລ. ຂໍອະໄພທີ່ໃນການໃຊ້ພາສາຊອດກະຈາຂອງຜູ້ຂ້າ. ນັ້ນກໍເພື່ອຢາກໃຫ້ເກີດຄວາມເພີດເພີນໃນການອ່ານ ແລະ ສະແດງໃຫ້ເຫັນຕົວຕົນຂອງຜູ້ຂ້າ.
ຂອບໃຈ,
Tee-nuh.
Rome but not alone : ທ່ຽວໂຣມບໍ່ເຄີຍເຫງົາ ເພາະມີເຈົ້າໄປເປັນໝູ່
ຕັ້ງແຕ່ໄປທ່ຽວທຣິປນີ້ກັບມາ ມີແຕ່ຄົນມາຖາມວ່າ ໄປທ່ຽວເປັນຈັງໃດ? ໄປໃສແດ່? ມ່ວນບໍ່? ໆລໆ. ມື້ນີ້ກໍຂໍອະນຸຍາດລວມຍອດ ຕອບຄຳຖາມຢູ່ນີ້ເລີຍລະກັນ :)
ທຳອິດຂໍປະເດີມ blog ກັບ ເມືອງໂຣມ, ອິຕາລີ ກັນກ່ອນເລີຍ! ຖ້າເວົ້າຄຳວ່າ “ໂຣມ” ກໍຄົງຈະບໍ່ມີໃຜບໍ່ເຄີຍໄດ້ຍິນຊື່ເມືອງນີ້ດອກເນາະ(?) ເຊິ່ງໂຣມກໍຖືວ່າເປັນ bucket list ຂອງບັນດານັກທ່ອງທ່ຽວຫຼາຍໆ ຄົນກໍວ່າໄດ້. ທັງເລື່ອງລາວທາງປະຫວັດສາດອັນເກົ່າແກ່, ວັດທະນາທຳ, ສາສະໜາ, ຄວາມເຊື່ອ, ສິ່ງມະຫັດສະຈັນຂອງໂລກ ແລະ ສະຖານທີ່ທ່ອງທ່ຽວຕ່າງໆ, ເຮັດໃຫ້ ໂຣມ ເປັນ ໂຣມ ທີ່ເຮົາທຸກຄົນໄຝ່ຝັນ ແລະ ຢາກໄປເຫັນຈັກເທື່ອໃນຊີວິດ. ແລະນັ້ນຄືເຫດຜົນວ່າ ເປັນຫຍັງຜູ້ຂ້າຈຶ່ງໃສ່ຊື່ blog ນີ້ວ່າ Rome but not alone, ດ້ວຍເຫດທີ່ທຸກຄົນນັ້ນຢາກໄປ ເຮັດໃຫ້ທຸກແຈໂຣມນັ້ນບໍ່ເຄີຍງຽບເຫງົາ, ນັກທ່ອງທ່ຽວມາຈາກທົ່ວທຸກສາລະທິດ, ບໍ່ວ່າຈະມາຈາກຊົນຊາດໃດ ທະວີບໃດ ໝູ່ເກາະໃດ ໂຣມນັ້ນມີຄົບ! ຮັບປະກັນວ່າທຣິປນີ້ ບໍ່ເຫງົາແນ່ນອນ! ບໍ່ເຊື່ອເລື່ອນລົງໄປອ່ານໂລດ!!!!
ເລີ່ມຈາກວາງແຜນທ່ຽວຕັ້ງແຕ່ເດືອນ 11/2017 ກ່ອນເລີຍ(ເລື່ອງຮຽນບໍ່ເຄີຍວາງແຜນດີປານນີ້ຈັກເທື່ອ) ຫຼັງຈາກຕົກລົງຫາສະມາຊິກຜູ້ຮ່ວມຊະຕາກຳໄດ້ແລ້ວ ເຮົາກໍເຮັດການຈອງປີ້ຍົນທັນທີ ! ໂດຍຜູ້ຮ່ວມສະຕາກຳຄັ້ງນີ້ປະກອບມີ 3 ຊີວິດດ້ວຍກັນຄື : ຖິງ (ຫົວໂຈກ ຕົ້ນຄິດແຜນ) ແລະ ບ່າວຮັບໃຊ້ຜູ້ຕິດສອຍຫ້ອຍຕາມອີກ 2 ນາງຄື : ນ່າດີ້ນ ແລະ ຜູ້ຂ້າ ນັ້ນເອງ ^^ ສາຍການບິນທີ່ເຮົາເລືອກຈອງແມ່ນ Ryan air, ສາຍການບິນ low cost ລາຄາດີ ແລະ ຫຼາຍເລື່ອງນັ້ນເອງ! ເພາະຈອບແຕ່ສິໄໝເງິນລູກຄ້າ ເຊິ່ງຄ່າປັບໄໝນັ້ນຂໍບອກວ່າແພງກ່ອນຄ່າປີ້ຍົນເພິ່ນອີກພີ່ນ້ອງເອີ້ຍ! ຢ່າບັງອາດທ້າທາຍອຳນາດເຮັດຜິດກົດເພິ່ນເລີຍ~ ກົດລະບຽບຫຼັກໆກໍແມ່ນເລື່ອງນໍ້າໜັກກະເປົາ ແລະ ຂະໜາດກະເປົາທີ່ເພິ່ນກຳນົດໄວ້ນັ້ນເອງ.
ສາມເດືອນຜ່ານໄປ ເວລາແລ່ນໄວປານຂີ້ຕົວະ.
21 ມັງກອນ 2018 : ຈຸດເລີ່ມຕົ້ນຂອງການເດີນທາງ.
ພວກເຮົາເລີ່ມອອກເດີນທາງຕັ້ງແຕ່ໄກ່ບໍ່ທັນຕື່ນ, ແກະຂີ້ຕາ, ລ້າງໜ້າໄປສະໜາມບິນຕັ້ງແຕ່ 4ໂມງເຊົ້າ. ເຊັກອິນ, ຜ່ານດ່ານກວດ, ລອດເຂົ້າໄປໃນ Gate, ແລ່ນຜ່າພາຍຸຫິມະ, ເອົາກົ້ນໄປວາງຢູ່ຍົນໄດ້ພໍດີເວລາ 6:20 ຍົນກໍທະຍານຂຶ້ນຟ້າ ✈️. ເວລາ 8:05 Ciao! Italia, ນັ່ງຍົນບຶດດຽວກໍຮອດສະໜາມບິນ Ciampino ປະເທດອິຕາລີແລ້ວ :) ຫຼັງຈາກໄດ້ກະເປົາ ພວກເຮົາສາມສາວກໍຟ້າວໃສ່ເກຍໝາໄປຂຶ້ນລົດບັສເພື່ອເຂົ້າໄປໃນເມືອງໂຣມທັນທີ (ຂໍບອກວ່າລັກຕື່ນເຕັ້ນອ່ອນໆ ເພາະວ່າຢາກມາອິຕາລີແຕ່ນ້ອຍແລ້ວ ອິອິ) ໃຊ້ເວລາປະມານໜຶ່ງຊົ່ວໂມງ ລົດບັສກໍຈະມາຮອດສະຖານີ Termini ເຊິ່ງເປັນສູນລວມຂົນສົ່ງຂອງໂຣມເລີຍກໍວ່າໄດ້! ທັງລົດໄຟ ແລະ ລົດເມ ແມ່ນລວມໂຕຢູ່ນີ້ໝົດເດີ້.
ການເດີນທາງຍັງບໍ່ສິ້ນສຸດ ເພາະນີ້ຄືຈຸດເລີ່ມຕົ້ນ!(ຈ້ະ!ເລີ່ມຈັກເທື່ອໜຶ່ງແດ່ -.-) ເພື່ອແບກຮ່າງຂອງພວກເຮົາສາມຄົນເຂົ້າໄປໃນເມືອງ ຫຼື ສະຖານທີ່ທ່ອງທ່ຽວຕ່າງໆນັ້ນແຫຼະ, ສິຍ່າງໄປກໍຄືສິບໍ່ໄຫວ ເພາະໂຣມນັ້ນມັນໃຫຍ່ເວີ້, ທາງທີ່ພວກເຮົາເລືອກຄືລົດເມສາຍ 64 ເພື່ອຈະໄປລົງສະຖານີ PMC.so Vittorio Emanuele/navona (ຊື່ຍາວໄປໃສ). ຂໍລັກບອກແດ່ວ່າ ຢ່າສຸໄປຫວັງວ່າ ຈະໄດ້ຊີວິດດີ່ດີທີ່ກຸງໂຣມເດີ້ ຖ້າຄິດຈະໂຫນລົດເມເມືອງນີ້ນະ! ນອກຈາກບ່ອນນັ່ງບໍ່ມີແລ້ວ ບ່ອນຢືນກໍຈົນສິບໍ່ມີອີກຈ້າ ບຽດວົນໄປ!! (ເອະ🤔ແຕ່ຖ້າຢືນໃກ້ຜູ້ບ່າວຫຼໍ່ໆກໍໃຄແດ່ ບາດລົດເບຣກສິໄດ້ຫາຈັງຫວະລົ້ມໃສ່ ຮະຮະຮະ) ຄິດດັງອີກລະ.
ມີໃຜຮູ້ແດ່ວ່າ Piazza navona ແມ່ນຫຍັງ? ສະເຫຼີຍ Piazza navona ແມ່ນເດີ່ນຈະຕຸລັດທີ່ວ່າກັນວ່າໃຫຍ່ທີ່ສຸດໃນໂຣມພຸ້ນໃດ໋😲 ຖືກສ້າງຂຶ້ນຕັ້ງແຕ່ສະຕະວັດທີ່ I ມີໂບດ Saint Agnes in Agone ເຊິ່ງໂດດເດັ່ນດ້ວຍຫໍລະຄັງຄູ່, ພາຍໃນເດີ່ນປະກອບມີນໍ້າພຸທັງໝົດ 3 ແຫ່ງ. ຊັອດເດັດທີ່ສຸດກໍຄື Fountain of the Four Rivers ທີ່ຕັ້ງຢູ່ກາງເດີ່ນ, ໂຕນຳ້ພຸຕັ້ງອ້ອມຮອບເສົາ Obelisk, ເຊິ່ງເປັນເສົາທີ່ມາຈາກປະເທດເອຢິບ ແລະ ເປັນສັນຍາລັກສື່ເຖິງແມ່ນໍ້າສາຍສຳຄັນທັງ 4 ສາຍຄື: ຄົງຄາ, ດານູບ, ໄນ ແລະ ພາຕ້າ (ຫງໍ້ ມີຄວາມຮູ້ດ້ວຍ).
Fountain of the Four Rivers
ຫຼັງຈາກຖ່າຍຮູບຖ່າຍຮອຍແລ້ວໆ, ສາມສາວພາວເວີພັບເກຣິລເຮົາອອກເດີນທາງໄປຕໍ່ທີ່ Pantheon ມະຫາວິຫານອັນໂດ່ງດັງ, ອາຍຸອານາມປະມານ 2000 ປີ ເຊິ່ງເປັນຫລຸມຝັງສົບຂອງກະສັດໂຣມັນ ແລະ Raphael ຈິດຕະກອນຄົນເກັ່ງນັ້ນເອງ.
Pantheon
ຍ່າງເລາະຈົນຂາສິປັ້ນຍ້ອນ, ຈື່ໄດ້ວ່າເຄີຍອ່ານ blog ເຂົາເຈົ້າແນະນຳວ່າມີຮ້ານ gelato ແຊບໆ ແຖວນີ້ພໍດີ, ມາຮອດຖິ່ນກຳເນີດຂະໜາດນີ້ ເຮົາກໍຕ້ອງຂໍຈັດແດ່ຈັກໜ້ອຍ. ເຊິ່ງເອົາແທ້ໆ ຮ້ານ gelato ແຖວນີ້ກໍບໍ່ແມ່ນໜ້ອຍເວີ່ຍ! ເຖິງຈະເປັນລະດູໜາວແຕ່ຮ້ານຂາຍ gelato ກໍຍັງເຕັມໄປໝົດ, ອ້າວ ເວນລະບາດນີ້ຢາກກິນທຸກຮ້ານເລີຍ 🤤. ແຕ່ລູກຕ້ອງເລືອກ! ເພາະ gelato ບໍ່ໄດ້ຂາຍຈວຍລະສາມພັນກີບດ້າາາາ 😭 ແລະ Venchi ກໍຄືຜູ້ທີ່ຖືກເລືອກ, ເຊິ່ງນາງກໍເຮັດໄດ້ດີຫຼາຍ❤️ຈວຍທີ່ເຄືອບນູເທລລ່າພ້ອມກັບໂຮຍຖົ່ວອ້ອມ ແລະ gelato ທັງສອງລົດທີ່ເລືອກມາກໍບໍ່ເຮັດໃຫ້ເສຍໃຈເລີຍຍຍຍ (ຫຼິ້ນຂໍພະນັກງານຊິມຈົນສິໝົດຮ້ານເວີ່ຍ). ມັນຊ່າງດີງາມພະຣາມແປດອີຫຼີ ຍາພໍ່ເອີ້ຍ~ ໂດຍສະເພາະສາຍ sweet tooth, ບູຊາຊັອກໂກແລັດຂໍເຊີນເດີ້ ມັນດີອີຫຼີຊິສ! ເພາະນອກຈາກ gelato ແລ້ວ Venchi ຍັງມີຂະໜົມຊັອກໂກແລັດພ້ອມແຫຼະຊິສ ຕ້ອງລອງໆ 🍫😍.
Venchi Gelato
ພັກເລື່ອງຂອງກິນ ຊວນກັນຕຸ້ຍກ່ອນເນາະ, ໄປ Trevi Fountain ກັນບາດນີ້! ເຊື່ອວ່າຫຼາຍໆ ຄົນທີ່ມາໂຣມ ຕ່າງກໍພາກັນຢາກມາເຫັນນໍ້າພຸແຫ່ງນີ້ກັນທຸກຄົນ, ບໍ່ຮູ້ວ່າເປັນຍ້ອນຄວາມງາມຂອງໂຕນໍ້າພຸ ຫຼື ຍ້ອນນໍ້າທີ່ໃສຈົນເຫັນເປັນສີຟ້າທີ່ໄຫຼອອກມາ ຫຼື ຍ້ອນຄວາມເຊື່ອທີ່ວ່າກັນວ່າຖ້າມາໂຍນຫຼຽນຢູ່ນໍ້າພຸນີ້ແລ້ວຈະໄດ້ກັບມາໂຣມອີກ ທີ່ເປັນສິ່ງເຮັດໃຫ້ Trevi Fountain ເປັນທີ່ນິຍົມໄດ້ຂະໜາດນີ້ . . ເພາະຂະໜາດນໍ້າພຸທີ່ກວ້າງເຖິງ 20 ແມັດ, ຖ້າທຽບກັບນໍ້າພຸທີ່ເຄີຍເຫັນຜ່ານມາແມ່ນ Trevi ຖືເປັນນໍ້າພຸທີ່ໃຫຍ່ຫຼາຍ ແຕ່ເມື່ອທຽບກັບປະລິມານຄົນທີ່ຢ້ຽມຊົມແລ້ວ… ອັນ 20 ແມັດ ທີ່ວ່າຜູ້ຂ້າຄິດວ່າຄົງຈະບໍ່ພໍເດີ້ 😰. ຢ່າວ່າແຕ່ໂຍນຫຼຽນອະທິຖານໃຫ້ໄດ້ກັບມາເລີຍ, ອະທິຖານໃຫ້ໄດ້ໂຍນຫຼຽນກ່ອນເຖາະ!!! ນອກຈາກເລື່ອງໂຍນຫຼຽນແລ້ວ ເລື່ອງຖ່າຍຮູບກໍເປັນອີກບັນຫາໜຶ່ງ, ເພາະກວ່າຈະຫາບ່ອນຢືນໄດ້ແລ້ວ, ຍັງຕ້ອງມາລະວັງອີກວ່າ ອີຄົນຂ້າງໆ ມັນສິມາຕຳກູຕົກນຳ້ພຸບໍ່ໜິ -.,- ບັນຫາຍັງບໍ່ສຸດ, ເນື່ອງຈາກຕອນທີ່ໄປຕາເວັນກໍເສືອກປີ້ນດ້ານຈ້າາາາ.. ພຸ້ນ! ໄປລີ້ຢູ່ຫຼັງນໍ້າພຸພຸ້ນ 😑 ຍ້ອນແສງ! ມືດ! ໜ້າດຳ! ຖ່າຍຮູບບໍ່ໄດ້ຈ້າ. 🌚 ຜູ້ໃດຢາກໄດ້ໜ້າຂາວໃສ ຢາກມີແສງແດດໄບທ໌ສ່ອງໜ້າ ແນະນຳໃຫ້ໄປຕອນເຊົ້າເອົາເດີ້, ຈະໄດ້ບໍ່ເປັນຄືຜູ້ຂ້າ ມານັ່ງຈົ່ມຢູ່ແບບນີ້ 😤 ແລະ ທີ່ສຳຄັນໃຜຖ່າຍໄດ້ແບບບໍ່ຕິດຄົນເລີຍ ກໍເອົາມາໂຊວ໌ແດ່ເດີ້ ຖ້າມີເຄັດລັບຈັງໃດກໍບອກຜູ້ຂ້າແນ່ເດີ້ 🙏🏻
Trevi Fountain
ຫຼັງຈາກເກັບແລນມາກ ແລະ ສະຖານທີ່ສຳຄັນຂອງໂຣມໄປໄດ້ຈັກ 3–4 ບ່ອນແລ້ວ, ຂາກໍເລີ່ມລາກ ຍ່າງກໍເລີ່ມບໍ່ໄຫວແລ້ວ, ໃຫຍ່ກະດໍ້ອັນໂຣມໜິກໍດາຍ. ເພື່ອເປັນການເກັບແຮງ ຂໍລົງໄປນັ່ງ Metro ແດ່ຈັກບາດ. ຫຼັກໆ ແລ້ວລົດໄຟໃຕ້ດິນຢູ່ໂຣມມີ 2 ສາຍ (ໜ້ອຍດີບໍ່ສັບສົນ) ສະຖານີກໍເບິ່ງງ່າຍໆ, ເຫັນກາໂຕ M ສີແດງໆ ລະແລ່ນລົງໄປໂລດ ບໍ່ຕ້ອງຢ້ານ. ແຕ່ສິ່ງທີ່ຕ້ອງຢ້ານລະແມ່ນກະເປົາ ຈາກການອ່ານຣີວິວມາແມ່ນ ໂຣມຂຶ້ນຊື່ວ່າເປັນບ່ອນທີ່ມີນັກດຶງກະເປົາຫຼາຍ(ພາສາອັງກິດເອີ້ນວ່າ pickpocket) ໂດຍສະເພາະແມ່ນຢູ່ໃນລົດໄຟໃຕ້ດິນແຮງໂຕການ, ຢ່າເຜີໂຕເດັດຂາດ ຕ້ອງດູແລຂອງມີຄ່າຂອງເຮົາໃຫ້ດີ ເພາະເຂົາເຈົ້າຊຽນຫຼາຍ #ເປັນຫ່ວງທຸກຄົນເນີ້ ♡
ອະ ທ່ຽວຕໍ່ໆ, ອີກສະຖານທີ່ໜຶ່ງທີ່ບໍ່ຄວນພາດແມ່ນ Spanish Steps ໃຜໄປໃຜມາກໍຢ່າລືມແວ່ແດ່. ໂດຍສະເພາະຄົນລາວທີ່ໂຕຢູ່ໄກ ໃຈໃກ້ບ້ານແບບເຮົາ😢 ໃຜຄິດຮອດບັນຍາກາດບຸນທາດຫຼວງ ແບບຄົນຍ່າງຕຳກັນຫຼາຍໆ ລະຮີບມາພີ້ເລີຍ, ຈຸ້ມກັນຢູ່ບ່ອນດຽວໜິລະ. ນັ່ງລຽນກັນຖ່າຍຮູບຢູ່ຂັ້ນໄດ ແລະ ນໍ້າພຸ Fontana della Barcaccia ຮຽບຮ້ອຍ, ກໍອອກຍ່າງເລາະເບິ່ງຜູ້ຄົນແດ່, ມີທັງຮ້ານຂາຍດອກໄມ້ງາມໆ, ສະຖາປັດຕະຍາກຳບາໂຣກ (Baroque architecture) ແລະ ບາງເທື່ອອາດຈະມີການສະແດງເປີດໝວກຈາກອ້າຍບ່າວອິຕາລີ ທີ່ມາຮ້ອງເພງມ່ວນໆ 🎶 ກ່ອມໃຫ້ເຊົາເມື່ອຍຈາກການຍ່າງມາໝົດມື້ນຳ. ນອກຈາກນັ້ນແລ້ວ ຖ້າຜູ້ໃດມີ budget ຢາກຈະສອຍກະເປົາແບຣນເນມ ຈັກໜ່ວຍສອງໜ່ວຍ ກໍເຊີນທີ່ຖະໜົນ Via Condotti ໜ້າ Spanish Steps ໄດ້ເລີຍ, ຮີບຊື້ເນີ້ເພາະຢູ່ອິຕາລີ refund ໄດ້ເຖິງ 22% ເລີຍ 💸
Spanish Steps
ສ່ວນຜູ້ໃດທີ່ບໍ່ສັນທັດດ້ານນີ້ແບບຜູ້ຂ້າ (ທີ່ແທ້ບໍ່ມີເງິນ) ກໍເຊີນສະຖານີຕໍ່ໄປໄດ້ເລີຍ ~ ອີກສະຖານທີ່ໜຶ່ງທີ່ຢາກແນະນຳໃຫ້ໄປຖ້າມາຮອດໂຣມແລ້ວ, ນອກຈາກບັນດາຮ້ານ Gelato ກໍໜ້າຈະແມ່ນ ໂບດ ຕ່າງໆ ທີ່ຢູ່ອ້ອມໂຕເມືອງ. ເຖິງທາງນອກຈະເບິ່ງຄືເກົ່າໆ, ໂຊມໆ, ແຕ່ຂໍໃຫ້ລອງໄປເບິ່ງຈິດຕະກຳເທິງຝາຂອງທາງໃນໂບດກ່ອນ, ຮັບຮອງວ່າອຶ້ງທຶ້ງ ແບບອ້າປາກຈົນຄາງກະໄຕເກືອບຄ້າງກັນເລີຍ. ໃນແຕ່ລະໂບດກໍຈະມີຮູບພາບບອກເລົ່າເລື່ອງຕ່າງກັນໄປ, ດຶງດູດໃຫ້ເຮົາຄິດ, ໃຫ້ສົງໄສ, ເປັນບ່ອນສະຫງົບຈິດສະຫງົບໃຈຈາກຄວາມວຸ້ນວາຍຂອງໂຣມໄດ້ແປັບໜຶ່ງເລີຍ.
St. Maria della Vittoria Church, Campo Marzio, Pantheon
ເປັນແນວໃດກັບການທ່ຽວໂຣມແບບໜຶ່ງມື້ເຕັມໆ, ມ່ວນຢູ່ຫວາ? ພາກັນເມື່ອຍຫຼືຍັງ? ຖ້າຍັງ ຜູ້ຂ້າຂໍບອກວ່າຜູ້ຂ້າເມື່ອຍແລ້ວ ຮະຮະຮະ. ຂໍໂຕໄປນອນເອົາແຮງໄວ້ເລາະມື້ອື່ນກ່ອນເດີ້! ສ່ວນມື້ອື່ນຈະໄປໃສ? ທ່ຽວເປັນຈັງໃດ? ໄວ້ຈະມາເລົ່າໃຫ້ຟັງໃຫມ່ເດີ້ ສັນຍາໆ :) ສຸດທ້າຍນີ້, ຂໍຂອບໃຈທຸກຄົນທີ່ອ່ານມາຮອດນີ້, ລວມທັງທຸກຄົນທີ່ຄອຍສະໜັບສະໜຸນໃນການຂຽນ blog (ຈົ່ມ) ຂອງຜູ້ຂ້າສະເໝີມາ, ຜູ້ຂ້າຊາບຊຶ້ງ, ດີໃຈ ແລະ ຂໍຂອບໃຈຫຼາຍໆເດີ້ ^^ ຜິດພາດປະການໃດກໍຂໍໂທດຂໍອະໄພນຳເດີ້ 🙏🏻ແລ້ວເຈິກັນໃຫມ່ blog ໜ້າ ບາຍຍຍຍຍ.
ປລ. ຂໍອະໄພທີ່ໃນການໃຊ້ພາສາຊອດກະຈາຂອງຜູ້ຂ້າ. ນັ້ນກໍເພື່ອຢາກໃຫ້ເກີດຄວາມເພີດເພີນໃນການອ່ານ ແລະ ສະແດງໃຫ້ເຫັນຕົວຕົນຂອງຜູ້ຂ້າ.
ຂອບໃຈ,
Tee-nuh.
ມີຄວາມເຊື່ອຢູ່ວ່າ “ຊີວິດຄືການເຊີໄພ້” ບາງຄັ້ງສິ່ງທີ່ຢາກເຮັດ ບໍ່ໄດ້ເຮັດ, ແຜນທີ່ວາງໄວ້ມັກຜິດຄາດ ຫຼື ສິ່ງທີ່ຄິດວ່າເປັນໄປບໍ່ໄດ້ ຊຳ້ພັດເກີດຂຶ້ນ ແລະ ທຣິບໄປ Hallstatt, Austria ກໍເປັນໜຶ່ງໃນນັ້ນ.
Hallstatt ທຣິບເກີດຂຶ້ນແບບບໍ່ໄດ້ຕັ້ງໂຕອີຫຼີ. ສະນັ້ນ, ການວາງແຜນທ່ຽວເປັນແນວໃດ? ຢ່າຖາມຫາເລີຍ~ ມົ້ວລູກດຽວ ຮະຮະຮະ. ເລີ່ມຈາກໃນຄຳ່ຄືນທີ່ງຽບເຫງົາ ໃນຕອນທີ່ຜູ້ຂ້າກຳລັງນັ່ງດຶງຜົມເລົ່າບົດຮຽນ ກຽມໄປເສັງຢູ່ ທັນໃດນັ້ນເອງ.. ສຽງໂທລະສັບທີ່ງຽບສະງັດມາໄດ້ປະມານຊາດໜຶ່ງນີ້ແຫຼະ ກໍດັງຂຶ້ນ! ພ້ອມກັບຂໍ້ຄວາມທີ່ສົ່ງມາວ່າ.. “ ມື້ອື່ນເຂົາຈະໄປ Hallstatt ໄປນຳບໍ່? ”
ດຽວໆ wait a minute.. Hallstatt? ມັນຢູໂອຕຣິດ ສ່ວນຜູ້ຂ້ານີ້ຢູ່ Debrecen ມັນຄົນລະແຈເລີຍຕົວະໜິ!? ແລະ ທີ່ສຳຄັນໄປມື້ອື່ນ ຟ້າເອີຍ!!😱 ເຊິ່ງຜ່ານການຕົກລົງແລ້ວ ເຫັນດີໃຫ້ໄປມື້ຮື ເນື່ອງຈາກຜູ້ຂ້າຄາເສັງນັ້ນເອງ.
ການເດີນທາງເລີ່ມຂຶ້ນຕອນ 5 ໂມງ ຂອງເຊົ້າວັນສຸກ, ແຕ່ຢ່າລືມວ່າ “ຊີວິດຄືການເຊີໄພ ້” ເລື່ອງເກີດເກີດເລື່ອງສິຈ້ະ. ກັບໄປໜຶ່ງຄືນກ່ອນການເດີນທາງ, ເອື້ອຍທີ່ເປັນຄົນຊວນຜູ້ຂ້າໄປທ່ຽວ ໄດ້ເຮັດການຊື້ປີ້ລົດໄຟຜິດພາດຈ້ະ ຈາກຕ້ອງຊື້ພຽງແຕ່ 2 ປີ້ ແຕ່ເພິ່ນໃຈດີຈັດໄປ 4 ປີ້ໄປເລີຍຈ້າ, ເງິນປິວວ່ອງໆ ເລີຍເພາະ refund ບໍ່ໄດ້. ເຫດຜົນແມ່ນຍ້ອນມັນເປັນຄວາມຜິດຂອງເຮົາເອງ (ເປັນອຸທາຫອນສອນໃຈໃຫ້ທຸກຄົນເບິ່ງດີໆກ່ອນກົດຈ່າຍເງິນເດີ້).
Hallstatt Train Station
ຫຼັງຈາກໝົດຜຽນຜູ້ເອື້ອຍແລ້ວ ກໍເປັນຜຽນຜູ້ນ້ອງແດ່ບາດນີ້, ເຊິ່ງໃນເຊົ້າມື້ເດີນທາງຜູ່ນ້ອງນີ້ກໍໄດ້ເຮັດການຍ່າງຊິວ ມາຊ້າເຮັດໃຫ້ຕົກ tram ທີ່ຈະໄປສະຖານີລົດໄຟ ແລະ ທາງອອກທີ່ເຫຼືອທີ່ເປັນທາງອອກດຽວຄືຈົກເງິນເອີ້ນອ້າຍ taxi ໄປສົງຈ້ະ (ລວຍໄປອີກ).
ການເດີນທາງ Debrecen-Vienna ໃຊ້ເວລາປະມານ 6 ຊມ ໂດຍລົດໄຟ ແລະແລ້ວ ເຮົາກໍມາຮອດ Vienna, Austria ຫຼັງຈາກນັ່ງຈົນກົ້ນເກືອບອອກຮາກ, ຜ່ານຜ່າອຸປະສັກ ພົບປະຜູ້ຄົນແປກໜ້າທີ່ເຂົ້າມານັ່ງຢູ່ໃນຕູ້ລົດໄຟດຽວກັນ🙄 ເອີ້,ຢາກບອກວ່າລົດໄຟເປັນຕູ້ນັ່ງແບບຢູ່ໃນ Harry Potter ເລີຍລະ (ມີຄວາມຄັບແຄບ).
ເຮົາໃຊ້ເວລາ 10 ຊມ. ຢູ່ Vienna ເພື່ອຖ້າລົດໄຟໄປ Attnang-Hallstatt ເຊິ່ງເຫດຜົນທີ່ເລືອກຖ້າດົນເບີນີ້ກໍຍ້ອນວ່າ: 1. ປີ້ລົດໄຟຖ້ຽວນັ້ນຖືກ 2. ໄດ້ທ່ຽວວຽນນາ ແລະ 3. ບໍ່ຕ້ອງເສຍຄ່າທີ່ພັກເພາະຈະໄປນອນເທິງລົດໄຟ. ເວລາຜ່ານໄປລົດໄຟກໍເຄື່ອນຂະບວນຈາກ Vienna-Attnang ໃຊ້ເວລາປະມານ 2.30 ຊມ ກໍມາຮອດ. ດ້ວຍຄວາມທີ່ອາກາດໜາວ ແລະ ກໍເປັນເວລາເດິກແລ້ວເຮັດໃຫ້ສະຖານີ Attnang ງຽບປານປ່າສັກສິດ ມີພຽງຄວາມໜາວເຢັນ ກັບ ແສງໄຟທີ່ເປີດແຈ້ງຈົນແຍງເຂົ້າແກ່ນຕາດຳ. ຄຳຖາມຄືກູຈະນອນໄດ້ບໍ່? ແລະ ຄຳຕອບຄື ບໍ່ສິຈ້ະອີຜີ !! ທັງໜາວທັງເຢັນ ໄຟກໍເປີດແຍງແກ່ນຕາ ຕັ່ງກໍເຢັນເປັນນໍ້າກ້ອນ ໂອ້ຟ້າ!! ມາທໍລະມານໂຕເອງຄັກໆ. ຄວາມຮູ້ສຶກຄືຢາກກັບບ້ານໄປນອນເທິງຕຽງນຸ້ມໆ ອຸ່ນໆ, ແຕ່ທຸກຄົນເຂົ້າໃຈຄວາມຮູ້ສຶກ “ กลับตัวก็ไม่ได้ ให้เดินต่อไปก็ไปไม่ถึง ” ແມ່ນບໍ່? ເຮັດຫຍັງບໍ່ໄດ້ກໍຕ້ອງທົນ ແລະ ຖ້າຕໍ່ໄປ ມາຮອດຈຸດນີ້ແລ້ວກັບບໍ່ໄດ້!!!!!!!!
ເວລາ 6:03 ຂອງເຊົ້າມື້ໃຫມ່, ຈະຮອດ Hallstatt ແລ້ວໂວ້ຍຍຍ! ພໍແຕ່ໄດ້ຂຶ້ນລົດໄຟ ຖິ້ມກົ້ນລົງຕັ່ງຜູ້ຂ້າກໍຫຼັບເປັນຕາຍເລີຍ. ຕື່ນມາອີກຊົ່ວໂມງໜຶ່ງກໍພົບວ່າ… ອີຜີ! ຝົນຕົກ!. ອີຫຍັງຄື “ຊີວິດຄືການເຊີໄພ້” ອີກແລ້ວ? ພໍແຕ່ຢາກໄຫ້ເດ້ ສິທ່ຽວຈັງໃດລະນໍ້ບາດໜິ Oh my Hallstatt trip! But the show must go on ຫັ້ນແຫຼະເນາະ ຝົນຕົກກໍທ່ຽວໄດ້ນະ ເຮົາມາເອົາວິວໃໝ່ Hallstatt ແບບໝອກໆ ເຫງົາໆ ເໝາະກັບຄົນແບບເຮົາດີ (ພະຍາຍາມກ່ອມໂຕເອງ ຮະຮະ)
ເວລາທີ່ເຮົາມາຮອດ Hallstatt ແມ່ນ 7:30. ເມືອງງຽບສຸດໆ ບໍ່ມີຄົນເລີຍຈ້າ, ເຊົ້າກໍເຊົ້າ ໝອກກໍເຕັມ ຝົນກໍລົງໃຜສິອອກມາຈາກຜ້າຫົ່ມອຸ່ນໆ ລະເນາະ TT. ໂດຍການຈະໄປເມືອງໄດ້ນັ້ນຕ້ອງນັ່ງເຮືອຂ້າມນໍ້າ Hallstätter See (ລາຄາປີ້ແມ່ນ €2.50). Hallstatt at first sight, ເປັນເມືອງນ້ອຍໆ ແຄມແມ່ນໍ້າ ມີປະຊາກອນອາໄສຢູ່ປະມານ 800ຄົນ. ມັນເປັນເມືອງໂຄດຈະໜ້າຮັກ ເຊິ່ງການຕົກແຕ່ງຂອງບ້ານແຕ່ລະຫຼັງກໍເປັນເອກະລັກໃຜລາວ; ມີໂບດປະຈຳເມືອງ, ມີນຳ້ຕົກທີ່ມາຈາກຈອມພູໄຫຼຜ່ານຕະຫຼອດເມືອງ, ມີທະເລສາບ Hallstätter See ເປັນບ່ອນທີ່ໃຫ້ຫົງສອງໂຕລອຍນຳ້ຫຼິ້ນໄປມາ ປຽບດັ່ງ Swans lake ປະກອບກັບວິວຫິມະຈັບໂຕຢູ່ເທິງຍອດພູ ທີ່ບໍ່ວ່າຈະຫັນຊ້າຍປິ່ນຂວາ ຫຼື ຫຼັບຕາຂ້າງດຽວເບິ່ງກໍຍັງງາມ ຈົນເຮັດໃຫ້ຢາກກັບໄປເບິ່ງອີກ :)
ຖ້າຈະໃຫ້ບັນລະຍາຍທຸກສິ່ງທຸກຢ່າງທີ່ໄປເຫັນມາ blog ນີ້ຄົງຈະມີຄວາມຍາວປະມານ 5 ເຈ້ຍ A4. ມີແຕ່ຢາກບອກທຸກຄົນວ່າ: ໄປເທາະ!ມັນງາມອີຫຼີ! ຂະໜາດຜູ້ຂ້າໄປຕາກຝົນ ປາກສັ່ນ ມືແຂງເປັນນໍ້າກ້ອນ ກໍຍັງຢາກກັບໄປອີກ, ແລ້ວເພິ່ນສິບໍ່ຢາກໄປພິສູດ ດ້ວຍຕາຕົນເອງແດ່ຫວາ​?
ປລ. ຂໍອະໄພທີ່ໃນການໃຊ້ພາສາຊອດກະຈາຂອງຜູ້ຂ້າ. ນັ້ນກໍເພື່ອຢາກໃຫ້ເກີດຄວາມເພີດເພີນໃນການອ່ານ ແລະ ສະແດງໃຫ້ເຫັນຕົວຕົນຂອງຜູ້ຂ້າ.
ຂອບໃຈ,
Tee-nuh.